[1] ອັນໃດເປັນສາເຫດທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ ແລະຜິດຖຽງກັນ? ກໍແມ່ນກິເລດ^ຕັນຫາຂອງ^ພວກເຈົ້ານັ້ນແຫລະ ທີ່ເຮັດໃຫ້ມີການຕໍ່ສູ້ກັນຢູ່ບໍ່ຂາດພາຍໃນພວກເຈົ້າ.
[2] ເຈົ້າ^ທັງຫລາຍຢາກໄດ້ແຕ່ບໍ່ໄດ້, ພວກເຈົ້າຂ້າກັນ ພວກເຈົ້າເຫິງສາກັນແຕ່ບໍ່ສາມາດຈະໄດ້, ພວກເຈົ້າຜິດຖຽງ ແລະທະເລາະວິວາດກັນ ພວກເຈົ້າບໍ່ມີເພາະບໍ່ໄດ້ຂໍຈາກພຣະເຈົ້າ.
[3] ເຈົ້າ^ທັງຫລາຍຂໍແລະບໍ່ໄດ້ຮັບ ເພາະຂໍຜິດ ເພື່ອຈະເອົາໄປໃຊ້ຕາມກິເລດ^ຕັນຫາຂອງຕົນ.
[4] ໂອ ຄົນຫລິ້ນຊູ້^ເອີຍ, ພວກເຈົ້າບໍ່ຮູ້ຫລືວ່າ ການເປັນມິດຕໍ່ໂລກ ກໍຄືການເປັນສັດຕູຕໍ່ພຣະເຈົ້າ? ສະນັ້ນ ຜູ້ໃດທີ່ຢາກເປັນມິດຕໍ່ໂລກ ກໍເປັນສັດຕູຕໍ່ພຣະເຈົ້າ.
[5] ຫລືເຈົ້າ^ທັງຫລາຍຄິດວ່າເປັນການເປົ່າໆບໍ ທີ່ພຣະຄຳພີກ່າວວ່າ, “ວິນຍານທີ່ພຣະອົງໄດ້ຊົງບັນດານໃຫ້ຢູ່ໃນເຮົາທັງຫລາຍ ກໍປາຖະໜາຢ່າງແຮງກ້າ.”
[6] ແຕ່ພຣະອົງໄດ້ຊົງປະທານພຣະຄຸນເພີ່ມຂຶ້ນອີກ. ເຫດສະນັ້ນ ພຣະຄຳພີຈຶ່ງກ່າວວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນ ແກ່ຄົນທີ່ຖ່ອມໃຈລົງ.”
[7] ດ້ວຍເຫດນັ້ນ ເຈົ້າ^ທັງຫລາຍຈົ່ງນ້ອມໃຈຍອມຟັງພຣະເຈົ້າ, ຈົ່ງຕໍ່ສູ້ກັບມານ ແລະມັນຈະໜີຈາກພວກເຈົ້າໄປ.
[8] ເຈົ້າ^ທັງຫລາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະພຣະອົງຈະສະເດັດມາໃກ້ພວກເຈົ້າ ຄົນບາບທັງຫລາຍ^ເອີຍ, ຈົ່ງຊຳລະມືໃຫ້ສະອາດ ແລະຄົນສອງໃຈ^ເອີຍ, ຈົ່ງຊຳລະໃຈຂອງຕົນໃຫ້ບໍຣິສຸດ
[9] ຈົ່ງເປັນທຸກໂສກເສົ້າ ຈົ່ງຮ້ອງໄຫ້ແລະຮໍ່າໄຮ ໃຫ້ການຫົວຂອງຕົນ ກັບກາຍເປັນການໂສກເສົ້າ ແລະໃຫ້ຄວາມ^ຍິນດີກັບກາຍເປັນຄວາມ^ເສົ້າໝອງ.
[10] ຈົ່ງຖ່ອມຕົວລົງຊ້ອງພຣະພັກອົງພຣະ^ຜູ້^ເປັນເຈົ້າ ແລະພຣະອົງຈະຊົງຍົກພວກເຈົ້າຂຶ້ນ.
[11] ພີ່ນ້ອງທັງຫລາຍ^ເອີຍ, ຢ່າເວົ້ານິນທາຊຶ່ງກັນແລະກັນ ຜູ້ທີ່ເວົ້ານິນທາພີ່ນ້ອງ ຫລືກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້ານິນທາຕໍ່ກົດບັນຍັດ ແລະກ່າວໂທດຕໍ່ກົດບັນຍັດນັ້ນ, ແຕ່ຖ້າເຈົ້າກ່າວໂທດຕໍ່ກົດບັນຍັດ ເຈົ້າກໍບໍ່ເປັນຜູ້ທີ່ຮັກສາກົດບັນຍັດ, ແຕ່ເປັນຜູ້ຕັດສິນກົດບັນຍັດ.
[12] ມີຜູ້ຊົງແຕ່ງຕັ້ງກົດບັນຍັດແລະຜູ້ຊົງພິພາກສາ ພຽງແຕ່ອົງດຽວເທົ່ານັ້ນແຫລະ ຄືພຣະອົງຜູ້ຊົງສາມາດໂຜດໃຫ້ພົ້ນ ແລະຊົງສາມາດບັນດານໃຫ້ຈິບຫາຍໄປໄດ້, ແຕ່ຝ່າຍເຈົ້າເປັນຜູ້ໃດທີ່ຈະກ່າວໂທດໃສ່ເພື່ອນບ້ານຂອງຕົນ?
[13] ດັ່ງນັ້ນແຫລະ ເຈົ້າ^ທັງຫລາຍທີ່ເຄີຍເວົ້າວ່າ, “ມື້ນີ້ຫລືມື້ອື່ນ ພວກເຮົາຈະເຂົ້າໄປໃນເມືອງນັ້ນ^ເມືອງນີ້ ຈະພັກຢູ່ທີ່ນັ້ນປີໜຶ່ງ ແລະຈະຄ້າຂາຍເອົາກຳໄລ.”
[14] ພວກເຈົ້າບໍ່ຮູ້ວ່າ ຊີວິດຂອງ^ພວກເຈົ້າຈະເປັນຢ່າງໃດໃນມື້ອື່ນ? ພວກເຈົ້າເປັນດັ່ງໝອກທີ່ປາກົດຢູ່ພຽງຊົ່ວຄາວ ແລ້ວກໍຈາງຫາຍໄປ.
[15] ແທນທີ່ຈະເວົ້າດັ່ງນັ້ນ ພວກເຈົ້າຄວນເວົ້າດັ່ງນີ້, “ຖ້າພຣະເຈົ້າພໍພຣະໄທ ພວກເຮົາກໍຈະມີຊີວິດຢູ່ ແລະຈະເຮັດສິ່ງນັ້ນ ຫຼືສິ່ງນີ້.”
[16] ແຕ່ວ່າດຽວນີ້ ເຈົ້າ^ທັງຫລາຍໂອ້ອວດດ້ວຍຄວາມ^ຖືຕົວ, ການໂອ້ອວດຢ່າງນີ້ ກໍລ້ວນແຕ່ເປັນຄວາມຊົ່ວ.
[17] ດັ່ງນັ້ນ ຖ້າຜູ້ໃດຮູ້ວ່າ ອັນໃດເປັນການດີແລະບໍ່ເຮັດ ຜູ້ນັ້ນຈຶ່ງມີບາບ.