[1] ເຫດສະນັ້ນ ເຈົ້າ^ທັງຫລາຍຈົ່ງລະຖິ້ມຄວາມ^ຄິດຮ້າຍທັງປວງ ກົນອຸບາຍທຸກຢ່າງ ການໜ້າຊື່^ໃຈຄົດ ຄວາມ^ອິດສາ ແລະຄຳເວົ້ານິນທາທັງໝົດ.
[2] ຈົ່ງເປັນເໝືອນດັ່ງເດັກນ້ອຍໆທີ່ເກີດໃໝ່ ຈົ່ງຮ້ອນໃຈປາຖະໜາຫານໍ້ານົມອັນບໍຣິສຸດຝ່າຍຈິດວິນຍານ ເພື່ອວ່າດ້ວຍນໍ້ານົມນັ້ນ ພວກເຈົ້າຈະໄດ້ຈະເລີນຂຶ້ນເຖິງຄວາມ^ພົ້ນ.
[3] ພວກເຈົ້າໄດ້ຄົ້ນພົບ ແລະສຳພັດດ້ວຍຕົນເອງແລ້ວວ່າ, ອົງພຣະ^ຜູ້^ເປັນເຈົ້າປະກອບດ້ວຍພຣະເມດຕາກະຣຸນາ.
[4] ຈົ່ງມາຫາພຣະອົງ ຜູ້ຊົງເປັນພຣະສີລາທີ່ຊົງຊີວິດ ຊຶ່ງຝ່າຍມະນຸດໄດ້ປະຖິ້ມເສຍ ແຕ່ຝ່າຍພຣະເຈົ້າໄດ້ຊົງເລືອກໄວ້ ແລະຊົງຖືວ່າມີຄຸນຄ່າສູງ.
[5] ເຈົ້າ^ທັງຫລາຍກໍເປັນເໝືອນຫີນທີ່ມີຊີວິດຢູ່ ພວກເຈົ້າຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນວິຫານຝ່າຍວິນຍານ ເປັນປະໂຣຫິດບໍຣິສຸດ ເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ ຊຶ່ງພໍພຣະໄທຂອງ^ພຣະເຈົ້າ ໂດຍທາງພຣະເຢຊູ^ຄຣິດເຈົ້າ.
[6] ເພາະມີຄຳຂຽນໄວ້ໃນພຣະຄຳພີແລ້ວວ່າ, “ເບິ່ງແມ! ເຮົາວາງຫີນກ້ອນໜຶ່ງລົງ ໃນເມືອງຊີໂອນ ເປັນຫີນເສົາເອກທີ່ເລືອກໄວ້ແລ້ວ, ແລະເປັນຫີນທີ່ມີຄ່າອັນປະເສີດ ຜູ້ທີ່ວາງໃຈໃນຫີນນັ້ນ ກໍຈະບໍ່ໄດ້ຮັບ ຄວາມ^ອັບອາຍຈັກເທື່ອ.”
[7] ຫີນທີ່ມີຄ່າສູງຫລາຍນີ້ ມີສຳລັບເຈົ້າ^ທັງຫລາຍທີ່ວາງໃຈເຊື່ອ ແຕ່ສຳລັບຄົນທັງຫລາຍທີ່ບໍ່ເຊື່ອນັ້ນ “ຫີນທີ່ຊ່າງກໍ່ຖິ້ມເສຍແລ້ວ ຫີນນັ້ນແຫລະ ໄດ້ກັບກາຍມາເປັນຫີນເສົາເອກ.”
[8] ແລະ “ເປັນຫີນທີ່ຈະເຮັດໃຫ້ຄົນຕຳສະດຸດ ແລະເປັນຫີນທີ່ເຮັດໃຫ້ ພວກເຂົາສະດຸດລົ້ມ” ທີ່ພວກເຂົາສະດຸດນັ້ນ ກໍເພາະພວກເຂົາບໍ່ເຊື່ອຟັງພຣະທຳ ພວກເຂົາກໍຖືກຊົງກຳນົດໄວ້ ສຳລັບການນີ້ແຫລະ.
