Skip to content
Opens in a new window
Listen to this chapter • 4:27

[1] ຜູ້ໃດ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ ຜູ້ນັ້ນ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ຮັກ​ພຣະເຈົ້າ​ຜູ້​ຊົງ​ໃຫ້​ກຳເນີດ ຜູ້ນັ້ນ​ກໍ​ຮັກ​ລູກ​ຂອງ^ພຣະອົງ​ເໝືອນກັນ.

[2] ໂດຍ​ຂໍ້​ນີ້​ແຫລະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຮັກ​ລູກ​ທັງຫລາຍ​ຂອງ^ພຣະເຈົ້າ ຄື​ເມື່ອ​ພວກເຮົາ​ຮັກ​ພຣະເຈົ້າ ແລະ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ^ພຣະອົງ.

[3] ເພາະ​ນີ້​ແຫລະ ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ ຄື​ໃຫ້​ເຮົາ​ທັງຫລາຍ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ^ພຣະອົງ ແລະ​ກົດບັນຍັດ​ຂອງ^ພຣະອົງ​ນັ້ນ​ກໍ​ບໍ່​ຍາກ​ໜັກ​ເກີນ​ໄປ,

[4] ເພາະ​ທຸກຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ມີໄຊ​ຕໍ່​ໂລກ ແລະ​ຄວາມເຊື່ອ​ຂອງ^ພວກເຮົາ​ນີ້​ແຫລະ ເປັນ​ໄຊຊະນະ​ທີ່​ຊະນະ​ຕໍ່​ໂລກ.

[5] ຜູ້ໃດ​ໜໍ ທີ່​ໄຊຊະນະ​ຕໍ່​ໂລກ ຖ້າ​ບໍ່ແມ່ນ​ຜູ້​ທີ່​ເຊື່ອ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະບຸດ​ຂອງ^ພຣະເຈົ້າ.

[6] ນີ້​ແຫລະ ຜູ້​ທີ່​ໄດ້​ມາ​ໂດຍ​ນໍ້າ​ແລະ​ພຣະ^ໂລຫິດ ຄື​ພຣະເຢຊູເຈົ້າ ບໍ່ແມ່ນ​ດ້ວຍ​ນໍ້າ​ສິ່ງ​ດຽວ ແຕ່​ດ້ວຍ​ນໍ້າ​ແລະ​ພຣະ^ໂລຫິດ ແລະ​ພຣະວິນຍານ​ຊົງ​ເປັນ​ພະຍານ ເພາະ​ພຣະວິນຍານ​ຊົງ​ເປັນ​ຄວາມຈິງ.

[7] ມີ​ພະຍານ​ຢູ່​ສາມ​ປະການ

[8] ຄື: ພຣະວິນຍານ ນໍ້າ ແລະ​ພຣະ^ໂລຫິດ ແລະ​ພະຍານ​ທັງ​ສາມ​ນີ້​ກໍ​ສອດຄ່ອງ​ກັນ.

[9] ຖ້າ​ເຮົາ​ທັງຫລາຍ​ຮັບ​ພະຍານ​ຫລັກຖານ​ຂອງ^ມະນຸດ ພະຍານ​ຫລັກຖານ​ຂອງ^ພຣະເຈົ້າ​ກໍ​ໃຫຍ່​ກວ່າ, ເພາະວ່າ​ນີ້​ແຫລະ ພະຍານ​ຫລັກຖານ​ຂອງ^ພຣະເຈົ້າ ຄື​ພຣະອົງ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ^ພຣະອົງ.

[10] ຜູ້​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ^ພຣະເຈົ້າ ກໍ​ມີ​ພະຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະເຈົ້າ ກໍໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່ໄດ້​ເຊື່ອ​ຄຳ​ພະຍານ ທີ່​ພຣະເຈົ້າ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ^ພຣະອົງ.

[11] ນີ້​ແຫລະ ເປັນ​ພະຍານ​ຫລັກຖານ​ນັ້ນ ຄື​ວ່າ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ເຮົາ​ທັງຫລາຍ ແລະ​ຊີວິດ​ນີ້​ມີ​ຢູ່​ໃນ​ພຣະບຸດ​ຂອງ^ພຣະອົງ.

