Skip to content
Opens in a new window
Listen to this chapter • 6:51

[1] ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ^ເອີຍ, ເຮົາ​ຂຽນ​ຂໍ້ຄວາມ^ເຫລົ່ານີ້​ມາ​ເຖິງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກເຮົາ​ກໍ​ມີ​ທະນາຍຄວາມ ຄື​ພຣະເຢຊູ^ຄຣິດເຈົ້າ ຜູ້​ຊົງ​ທ່ຽງທຳ​ທີ່​ສະຖິດ​ຢູ່​ກັບ​ພຣະບິດາເຈົ້າ.

[2] ແມ່ນ​ດ້ວຍ​ພຣະອົງ​ນີ້​ແຫລະ ທີ່​ພຣະເຈົ້າ​ຊົງ​ຍົກ​ການບາບ​ຂອງ^ພວກເຮົາ​ເສຍ ແລະ​ບໍ່ແມ່ນແຕ່​ການບາບ​ຂອງ^ພວກເຮົາ​ຜູ້​ດຽວ, ແຕ່​ທັງ​ການບາບ​ຂອງ^ມະນຸດ​ທັງປວງ​ໃນ​ໂລກ​ເໝືອນກັນ.

[3] ໃນ​ຂໍ້​ນີ້​ແຫລະ ເຮົາ​ທັງຫລາຍ​ຄົງ​ສັງເກດ​ໄດ້​ວ່າ ພວກເຮົາ​ຮູ້ຈັກ​ກັບ​ພຣະອົງ ຄື​ວ່າ​ຖ້າ​ພວກເຮົາ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ^ພຣະອົງ.

[4] ຖ້າ​ຄົນ​ໃດ​ເວົ້າ​ວ່າ, “ຕົນ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ຖື​ຮັກສາ​ກົດບັນຍັດ​ຂອງ^ພຣະອົງ ຄົນ​ນັ້ນ​ກໍ​ເວົ້າ​ຕົວະ ແລະ​ຄວາມຈິງ​ກໍ​ບໍ່ມີ​ຢູ່​ໃນ​ລາວ.

[5] ແຕ່​ຜູ້ໃດ​ກໍຕາມ ທີ່​ຖື​ຮັກສາ​ພຣະທຳ​ຂອງ^ພຣະອົງ, ຜູ້ນັ້ນ​ແຫລະ ທີ່​ຮັກ​ພຣະເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ໂດຍ​ແທ້. ດ້ວຍເຫດນີ້​ແຫລະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້ຈັກ​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ,

[6] ຜູ້ໃດ​ທີ່​ເວົ້າ​ວ່າ, “ຕົນ​ຢູ່​ໃນ​ພຣະອົງ” ຜູ້ນັ້ນ​ກໍ​ຄວນ​ດຳເນີນ​ຊີວິດ​ຕາມ​ທາງ​ທີ່​ພຣະອົງ​ຊົງ​ດຳເນີນ​ນັ້ນ​ເໝືອນກັນ.

[7] ພວກ​ທີ່ຮັກ^ເອີຍ, ເຮົາ​ບໍ່ໄດ້​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ^ທັງຫລາຍ ແຕ່​ເປັນ​ກົດບັນຍັດ​ເກົ່າ ຊຶ່ງ​ເຈົ້າ^ທັງຫລາຍ​ມີ​ຢູ່​ຕັ້ງແຕ່​ເດີມ​ແລ້ວ, ກົດບັນຍັດ​ເກົ່າ​ນັ້ນ ຄື​ພຣະທຳ​ທີ່​ພວກເຈົ້າ​ໄດ້ຍິນ​ມາ​ແລ້ວ.

[8] ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ^ທັງຫລາຍ ຄື​ຄວາມຈິງ​ໄດ້​ຊົງ​ສຳແດງ​ໃນ​ພຣະອົງ ແລະ​ໃນ​ເຈົ້າ^ທັງຫລາຍ. ເພາະວ່າ​ຄວາມມືດ​ກຳລັງ​ຜ່ານ​ພົ້ນ​ໄປ ແລະ​ຄວາມ^ສະຫວ່າງ​ອັນ​ແທ້ຈິງ​ນັ້ນ ກໍ​ກຳລັງ​ສ່ອງ​ສະຫວ່າງ​ຢູ່​ແລ້ວ.

[9] ຜູ້ໃດ​ທີ່​ເວົ້າ​ວ່າ ຕົນ​ຢູ່​ໃນ​ຄວາມ^ສະຫວ່າງ ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ຢູ່​ໃນ​ຄວາມມືດ​ຈົນເຖິງ​ດຽວ​ນີ້.

