Skip to content
Opens in a new window
Listen to this chapter • 6:13

[1] ຈາກ ເປໂຕ ອັກຄະສາວົກ​ຂອງ^ພຣະເຢຊູ^ຄຣິດເຈົ້າ ເຖິງ ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ຊຶ່ງ​ອາໄສ​ຢູ່​ໃນ​ຕ່າງຖິ່ນ ກະຈັດ^ກະຈາຍ​ຢູ່​ຕາມ​ແຂວງ​ຕ່າງໆ​ເຊັ່ນ: ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ.

[2] ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ^ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ^ໂລຫິດ​ຂອງ^ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ^ທັງຫລາຍ​ເທີ້ນ.

[3] ສາທຸການ​ແດ່​ພຣະເຈົ້າ ພຣະບິດາ​ແຫ່ງ​ອົງ​ພຣະເຢຊູ^ຄຣິດເຈົ້າ​ຂອງ^ເຮົາ^ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະຣຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ^ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ^ພຣະເຢຊູ^ຄຣິດເຈົ້າ,

[4] ເພື່ອ​ຮັບ​ມໍຣະດົກ​ອັນ​ຄົບ^ບໍຣິບູນ ຊຶ່ງ​ພຣະເຈົ້າ​ໄດ້​ຮັກສາ​ໄວ້​ສຳລັບ​ໄພ່ພົນ​ຂອງ^ພຣະອົງ​ໃນ​ສະຫວັນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ເປື່ອຍເນົ່າ ບໍ່​ຊົ່ວ^ມົວໝອງ​ແລະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ.

[5] ຊຶ່ງ​ເປັນ​ຜູ້​ທີ່​ຣິດອຳນາດ​ຂອງ^ພຣະເຈົ້າ ຊົງ​ເຝົ້າ​ຮັກສາ​ໄວ້​ດ້ວຍ​ຄວາມເຊື່ອ ຈົນ​ໄດ້​ເຖິງ​ຄວາມ^ພົ້ນ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ປາກົດ​ໃນ​ວັນ​ສຸດທ້າຍ.

[6] ໃນ​ສິ່ງ​ນີ້​ແຫລະ ຈຶ່ງ​ຊົມຊື່ນ^ຍິນດີ​ຫລາຍ ເຖິງ​ແມ່ນ​ວ່າ​ດຽວ​ນີ້ ຈຳເປັນ​ທີ່​ພວກເຈົ້າ​ຈະ​ຕ້ອງ​ທົນ​ຄວາມ^ທຸກໂສກ ດ້ວຍ​ການ​ຖືກ​ທົດລອງ​ຕ່າງໆ​ໃນ​ໄລຍະ​ເວລາ​ໜຶ່ງ.

[7] ເຖິງ​ແມ່ນ​ວ່າ ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມເຊື່ອ​ທີ່​ຖືກ​ລອງ​ກໍ​ປະເສີດ​ກວ່າ​ຄຳ ທີ່​ຍ່ອມ​ຮູ້​ສູນຫາຍ​ໄປ. ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ^ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.

[8] ພຣະອົງ​ຜູ້​ທີ່​ພວກເຈົ້າ​ຍັງ​ບໍ່ໄດ້​ເຫັນ ແຕ່​ພວກເຈົ້າ​ກໍ​ຍັງ​ຮັກ​ພຣະອົງ​ຢູ່ ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ຍັງ​ເຊື່ອ​ແລະ​ຊື່ນຊົມ​ຍິນດີ ດ້ວຍ​ຄວາມ^ຍິນດີ​ອັນ​ຮຸ່ງເຮືອງ ຊຶ່ງ​ເຫລືອ​ທີ່​ຈະ​ອະທິບາຍ​ໄດ້.

[9] ແລ້ວ​ເຈົ້າ^ທັງຫລາຍ​ຈຶ່ງ​ໄດ້​ຮັບ ຕາມ​ຈຸດປະສົງ​ແຫ່ງ​ຄວາມເຊື່ອ​ຂອງ^ພວກເຈົ້າ ຄື​ວິນຍານຈິດ​ຂອງ^ພວກເຈົ້າ​ຈະ​ໄດ້​ລອດພົ້ນ.

[10] ບັນດາ​ຜູ້ທຳນວາຍ​ທີ່​ໄດ້​ທຳນວາຍ​ເຖິງ​ພຣະຄຸນ ຊຶ່ງ​ຈະ​ບັງເກີດ​ແກ່​ເຈົ້າ^ທັງຫລາຍ ກໍໄດ້​ຄົ້ນຄວ້າ​ແລະ​ສືບຖາມ​ຫາ​ຢ່າງ​ຖ້ວນຖີ່ ກ່ຽວກັບ​ເລື່ອງ​ຄວາມ^ພົ້ນ​ນີ້.