[12] ຜູ້​ທີ່​ມີ​ພຣະບຸດ​ກໍ​ມີ​ຊີວິດ ຜູ້​ທີ່​ບໍ່ມີ​ພຣະບຸດ​ຂອງ^ພຣະເຈົ້າ ກໍ​ບໍ່ມີ​ຊີວິດ.

[13] ຂໍ້ຄວາມ^ເຫລົ່ານີ້ ເຮົາ​ຂຽນ​ມາ​ເຖິງ​ເຈົ້າ^ທັງຫລາຍ ທີ່​ເຊື່ອ​ໃນ​ພຣະນາມ​ພຣະບຸດ​ຂອງ^ພຣະເຈົ້າ ເພື່ອ​ເຈົ້າ^ທັງຫລາຍ​ຈະ​ໄດ້​ຮູ້​ວ່າ ພວກເຈົ້າ​ມີ​ຊີວິດ​ນິຣັນດອນ.

[14] ນີ້ແຫລະ ເປັນ​ຄວາມ^ແນ່ໃຈ​ທີ່​ເຮົາ​ທັງຫລາຍ​ມີ​ຢູ່​ຕໍ່​ພຣະອົງ ຄື​ຖ້າ​ພວກເຮົາ​ທູນ​ຂໍ​ສິ່ງໃດ​ທີ່​ເປັນ​ຕາມ​ນໍ້າພຣະໄທ​ຂອງ^ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຟັງ​ພວກເຮົາ.

[15] ແລະ​ຖ້າ​ເຮົາ​ທັງຫລາຍ​ຮູ້​ວ່າ​ພຣະອົງ​ຊົງ​ໂຜດ​ຟັງ​ແລ້ວ ເມື່ອ​ພວກເຮົາ​ທູນ​ຂໍ​ສິ່ງໃດ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ໄດ້​ຮັບ​ສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ​ນັ້ນ.

[16] ຖ້າ​ຜູ້ໃດ​ເຫັນ​ພີ່ນ້ອງ​ຂອງຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ^ຕາຍ ຜູ້ນັ້ນ​ຈົ່ງ​ພາວັນນາ^ອະທິຖານ​ຕໍ່​ພຣະເຈົ້າ ແລ້ວ​ພຣະອົງ​ຈະ​ຊົງ​ໂຜດ​ປະທານ​ຊີວິດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ^ຕາຍ​ນັ້ນ, ແຕ່​ຜິດບາບ​ທີ່​ນຳ​ໄປ​ສູ່​ຄວາມ^ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່ໄດ້​ເວົ້າ​ວ່າ​ໃຫ້​ພາວັນນາ^ອະທິຖານ​ໃນ​ເລື່ອງ​ຜິດບາບ​ຢ່າງ​ນັ້ນ.

[17] ການ​ອະທຳ​ທຸກຢ່າງ​ກໍ​ເປັນ​ຜິດບາບ ແຕ່​ການບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ^ຕາຍ​ກໍ​ມີ​ຢູ່.

[18] ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ, ແຕ່​ພຣະອົງ​ຜູ້​ຊົງ​ບັງເກີດ​ແຕ່​ພຣະເຈົ້າ ກໍ​ຊົງ​ຮັກສາ​ຄົນ​ນັ້ນ ແລະ​ມານຊົ່ວຮ້າຍ​ບໍ່​ສາມາດ​ຈັບ​ຕ້ອງ​ຄົນ​ນັ້ນ.

[19] ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ^ມານຊົ່ວຮ້າຍ.

[20] ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ^ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ^ຄຣິດເຈົ້າ​ພຣະບຸດ​ຂອງ^ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.

[21] ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ^ເອີຍ ຈົ່ງ​ລະວັງ​ຮັກສາ​ຕົນ​ຈາກ​ບັນດາ​ຮູບເຄົາຣົບ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -

1 ໂຢຮັນ — Chapters