[1] ພວກທີ່ຮັກ^ເອີຍ, ຢ່າເຊື່ອວິນຍານທຸກໆດວງ ແຕ່ຈົ່ງພິສູດວິນຍານທັງຫລາຍນັ້ນວ່າ ມາຈາກພຣະເຈົ້າຫລືບໍ່ ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ.
[2] ດັ່ງນີ້ແຫລະ ພວກເຈົ້າຈະສາມາດຮູ້ວ່າເປັນວິນຍານທີ່ມາຈາກພຣະເຈົ້າໄດ້ ຄືທຸກວິນຍານທີ່ຮັບຮູ້ວ່າ ພຣະເຢຊູ^ຄຣິດເຈົ້າໄດ້ສະເດັດມາຮັບຊາດເປັນມະນຸດ ວິນຍານນັ້ນກໍມາຈາກພຣະເຈົ້າ.
[3] ແຕ່ທຸກວິນຍານທີ່ບໍ່ຍອມຮັບພຣະເຢຊູເຈົ້າ ວິນຍານນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ. ວິນຍານນັ້ນແຫລະ ເປັນວິນຍານຂອງ^ຜູ້ຕໍ່ສູ້ພຣະຄຣິດ ຊຶ່ງພວກເຈົ້າໄດ້ຍິນວ່າຈະມາ ແລະບັດນີ້ກໍຢູ່ໃນໂລກແລ້ວ.
[4] ລູກນ້ອຍທັງຫລາຍ^ເອີຍ, ສ່ວນເຈົ້າ^ທັງຫລາຍກໍເປັນຝ່າຍພຣະເຈົ້າ ແລະໄດ້ຊະນະເຂົາເຫລົ່ານັ້ນແລ້ວ, ເພາະວ່າພຣະອົງຜູ້ຊົງສະຖິດຢູ່ໃນພວກເຈົ້າ ຊົງເປັນໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ.
[5] ຜູ້ທຳນວາຍປອມເຫລົ່ານັ້ນເວົ້າກ່ຽວກັບເລື່ອງຂອງ^ໂລກ ແລະເປັນຂອງ^ໂລກ. ສະນັ້ນ ໂລກຈຶ່ງເຊື່ອຟັງພວກເຂົາ.
[6] ສ່ວນເຮົາທັງຫລາຍເປັນຝ່າຍພຣະເຈົ້າ ຜູ້ໃດທີ່ຮູ້ຈັກພຣະເຈົ້າກໍຟັງພວກເຮົາ, ຜູ້ໃດທີ່ບໍ່ເປັນຝ່າຍພຣະເຈົ້າ ກໍບໍ່ຟັງພວກເຮົາ. ດັ່ງນີ້ແຫລະ ພວກເຮົາຈຶ່ງບອກໄດ້ວ່າວິນຍານຝ່າຍຄວາມຈິງ ແລະວິນຍານຝ່າຍຄວາມຜິດນັ້ນແຕກຕ່າງກັນຢ່າງໃດ.
[7] ເພື່ອນທີ່ຮັກທັງຫລາຍ^ເອີຍ, ໃຫ້ພວກເຮົາຮັກຊຶ່ງກັນແລະກັນ ເພາະວ່າຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະເຈົ້າ.
[8] ຜູ້ໃດທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະພຣະເຈົ້າຊົງເປັນຄວາມຮັກ.
[9] ຝ່າຍພຣະເຈົ້າໄດ້ຊົງສຳແດງຄວາມຮັກຂອງ^ພຣະອົງສຳລັບພວກເຮົາ ໂດຍໄດ້ໃຊ້ພຣະບຸດອົງດຽວຂອງ^ພຣະອົງເຂົ້າມາໃນໂລກ, ເພື່ອວ່າພວກເຮົາຈະມີຊີວິດດ້ວຍພຣະບຸດນັ້ນ.
[10] ຄວາມຮັກທີ່ເຮົາກ່າວເຖິງນີ້ ບໍ່ແມ່ນເຮົາທັງຫລາຍໄດ້ຮັກພຣະເຈົ້າ ແຕ່ພຣະເຈົ້າໄດ້ຊົງຮັກພວກເຮົາ ແລະຊົງໃຊ້ພຣະບຸດຂອງ^ພຣະອົງສະເດັດມາ ເພື່ອເປັນເຄື່ອງບູຊາໄຖ່ບາບກຳຂອງ^ພວກເຮົາ.
