[1] ຝ່າຍເຈົ້າ^ທັງຫລາຍຜູ້ເປັນເມຍກໍເໝືອນກັນ ຈົ່ງຍອມຟັງຜົວຂອງຕົນ ເພື່ອວ່າຖ້າຜົວຜູ້ໃດບໍ່ເຊື່ອຟັງພຣະທຳຂອງ^ພຣະເຈົ້າ ການປະຕິບັດຂອງ^ເມຍ ກໍອາດຈະຈູງໃຈຜົວໄດ້ ໂດຍບໍ່ຕ້ອງເວົ້າຫຍັງຈັກຄຳ
[2] ຄືເພື່ອຜົວຈະໄດ້ເບິ່ງເຫັນການປະຕິບັດອັນບໍຣິສຸດ ແລະອ່ອນນ້ອມຂອງ^ພວກເຈົ້າຜູ້ເປັນເມຍ.
[3] ການປະດັບຕົບແຕ່ງກາຍນັ້ນ ຢ່າໃຫ້ເປັນການປະດັບຕົບແຕ່ງພາຍນອກ ຄືການແຕ່ງຊົງຜົມ ໃສ່ເຄື່ອງຄຳ ແລະການນຸ່ງຖື.
[4] ແຕ່ໃຫ້ເປັນການປະດັບທີ່ຊ່ອນໄວ້ໃນຈິດໃຈ ແຕ່ງດ້ວຍເຄື່ອງປະດັບທີ່ບໍ່ຮູ້ເສື່ອມສູນ ຄືດ້ວຍຈິດໃຈອ່ອນສຸພາບແລະສະຫງຽມ^ຄ່ຽມຄົມ ຊຶ່ງເປັນສິ່ງທີ່ມີຄ່າສູງໃນສາຍພຣະເນດຂອງ^ພຣະເຈົ້າ.
[5] ເຫດວ່າບັນດາແມ່ຍິງ ຜູ້ທີ່ມີສິນທຳໃນເຊັ່ນບູຮານ ຜູ້ຊຶ່ງມີຄວາມຫວັງໃນພຣະເຈົ້າ ໄດ້ຕົບແຕ່ງກາຍຢ່າງນັ້ນ ໂດຍໄດ້ຍອມຟັງຜົວຂອງຕົນ.
[6] ເໝືອນດັ່ງນາງຊາຣາໄດ້ຍອມຟັງອັບຣາຮາມ ແລະເອີ້ນເພິ່ນວ່າ, “ນາຍ.” ຖ້າພວກເຈົ້າເຮັດດີ ບໍ່ຕົກໃຈຢ້ານກົວຕໍ່ສິ່ງໃດ ພວກເຈົ້າກໍກາຍເປັນລູກຫລານຂອງ^ນາງແລ້ວ.
[7] ເຈົ້າ^ທັງຫລາຍທີ່ເປັນຜົວກໍເໝືອນກັນ ຈົ່ງຢູ່ກິນກັບເມຍດ້ວຍເຂົ້າໃຈວ່າ ນາງເປັນເພດທີ່ອ່ອນແອກວ່າ ຈົ່ງນັບຖືເມຍ ເໝືອນເປັນຜູ້ຮ່ວມກັນຮັບພຣະຄຸນແຫ່ງຊີວິດ ເປັນມໍຣະດົກ ເພື່ອບໍ່ໃຫ້ສິ່ງໃດ^ສິ່ງໜຶ່ງຂັດຂວາງຄຳພາວັນນາ^ອະທິຖານຂອງ^ພວກເຈົ້າ.
[8] ໃນທີ່ສຸດນີ້ ຂໍໃຫ້ພວກເຈົ້າທຸກຄົນຈົ່ງເປັນນໍ້າໜຶ່ງ^ໃຈ^ດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຈົ່ງຮັກກັນເໝືອນພີ່ນ້ອງຮ່ວມທ້ອງ, ຈົ່ງມີຈິດໃຈເມດຕາ ແລະອ່ອນນ້ອມຖ່ອມຕົວລົງ.
[9] ຢ່າຮ້າຍຕອບແທນການຮ້າຍ ແລະຢ່າປ້ອຍດ່າຕອບແທນການປ້ອຍດ່າ, ແຕ່ກົງກັນຂ້າມຈົ່ງອວຍພອນແກ່ພວກເຂົາ. ດ້ວຍວ່າ, ພຣະເຈົ້າຊົງເອີ້ນພວກເຈົ້າໃຫ້ເຮັດການຢ່າງນີ້ແຫລະ ເພື່ອພວກເຈົ້າຈະໄດ້ຮັບພຣະພອນມາເປັນມໍຣະດົກ.
[10] ເພາະວ່າ “ຜູ້ທີ່ຢາກຮັບຊີວິດອັນດີ ແລະ ປາຖະໜາທີ່ຈະເຫັນວັນສະໜຸກ ກໍໃຫ້ຜູ້ນັ້ນຫ້າມລີ້ນຂອງຕົນ ບໍ່ໃຫ້ເວົ້າຄວາມຊົ່ວ ແລະ ຫ້າມປາກບໍ່ໃຫ້ກ່າວ ຄຳອຸບາຍລໍ້ລວງ.
[11] ຈົ່ງໃຫ້ຜູ້ນັ້ນເວັ້ນໜີຈາກການຊົ່ວ ແລະເຮັດການດີ ຈົ່ງໃຫ້ຜູ້ນັ້ນສະແຫວງຫາສັນຕິສຸກ ແລະພະຍາຍາມຕິດຕາມໄປ.”
