[1] ດ້ວຍວ່າ, ພຣະຄຣິດໄດ້ຮັບຄວາມ^ທົນທຸກທໍລະມານທາງຮ່າງກາຍ ພວກເຈົ້າເອງກໍຕ້ອງເຮັດໃຫ້ຕົນເຂັ້ມແຂງ ໂດຍມີຄວາມ^ຄິດຢ່າງດຽວກັບພຣະອົງ ເພາະຜູ້ທີ່ໄດ້ທົນທຸກທໍລະມານທາງຮ່າງກາຍ ກໍບໍ່ພົວພັນໃນຄວາມ^ຜິດບາບອີກຕໍ່ໄປ.
[2] ເພື່ອຈະບໍ່ດຳເນີນຊີວິດທີ່ຍັງເຫລືອຢູ່ໃນໂລກ ຕາມຄວາມ^ປາຖະໜາຂອງ^ມະນຸດ ແຕ່ດຳເນີນໄປຕາມນໍ້າພຣະໄທຂອງ^ພຣະເຈົ້າ.
[3] ດ້ວຍວ່າ, ຜ່ານມານັ້ນ ພວກເຈົ້າໄດ້ໃຊ້ເວລາດົນນານ ເຮັດໃນສິ່ງທີ່ຄົນຕ່າງຄວາມເຊື່ອມັກເຮັດ ຄືເມື່ອພວກເຈົ້າໄດ້ດຳເນີນຊີວິດຕາມຣາຄະຕັນຫາ, ໃນຄວາມ^ປາຖະໜາອັນຊົ່ວຊ້າ, ດື່ມເຫລົ້າເມົາສຸຣາ, ກິນລ້ຽງຢ່າງມົວເມົາ, ຮ່ວມສັງສັນກິນເຫລົ້າຢ່າງເກີນສ່ວນ ແລະຂາບໄຫວ້ຮູບເຄົາຣົບທີ່ໜ້າລັງກຽດ.
[4] ໃນເລື່ອງນີ້ ພວກເຂົາກໍປະຫລາດ^ໃຈທີ່ພວກເຈົ້າບໍ່ຍອມແລ່ນໄປເຂົ້າສ່ວນກັບພວກເຂົາ ໃນການຊົ່ວຮ້າຍອັນເຫລືອລົ້ນເໝືອນຢ່າງພວກເຂົາ ແລະພວກເຂົາກໍກ່າວຄຳນິນທາໃສ່ພວກເຈົ້າ.
[5] ແຕ່ເຂົາເຫລົ່ານັ້ນ ຈະຕ້ອງລາຍງານການກະທຳຂອງ^ພວກຕົນ ຕໍ່ພຣະເຈົ້າຜູ້ທີ່ຕຽມພ້ອມແລ້ວ ເພື່ອຈະຕັດສິນທັງຄົນເປັນແລະຄົນຕາຍ.
[6] ດ້ວຍເຫດນີ້ແຫລະ ຂ່າວປະເສີດໄດ້ປະກາດແກ່ພວກຄົນທີ່ຕາຍໄປແລ້ວເໝືອນກັນ ເພື່ອພວກເຂົາຈະໄດ້ຖືກຊົງພິພາກສາໃນເນື້ອກາຍ ເໝືອນຢ່າງມະນຸດທົ່ວໆໄປ ແລ້ວຈະໄດ້ມີຊີວິດທາງຈິດວິນຍານ ຢ່າງດຽວກັບພຣະເຈົ້າ.
[7] ອະວະສານຂອງ^ທຸກສິ່ງທັງປວງໃກ້ຈະມາເຖິງແລ້ວ, ເຫດສະນັ້ນ ເຈົ້າ^ທັງຫລາຍ ຈົ່ງມີສະຕິອັນດີແລະຄອຍລະວັງຕົວ ສຳລັບການພາວັນນາ^ອະທິຖານ.
[8] ທີ່ສຳຄັນກວ່າສິ່ງອື່ນໃດໝົດ ຈົ່ງຮັກຊຶ່ງກັນແລະກັນດ້ວຍເຕັມໃຈ ເພາະຄວາມຮັກກໍປິດບັງຄວາມ^ຜິດບາບໄວ້ຢ່າງຫລວງຫລາຍ.
[9] ຈົ່ງຕ້ອນຮັບຊຶ່ງກັນແລະກັນໂດຍບໍ່ຈົ່ມບໍ່ວ່າ.