[11] ເພື່ອນທີ່ຮັກທັງຫລາຍ^ເອີຍ, ຖ້າພຣະເຈົ້າຊົງຮັກພວກເຮົາຢ່າງນັ້ນແລ້ວ ພວກເຮົາຄວນຮັກຊຶ່ງກັນແລະກັນ.
[12] ຝ່າຍພຣະເຈົ້າບໍ່ມີຜູ້ໃດໄດ້ເຫັນພຣະອົງຈັກເທື່ອ. ຖ້າເຮົາທັງຫລາຍຮັກຊຶ່ງກັນແລະກັນ ພຣະເຈົ້າກໍຊົງສະຖິດຢູ່ໃນເຮົາທັງຫລາຍ ແລະຄວາມຮັກຂອງ^ພຣະອົງກໍສົມບູນໃນພວກເຮົາ.
[13] ດັ່ງນີ້ແຫລະ ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງ ແລະພຣະອົງຊົງສະຖິດຢູ່ໃນພວກເຮົາ ເພາະພຣະອົງໄດ້ຊົງໂຜດປະທານພຣະວິນຍານຂອງ^ພຣະອົງແກ່ພວກເຮົາ.
[14] ຝ່າຍພວກເຮົາໄດ້ເຫັນ ແລະເປັນພະຍານວ່າ ພຣະບິດາເຈົ້າໄດ້ຊົງໃຊ້ພຣະບຸດມາ ເປັນພຣະ^ຜູ້ໂຜດຊ່ວຍຂອງ^ມະນຸດສະໂລກ.
[15] ຜູ້ໃດຍອມຮັບວ່າພຣະເຢຊູເຈົ້າ ຊົງເປັນພຣະບຸດຂອງ^ພຣະເຈົ້າ, ພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍຕັ້ງຢູ່ໃນພຣະເຈົ້າ.
[16] ຝ່າຍເຮົາທັງຫລາຍໄດ້ຮູ້ຈັກ ແລະໄດ້ເຊື່ອໃນຄວາມຮັກທີ່ພຣະເຈົ້າໄດ້ຊົງມີຕໍ່ພວກເຮົາ ພຣະເຈົ້າຊົງເປັນຄວາມຮັກ ຜູ້ໃດທີ່ຕັ້ງຢູ່ໃນຄວາມຮັກ ກໍຢູ່ໃນພຣະເຈົ້າ ແລະພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ.
[17] ໃນຂໍ້ນີ້ແຫລະ ຄວາມຮັກເປັນທີ່ສຳເລັດໃນເຮົາທັງຫລາຍ, ເພື່ອວ່າພວກເຮົາຈະໄດ້ມີຄວາມ^ແນ່ໃຈໃນວັນພິພາກສາ ເພາະພຣະຄຣິດຊົງເປັນຢ່າງໃດ ເຮົາທັງຫລາຍຢູ່ໃນໂລກນີ້ກໍເປັນຢ່າງນັ້ນ.
[18] ໃນຄວາມຮັກນັ້ນ ບໍ່ມີຄວາມ^ຢ້ານ. ຄວາມຮັກອັນຄົບ^ບໍຣິບູນກໍຂັບໄລ່ຄວາມ^ຢ້ານທຸກຢ່າງອອກໄປ. ເຫດສະນັ້ນ ຜູ້ທີ່ຢ້ານກໍຍັງບໍ່ສຳເລັດໃນຄວາມຮັກ ເພາະຄວາມ^ຢ້ານມີຄວາມ^ສຳພັນກັບການລົງໂທດ.
[19] ຝ່າຍເຮົາທັງຫຼາຍໄດ້ຮັກ ເພາະພຣະອົງຊົງຮັກພວກເຮົາກ່ອນ.
[20] ຖ້າຜູ້ໃດເວົ້າວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍເປັນຄົນຂີ້ຕົວະ. ດ້ວຍວ່າ, ເມື່ອລາວບໍ່ຮັກພີ່ນ້ອງທີ່ຕາເຫັນແລ້ວ ຈະສາມາດຮັກພຣະເຈົ້າທີ່ຕາບໍ່ເຫັນໄດ້ຢ່າງໃດ?
[21] ຂໍ້ຄຳສັ່ງທີ່ພຣະອົງໄດ້ມອບແກ່ພວກເຮົາມີດັ່ງນີ້: “ຜູ້ໃດທີ່ຮັກພຣະເຈົ້ານັ້ນ ຈົ່ງຮັກພີ່ນ້ອງຂອງຕົນເໝືອນກັນ.”