[12] “ພຣະເນດຂອງ^ອົງພຣະ^ຜູ້^ເປັນເຈົ້າ ຊົງເຝົ້າເບິ່ງຄົນຊອບທຳ ແລະພຣະອົງກໍຊົງຮັບຟັງຄຳພາວັນນາ ອະທິຖານຂອງ^ເຂົາ ແຕ່ພຣະພັກຂອງ^ພຣະອົງ ຊົງຕໍ່ສູ້ບັນດາຄົນທີ່ເຮັດການຊົ່ວ.”
[13] ຖ້າພວກເຈົ້າດຸໝັ່ນໃນການເຮັດດີ ແມ່ນຜູ້ໃດຈະເຮັດຮ້າຍພວກເຈົ້າ?
[14] ແຕ່ຖ້າພວກເຈົ້າຕ້ອງທົນທຸກຍ້ອນເຮັດສິ່ງທີ່ຖືກຕ້ອງ ພວກເຈົ້າກໍເປັນສຸກ. ຢ່າຢ້ານກົວຕໍ່ຜູ້ທີ່ເຮັດໃຫ້ເຈົ້າສະດຸ້ງຕົກໃຈ ແລະຢ່າວິຕົກກັງວົນໃຈເລີຍ.
[15] ແຕ່ໃນໃຈຂອງ^ເຈົ້າ^ທັງຫລາຍ ຈົ່ງເຄົາຣົບ^ນັບຖືພຣະຄຣິດວ່າ ເປັນອົງພຣະ^ຜູ້^ເປັນເຈົ້າ ຈົ່ງມີໃຈພ້ອມຢູ່ສະເໝີ ເພື່ອພວກເຈົ້າຈະສາມາດຕອບແກ້ຕົວໄດ້ຕໍ່ທຸກຄົນທີ່ຖາມພວກເຈົ້າວ່າ, ເຈົ້າມີເຫດຜົນປະການໃດຈຶ່ງມີຄວາມຫວັງຢ່າງນີ້.
[16] ແຕ່ຈົ່ງຕອບດ້ວຍໃຈສຸພາບແລະຢຳເກງ ແລະໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສ ເພື່ອວ່າເມື່ອພວກເຈົ້າຖືກປະໝາດນິນທາ ຄົນທີ່ກ່າວຫຍາບຊ້າ ຕໍ່ທຳນຽມຄຣິສຕຽນອັນດີຂອງ^ພວກເຈົ້ານັ້ນ ກໍຈະໄດ້ຮັບຄວາມ^ອັບອາຍ.
[17] ເພາະວ່າຖ້ານໍ້າພຣະໄທຂອງ^ພຣະເຈົ້າຊົງເຫັນດີໃຫ້ພວກເຈົ້າທົນທຸກຍ້ອນເຮັດການດີ ກໍດີກວ່າຕ້ອງທົນທຸກຍ້ອນເຮັດການຊົ່ວ.
[18] ດ້ວຍວ່າ, ພຣະຄຣິດກໍເໝືອນກັນ ໄດ້ສິ້ນພຣະຊົນເທື່ອດຽວເປັນການສິ້ນສຸດ ເພື່ອແທນຄວາມ^ຜິດບາບ ຄືພຣະອົງຜູ້ຊອບທຳ ແທນຜູ້ບໍ່ຊອບທຳ ເພື່ອຈະໄດ້ນຳເຮົາທັງຫລາຍໄປເຖິງພຣະເຈົ້າ ຝ່າຍກາຍພຣະອົງຊົງຖືກປະຫານເສຍ ແຕ່ຝ່າຍວິນຍານ ພຣະອົງຖືກຊົງບັນດານໃຫ້ຄືນພຣະຊົນ.
[19] ແລະໂດຍທາງວິນຍານນັ້ນ ພຣະອົງໄດ້ສະເດັດໄປປະກາດແກ່ບັນດາວິນຍານທີ່ຖືກຄຸກຢູ່.
[20] ຊຶ່ງເມື່ອກ່ອນນັ້ນບໍ່ໄດ້ຍອມເຊື່ອຟັງພຣະເຈົ້າ ຄືເມື່ອພຣະເຈົ້າຊົງສຳແດງຄວາມ^ອົດທົນດົນນານ. ໃນສະໄໝຂອງ^ໂນອາ ຂະນະທີ່ທ່ານກຳລັງສ້າງນາວາຢູ່ ໃນນາວາມີຄົນຈຳນວນໜ້ອຍ ຄືແປດຄົນທີ່ໄດ້ຜ່ານພົ້ນນໍ້າຖ້ວມນັ້ນ.
[21] ນໍ້ານັ້ນໝາຍເຖິງພິທີຮັບບັບຕິສະມາ ທີ່ໃຫ້ພວກເຈົ້າລອດພົ້ນດຽວນີ້ ບັບຕິສະມານີ້ ບໍ່ແມ່ນການຊຳລະສິ່ງເປື້ອນເປິທາງຮ່າງກາຍ ແຕ່ເປັນການຮຽນຂໍຕໍ່ພຣະເຈົ້າ ດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ. ບັບຕິສະມານີ້ໃຫ້ເຖິງທີ່ພົ້ນ ເພາະດ້ວຍການທີ່ພຣະເຢຊູ^ຄຣິດເຈົ້າ ຊົງເປັນຄືນມາຈາກຕາຍ
[22] ຜູ້ໄດ້ສະເດັດເຂົ້າໃນມະຫາສະຫວັນ ແລະຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງ^ພຣະເຈົ້າ ໂດຍມີຝູງເທວະດາແລະບັນດາຜູ້ມີອຳນາດ ແລະຣິດເດດຖືກຊົງມອບໄວ້ ໃຫ້ຢູ່ໃຕ້ອຳນາດຂອງ^ພຣະອົງແລ້ວ.