[9] ແຕ່ຝ່າຍເຈົ້າ^ທັງຫລາຍ ເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ເປັນປະໂຣຫິດຫລວງ ເປັນປະຊາຊາດບໍຣິສຸດ ເປັນພົນລະເມືອງຂອງ^ພຣະເຈົ້າ ເພື່ອເຈົ້າ^ທັງຫລາຍຈະໄດ້ປະກາດພຣະບາລະມີຂອງ^ພຣະອົງ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມ^ສະຫວ່າງອັນມະຫັດສະຈັນຂອງ^ພຣະອົງ.
[10] ຄືເມື່ອກ່ອນນັ້ນ ເຈົ້າທັງຫຼາຍບໍ່ມີຊາດ, ແຕ່ບັດນີ້ເປັນພົນລະເມືອງຂອງ^ພຣະເຈົ້າ ເມື່ອກ່ອນພວກເຈົ້າບໍ່ໄດ້ຮັບພຣະກະຣຸນາ, ແຕ່ບັດນີ້ພວກເຈົ້າໄດ້ຮັບພຣະກະຣຸນາແລ້ວ.
[11] ເຈົ້າ^ທັງຫລາຍທີ່ຮັກ^ເອີຍ ຂ້າພະເຈົ້າຂໍເຕືອນສະຕິພວກເຈົ້າ ເໝືອນເປັນຄົນຕ່າງຊາດທີ່ທ່ອງທ່ຽວໃນໂລກນີ້ ໃຫ້ງົດເວັ້ນຈາກຕັນຫາແນວມະນຸດ ຊຶ່ງທຳການຕໍ່ສູ້ຈິດວິນຍານ.
[12] ຈົ່ງດຳເນີນຊີວິດອັນດີງາມຢູ່ໃນທ່າມກາງຄົນຕ່າງຄວາມເຊື່ອ ເພື່ອວ່າເມື່ອພວກເຈົ້າຖືກກ່າວຫາວ່າເປັນຄົນເຮັດຊົ່ວນັ້ນ, ພວກເຂົາກໍຈະໄດ້ເຫັນຄຸນຄວາມດີຂອງ^ພວກເຈົ້າ ຈະໄດ້ສັນລະເສີນພຣະເຈົ້າ ໃນວັນທີ່ພຣະອົງສະເດັດມາປາກົດ.
[13] ເພາະເຫັນແກ່ອົງພຣະ^ຜູ້^ເປັນເຈົ້າ ເຈົ້າ^ທັງຫລາຍຈົ່ງຍອມຢູ່ໃຕ້ຂໍ້ບັງຄັບທຸກຢ່າງ ທີ່ມະນຸດຕັ້ງໄວ້ ບໍ່ວ່າຜູ້ນັ້ນຈະເປັນກະສັດຜູ້ສູງສຸດ
[14] ຫລືບັນດາຜູ້ປົກຄອງທີ່ໄດ້ຮັບແຕ່ງຕັ້ງຈາກເພິ່ນ ໃຫ້ລົງໂທດຜູ້ທີ່ເຮັດຊົ່ວແລະຍ້ອງຍໍຜູ້ທີ່ເຮັດດີ.
[15] ດ້ວຍວ່າ, ພຣະເຈົ້າຢາກໃຫ້ພວກເຈົ້າລະງັບຄວາມ^ໂງ່ງ່າວຂອງ^ຄົນ ດ້ວຍຄຸນຄວາມດີທີ່ພວກເຈົ້າໄດ້ເຮັດນັ້ນ.
[16] ຈົ່ງດຳເນີນຊີວິດຢ່າງຄົນມີເສລີພາບ ແຕ່ຢ່າໃຊ້ເສລີພາບນັ້ນ ເປັນຂໍ້ອ້າງເພື່ອເຮັດຄວາມຊົ່ວ ແຕ່ຈົ່ງດຳເນີນຊີວິດເໝືອນເປັນຂ້ອຍຂ້າຂອງ^ພຣະເຈົ້າ.