[10] ຕາມທີ່ທຸກຄົນໄດ້ຮັບສິ່ງທີ່ຊົງປະທານໃຫ້ແລ້ວ ກໍໃຫ້ໃຊ້ຂອງ^ປະທານນັ້ນ ເພື່ອປະໂຫຍດແກ່ກັນແລະກັນ ເໝືອນເປັນຜູ້ຮັບມອບໝາຍທີ່ດີ ເພື່ອຮັບໃຊ້ພຣະຄຸນນາໆປະການຂອງ^ພຣະເຈົ້າ.
[11] ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງ^ພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູ^ຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແກ່ພຣະອົງສືບໆໄປເປັນນິດ ອາແມນ.
[12] ພວກທີ່ຮັກ^ເອີຍ, ຢ່າປະຫລາດ^ໃຈທີ່ພວກເຈົ້າໄດ້ຮັບຄວາມ^ທຸກຮ້ອນຢ່າງແສນສາຫັດເປັນການລອງໃຈ ເໝືອນກັບວ່າເປັນເຫດອັນແປກ^ປະຫລາດເກີດຂຶ້ນກັບພວກເຈົ້າ.
[13] ແຕ່ເຈົ້າ^ທັງຫລາຍ ຈົ່ງຊົມຊື່ນ^ຍິນດີທີ່ໄດ້ມີສ່ວນຮ່ວມ ໃນຄວາມ^ທຸກທໍລະມານຂອງ^ພຣະຄຣິດ, ເພື່ອວ່າ ເມື່ອສະຫງ່າຣາສີຂອງ^ພຣະອົງປາກົດຂຶ້ນ ພວກເຈົ້າກໍຈະໄດ້ຊົມຊື່ນ^ຍິນດີຢ່າງຫລວງຫລາຍເໝືອນກັນ.
[14] ຖ້າເຈົ້າ^ທັງຫລາຍຖືກໝິ່ນປະໝາດ ເພາະພຣະນາມຂອງ^ພຣະຄຣິດ ພວກເຈົ້າກໍເປັນສຸກ ເພາະວ່າພຣະວິນຍານ ຜູ້ຊົງສະຫງ່າຣາສີ ຄືພຣະວິນຍານຂອງ^ພຣະເຈົ້າ ຊົງສະຖິດຢູ່ກັບພວກເຈົ້າ.
[15] ແຕ່ວ່າຢ່າໃຫ້ຜູ້ໃດໃນພວກເຈົ້າ ໄດ້ຮັບຄວາມ^ທຸກ ເພາະເປັນຜູ້ຂ້າຄົນ ເປັນຂະໂມຍ ເປັນຜູ້ທຳຮ້າຍ ຫລືເປັນຜູ້ທ່ຽວຫຍຸ້ງກ່ຽວກັບກິດທຸລະຂອງ^ຄົນອື່ນ.
[16] ແຕ່ຖ້າຜູ້ໃດໄດ້ຮັບທຸກເພາະມີຊື່ວ່າ, ເປັນຄຣິສຕຽນ ກໍຢ່າໃຫ້ຜູ້ນັ້ນມີຄວາມ^ລະອາຍ ແຕ່ໃຫ້ຖວາຍພຣະກຽດແດ່ພຣະເຈົ້າເພາະຊື່ນັ້ນ.
[17] ດ້ວຍວ່າ, ເຖິງເວລາແລ້ວທີ່ການຊົງພິພາກສາ ຈະຕ້ອງເລີ່ມຕົ້ນທີ່ຄົວເຮືອນຂອງ^ພຣະເຈົ້າ ແລະຖ້າການ^ພິພາກສານັ້ນເລີ່ມຕົ້ນທີ່ພວກເຮົາກ່ອນ ປາຍທາງຂອງ^ຄົນເຫລົ່ານັ້ນ ທີ່ບໍ່ເຊື່ອຟັງຂ່າວປະເສີດເລື່ອງຂອງ^ພຣະເຈົ້າຈະເປັນຢ່າງໃດ?
[18] ຖ້າຄົນຊອບທຳຈະລອດພົ້ນໄດ້ດ້ວຍຍາກ ຄົນປະໝາດພຣະເຈົ້າແລະຄົນຜິດບາບຈະໄປຢູ່ໃສ?
[19] ເຫດສະນັ້ນ ໃຫ້ຄົນທັງຫລາຍທີ່ທົນທຸກທໍລະມານ ຕາມນໍ້າພຣະໄທຂອງ^ພຣະເຈົ້າ ຈົ່ງຝາກຈິດວິນຍານຂອງຕົນໄວ້ກັບພຣະອົງ ດ້ວຍການປະຕິບັດອັນດີ ຄືໃຫ້ຝາກໄວ້ກັບພຣະອົງ ຜູ້ຊົງສ້າງຜູ້ທ່ຽງທຳ.