[10] ຜູ້​ທີ່​ຮັກ​ພີ່ນ້ອງ​ຂອງຕົນ ກໍ​ຕັ້ງ​ຢູ່​ໃນ​ຄວາມ^ສະຫວ່າງ ແລະ​ເຫດ​ທີ່​ຈະ​ໃຫ້​ສະດຸດ​ໃຈ​ກໍ​ບໍ່ມີ​ໃນ​ຄົນ​ນັ້ນ.

[11] ແຕ່​ຜູ້​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ຍັງ​ຢູ່​ໃນ​ຄວາມມືດ ແລະ​ທຽວ​ໄປ​ໃນ​ຄວາມມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ຈະ​ໄປ​ໃສ ເພາະ​ຄວາມມືດ​ໄດ້​ເຮັດ​ໃຫ້​ຕາ​ຂອງຕົນ​ບອດ​ເສຍ​ແລ້ວ.

[12] ລູກ​ທັງຫລາຍ​ຂອງເຮົາ^ເອີຍ, ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ການບາບ​ຂອງ^ພວກເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ ຍ້ອນ​ເຫັນແກ່​ພຣະນາມ​ຂອງ^ພຣະອົງ.

[13] ພໍ່​ທັງຫລາຍ^ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະອົງ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ຕົ້ນ. ຄົນ​ໜຸ່ມ​ທັງຫລາຍ^ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.

[14] ລູກ​ທັງຫລາຍ​ຂອງເຮົາ^ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ^ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະອົງ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ຕົ້ນ. ຄົນ​ໜຸ່ມ​ທັງຫລາຍ^ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ ເພາະ​ພວກເຈົ້າ​ມີ​ກຳລັງ​ແຂງແຮງ, ພຣະທຳ​ຂອງ^ພຣະເຈົ້າ​ກໍ​ຕັ້ງ​ຢູ່​ໃນ​ພວກເຈົ້າ ແລະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.

[15] ຢ່າ​ຮັກ​ໂລກ ຫລື​ສິ່ງ​ຂອງ^ທີ່​ຢູ່​ໃນ​ໂລກ ຖ້າ​ຜູ້ໃດ​ຮັກ​ໂລກ ຄວາມຮັກ​ຕໍ່​ພຣະບິດາເຈົ້າ​ກໍ​ບໍ່​ຢູ່​ໃນ​ຜູ້ນັ້ນ.

[16] ເພາະ​ສາລະພັດ​ທີ່​ມີ​ຢູ່​ໃນ​ໂລກ ຄື​ຕັນຫາ​ຂອງ^ເນື້ອກາຍ ຕັນຫາ​ຂອງ^ຕາ ແລະ​ຄວາມ^ອວດອ້າງ​ເປົ່າໆ​ໃນ​ຊີວິດ​ນີ້ ບໍ່ໄດ້​ເກີດ​ມາ​ຈາກ​ພຣະບິດາເຈົ້າ ແຕ່​ເກີດ​ມາ​ຈາກ​ໂລກ.

[17] ສ່ວນ​ໂລກ​ກັບ​ຕັນຫາ​ຂອງ^ໂລກ​ກຳລັງ​ເສື່ອມສູນ​ໄປ, ແຕ່​ຜູ້​ທີ່​ເຮັດ​ຕາມ​ນໍ້າພຣະໄທ​ຂອງ^ພຣະເຈົ້າ ຈະ​ຕັ້ງ​ຢູ່​ຕະຫລອດໄປ^ເປັນນິດ.

[18] ລູກ​ທັງຫລາຍ^ເອີຍ, ບັດນີ້​ເປັນ​ເວລາ​ສຸດທ້າຍ​ແລ້ວ ແລະ​ຕາມ​ທີ່​ເຈົ້າ^ທັງຫລາຍ​ໄດ້ຍິນ​ໄດ້​ຟັງ​ມາ​ແລ້ວ​ວ່າ ຜູ້​ຕໍ່ສູ້​ພຣະຄຣິດ​ຈະ​ມີ​ມາ ບັດນີ້​ຜູ້​ຕໍ່ສູ້​ພຣະຄຣິດ​ກໍ​ເກີດ​ມີ​ມາ​ຫລາຍ​ແລ້ວ. ສະນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເປັນ​ເວລາ​ສຸດທ້າຍ.

[19] ພວກເຂົາ​ເຫລົ່ານັ້ນ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ບໍ່ແມ່ນ​ຝ່າຍ​ພວກເຮົາ. ເພາະວ່າ ຖ້າ​ພວກເຂົາ​ແມ່ນ​ຝ່າຍ​ພວກເຮົາ ພວກເຂົາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ, (ແຕ່​ພວກເຂົາ​ໄດ້​ອອກ​ໄປ​ແລ້ວ) ເພື່ອ​ປາກົດ​ແຈ້ງ​ວ່າ ເຂົາ​ເຫລົ່ານັ້ນ​ບໍ່ແມ່ນ​ຝ່າຍ​ພວກເຮົາ​ຈັກ​ຄົນ.