[17] ຈົ່ງໃຫ້ກຽດແກ່ທຸກໆຄົນ ຈົ່ງຮັກບັນດາພີ່ນ້ອງໃນຄວາມເຊື່ອດຽວກັນ ຈົ່ງຢຳເກງພຣະເຈົ້າ ແລະຈົ່ງເຄົາຣົບ^ນັບຖືຜູ້ທີ່ມີອຳນາດສູງສຸດ.
[18] ເຈົ້າທັງຫຼາຍຜູ້ເປັນຄົນ^ຮັບໃຊ້^ເອີຍ, ຈົ່ງຍອມຟັງນາຍຂອງຕົນ ດ້ວຍຄວາມ^ເຄົາຣົບທຸກຢ່າງ ບໍ່ແມ່ນແຕ່ນາຍຜູ້ໃຈດີ ແລະຜູ້ໃຫ້ຄວາມ^ເຫັນອົກ^ເຫັນໃຈເທົ່ານັ້ນ ແຕ່ທັງຕໍ່ນາຍຜູ້ທີ່ໂຫດຮ້າຍດ້ວຍ.
[19] ຖ້າພວກເຈົ້າທົນຄວາມ^ທຸກ^ລຳບາກອັນບໍ່ເປັນທຳ ເນື່ອງຈາກຄວາມເຊື່ອໃນພຣະເຈົ້າ ພຣະອົງຈະຊົງອວຍພອນແກ່ພວກເຈົ້າ.
[20] ເພາະຖ້າພວກເຈົ້າເຮັດການຊົ່ວ ແລະອົດທົນເອົາການຂ້ຽນຕີເພາະເຮັດຊົ່ວ ຈະເປັນການດີ^ການຊອບຢ່າງໃດ? ແຕ່ຖ້າພວກເຈົ້າເຮັດການດີ ແລະອົດທົນເອົາຄວາມ^ທຸກ^ທໍລະມານເພາະການດີນັ້ນ. ດັ່ງນັ້ນແຫລະ ເປັນການຊອບຕໍ່ພຣະພັກພຣະເຈົ້າ.
[21] ເພາະວ່າ ພຣະເຈົ້າໄດ້ຊົງເອີ້ນພວກເຈົ້າໄວ້ສຳລັບການນີ້ແຫລະ ເພາະພຣະຄຣິດກໍໄດ້ຊົງທົນທຸກທໍລະມານ ແທນເຈົ້າ^ທັງຫລາຍເໝືອນກັນ ໂດຍໃຫ້ເປັນແບບຢ່າງແກ່ພວກເຈົ້າ ເພື່ອພວກເຈົ້າຈະໄດ້ຕິດຕາມຮອຍພຣະບາດຂອງ^ພຣະອົງ.
[22] ພຣະອົງບໍ່ໄດ້ເຮັດບາບຈັກປະການ ແລະຄວາມ^ຕົວະຈາກປາກຂອງ^ພຣະອົງກໍບໍ່ມີ.
[23] ເມື່ອເຂົາກ່າວຄຳໝິ່ນປະໝາດພຣະອົງ ພຣະອົງກໍບໍ່ໄດ້ຕອບຄືນ ເມື່ອພຣະອົງທົນທຸກ^ທໍລະມານພຣະອົງກໍບໍ່ໄດ້ຂູ່ອາຄາດ ແຕ່ພຣະອົງໄດ້ມອບຄວາມຫວັງໄວ້ກັບພຣະເຈົ້າຜູ້ຕັດສິນຢ່າງຍຸດຕິທຳ.
[24] ໃນພຣະກາຍຂອງ^ພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງ^ພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບ ແລະມີຊີວິດຝ່າຍຄວາມ^ຊອບທຳ, ດ້ວຍບາດແຜຂອງ^ພຣະອົງ ເຈົ້າ^ທັງຫລາຍກໍດີປົກກະຕິແລ້ວ.
[25] ເພາະວ່າ ພວກເຈົ້າເປັນເໝືອນດັ່ງແກະທີ່ຫລົງເສຍໄປ, ແຕ່ບັດນີ້ພວກເຈົ້າຖືກນຳຄືນມາຫາພຣະຜູ້ລ້ຽງ ແລະຜູ້ເບິ່ງແຍງຈິດວິນຍານຂອງ^ພວກເຈົ້າແລ້ວ.