[11] ພວກເພິ່ນ​ໄດ້​ສຶບຄົ້ນ​ຫາ​ວ່າ ພຣະວິນຍານ​ຂອງ^ພຣະຄຣິດ ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເພິ່ນ ໄດ້​ຖືກ​ບົ່ງ​ໄວ້ ເຖິງ​ຄາວ​ໃດ​ແລະ​ເວລາ​ໃດ ເມື່ອ​ພຣະອົງ​ຊົງ​ທຳນວາຍ​ໄວ້ ເຖິງ​ຄວາມ^ທຸກ^ທໍລະມານ​ຂອງ^ພຣະຄຣິດ ແລະ​ເຖິງ​ສະຫງ່າຣາສີ ທີ່​ຈະ​ມາ​ພາຍຫລັງ​ຄວາມ^ທົນທຸກ​ທໍລະມານ​ນັ້ນ.

[12] ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫລົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ^ທັງຫລາຍ. ບັດນີ້ ຄົນ​ເຫລົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ^ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫລົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫລົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.

[13] ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ^ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.

[14] ຈົ່ງ​ເປັນ​ລູກ​ທີ່​ເຊື່ອຟັງ ແລະ​ຢ່າ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ແບບ​ເກົ່າ ທີ່​ພວກເຈົ້າ​ເຄີຍ​ມີ​ໃນ​ຄາວ​ຍັງ​ໂງ່​ຢູ່​ນັ້ນ.

[15] ແຕ່​ເພາະ​ພຣະອົງ ຜູ້​ຊົງ​ເອີ້ນ​ເຈົ້າ^ທັງຫລາຍ​ນັ້ນ​ບໍຣິສຸດ ຝ່າຍ​ພວກເຈົ້າ​ຈົ່ງ​ກາຍເປັນ​ຜູ້​ບໍຣິສຸດ ໃນ​ທາງ​ກິຣິຍາ​ວາຈາ​ທຸກປະການ​ເໝືອນກັນ.

[16] ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຈົ້າ^ທັງຫລາຍ​ຈົ່ງ​ເປັນ​ບໍຣິສຸດ ເພາະ​ຝ່າຍ​ເຮົາ​ບໍຣິສຸດ.”

[17] ແລະ​ຖ້າ​ພວກເຈົ້າ​ພາວັນນາ^ອະທິຖານ​ທູນ​ຂໍ​ຕໍ່​ພຣະອົງ ຜູ້​ຊົງ​ພິພາກສາ​ທຸກຄົນ ຕາມ​ກິດຈະການ​ຂອງ^ເຂົາ ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ເອີ້ນ​ພຣະອົງ​ວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງ​ປະຕິບັດ​ໄປ​ດ້ວຍ​ຄວາມ^ຢຳເກງ ຕະຫລອດ​ເວລາ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້.

[18] ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພວກເຈົ້າ​ຖືກ​ໄຖ່​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່ມີ​ປະໂຫຍດ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ^ພວກເຈົ້າ ບໍ່ແມ່ນ​ໄຖ່​ດ້ວຍ​ສິ່ງຂອງ​ທີ່​ເສື່ອມສູນ​ໄປ ເໝືອນ​ດັ່ງ​ເງິນ ຫລື​ຄຳ

[19] ແຕ່​ຊົງ​ໄຖ່​ດ້ວຍ​ພຣະ^ໂລຫິດ ອັນ​ຊົງ​ມີຄ່າ​ຂອງ^ພຣະຄຣິດ ເໝືອນ​ດັ່ງ​ເລືອດ​ລູກແກະ ທີ່​ບໍ່ມີ​ຕຳໜິ​ຫລື​ຮອຍ​ດ່າງ.

[20] ພຣະອົງ​ໄດ້​ຖືກ​ຊົງ​ເລືອກ​ໄວ້ ໂດຍ​ພຣະເຈົ້າ​ກ່ອນ​ວາງ​ຮາກ​ສ້າງ​ໂລກ ແຕ່​ເພື່ອ​ເຫັນ​ແກ່​ພວກເຈົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ພຣະຄຣິດ​ສະເດັດ​ມາ​ປາກົດ​ໃນ​ເວລາ​ສຸດທ້າຍ.

[21] ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ^ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.

[22] ທີ່​ເຈົ້າ^ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ^ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.

[23] ດ້ວຍວ່າ, ເຈົ້າ^ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ^ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.

[24] ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ມະນຸດ​ທຸກຄົນ ເປັນ​ດັ່ງ​ຕົ້ນຫຍ້າ ແລະ​ສະຫງ່າຣາສີ​ຂອງ^ພວກເຂົາ ກໍ​ເປັນ​ດັ່ງ​ດອກ^ຫຍ້າ ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ​ດອກ​ມັນ​ກໍ​ລ່ວງ​ຫລົ່ນ​ໄປ

[25] ແຕ່​ພຣະຄຳ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ຕັ້ງໝັ້ນຄົງ​ຢູ່​ຕະຫລອດ​ຊົ່ວ^ນິຣັນດອນ.” ພຣະຄຳ​ນັ້ນ ຄື​ຂ່າວປະເສີດ ທີ່​ໄດ້​ປະກາດ​ໃຫ້​ພວກເຈົ້າ​ຮູ້​ແລ້ວ.

1 ເປໂຕ — Chapters