[20] ແຕ່​ຝ່າຍ​ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ຫົດສົງ​ຈາກ​ພຣະອົງ ຜູ້​ຊົງ​ບໍຣິສຸດ​ແລ້ວ, ພວກເຈົ້າ​ທຸກຄົນ​ກໍ​ມີ​ຄວາມຮູ້.

[21] ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ນີ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ບໍ່​ຮູ້​ຄວາມຈິງ, ແຕ່​ຍ້ອນ​ພວກເຈົ້າ​ຮູ້​ຄວາມຈິງ​ແລ້ວ ແລະ​ພວກເຈົ້າ​ກໍ​ຮູ້​ອີກ​ວ່າ ບໍ່ມີ​ຄວາມ^ຕົວະ​ໃດໆ​ທີ່​ມາ​ຈາກ​ຄວາມຈິງ.

[22] ແມ່ນ​ຜູ້ໃດ​ເປັນ​ຜູ້​ເວົ້າ​ຕົວະ ກໍ​ແມ່ນ​ຜູ້​ທີ່​ປະຕິເສດ​ວ່າ ພຣະເຢຊູເຈົ້າ​ບໍ່ແມ່ນ​ພຣະຄຣິດ ຜູ້​ທີ່​ປະຕິເສດ​ພຣະບິດາເຈົ້າ​ແລະ​ພຣະບຸດ ຜູ້ນັ້ນ​ແຫລະ ເປັນ​ຜູ້​ຕໍ່ສູ້​ພຣະຄຣິດ.

[23] ດ້ວຍວ່າ, ຜູ້​ທີ່​ປະຕິເສດ​ພຣະບຸດ ກໍ​ປະຕິເສດ​ພຣະບິດາເຈົ້າ​ເໝືອນກັນ, ຜູ້​ທີ່​ຍອມ​ຮັບ​ພຣະບຸດ ຜູ້ນັ້ນ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.

[24] ເຫດສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຖື​ຮັກສາ​ຖ້ອຍຄຳ ທີ່​ພວກເຈົ້າ​ໄດ້ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ ໄວ້​ໃນ​ຈິດໃຈ​ຂອງ^ພວກເຈົ້າ. ຖ້າ​ພວກເຈົ້າ​ຖື​ຮັກສາ​ຖ້ອຍຄຳ​ເຫລົ່ານັ້ນ ພວກເຈົ້າ​ກໍ​ມີ​ຊີວິດ​ໃນ​ພຣະບຸດ ແລະ​ໃນ​ພຣະບິດາເຈົ້າ​ເໝືອນກັນ.

[25] ນີ້​ແຫລະ ເປັນ​ພຣະສັນຍາ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ເຮົາ​ທັງຫລາຍ ຄື​ຊີວິດ​ນິຣັນດອນ.

[26] ເຮົາ​ຂຽນ​ມາ​ບອກ​ພວກເຈົ້າ ກ່ຽວກັບ​ຜູ້​ທີ່​ຈະ​ເຮັດ​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ.

[27] ແຕ່​ຝ່າຍ​ເຈົ້າ^ທັງຫລາຍ ການ​ຊົງ​ຫົດສົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ສອນ​ອີກ, ເພາະ​ການ​ຊົງ​ຫົດສົງ​ຂອງ^ພຣະອົງ ກຳລັງ​ສັ່ງສອນ​ພວກເຈົ້າ​ເຖິງ​ທຸກສິ່ງ ແລະ​ເປັນ​ຄວາມຈິງ ບໍ່ແມ່ນ​ຄວາມ^ຕົວະ. ການ​ຊົງ​ຫົດສົງ​ໄດ້​ຊົງ​ສອນ​ເຈົ້າ^ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ຢ່າງ​ນັ້ນ.

[28] ແລະ​ບັດນີ້ ລູກ​ນ້ອຍ​ທັງຫລາຍ^ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ເພື່ອ​ວ່າ, ເມື່ອ​ພຣະອົງ​ຊົງ​ສະເດັດ​ມາ​ປາກົດ ເຮົາ​ທັງຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ໜ້າ​ຈາກ​ພຣະອົງ​ດ້ວຍ​ຄວາມ^ອັບອາຍ ເມື່ອ​ພຣະອົງ​ສະເດັດ​ມາ​ນັ້ນ.

[29] ຖ້າ​ເຈົ້າ^ທັງຫລາຍ​ຮູ້​ວ່າ ພຣະອົງ​ຊົງ​ທ່ຽງທຳ ພວກເຈົ້າ​ກໍ​ຮູ້​ໄດ້​ວ່າ ທຸກຄົນ​ທີ່​ປະຕິບັດ​ຕາມ​ຄວາມ^ທ່ຽງທຳ​ນັ້ນ ກໍ​ບັງເກີດ​ມາ​ຈາກ​ພຣະອົງ​ເໝືອນກັນ.

1 ໂຢຮັນ — Chapters