Skip to content
Opens in a new window
Listen to this chapter • 2:09

[1] ຊຶ່ງ​ມີ​ຢູ່​ແຕ່​ປະຖົມມະການ ຊຶ່ງ​ເຮົາ​ໄດ້ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິຈາລະນາ​ເບິ່ງ ແລະ​ມື​ຂອງເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວກັບ​ພຣະທຳ​ອັນ​ຊົງ​ຊີວິດ.

[2] ເມື່ອ​ຊີວິດ​ນັ້ນ​ໄດ້​ມາ​ປາກົດ ພວກເຮົາ​ກໍໄດ້​ເຫັນ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ພະຍານ​ເຖິງ​ຊີວິດ​ນັ້ນ ແລະ​ປະກາດ​ແກ່​ພວກເຈົ້າ​ເຖິງ​ຊີວິດ​ນິຣັນດອນ ຊຶ່ງ​ໄດ້​ມີ​ຢູ່​ກັບ​ພຣະບິດາເຈົ້າ ແລະ​ໄດ້​ປາກົດ​ແກ່​ພວກເຮົາ.

[3] ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ^ຄຣິດເຈົ້າ​ພຣະບຸດ​ຂອງ^ພຣະອົງ.

[4] ພວກເຮົາ​ຂຽນ​ຂໍ້​ຄວາມ^ເຫລົ່ານີ້ ເພື່ອ​ຄວາມ^ຊົມຊື່ນ^ຍິນດີ​ຂອງ^ພວກເຮົາ ຈະ​ໄດ້​ຄົບ​ເຕັມ​ບໍລິບູນ.

[5] ນີ້ແຫລະ ເປັນ​ຖ້ອຍຄຳ​ທີ່​ພວກເຮົາ​ໄດ້ຍິນ​ຈາກ​ພຣະອົງ ແລະ​ປະກາດ​ແກ່​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ເປັນ​ຄວາມ^ສະຫວ່າງ ໃນ​ພຣະອົງ​ບໍ່ມີ​ຄວາມມືດ​ເລີຍ.

[6] ຖ້າ​ພວກເຮົາ​ບອກ​ວ່າ ພວກເຮົາ​ຮ່ວມ​ສາມັກຄີທຳ​ກັບ​ພຣະອົງ, ແຕ່​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ​ທັງ​ຄຳ​ເວົ້າ​ແລະ​ການ​ກະທຳ​ພ້ອມໆ​ກັນ.

[7] ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ^ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ^ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ^ໂລຫິດ​ຂອງ^ພຣະເຢຊູເຈົ້າ ພຣະບຸດ​ຂອງ^ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.

[8] ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ມີ​ບາບ ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ​ພວກເຮົາ​ກໍ​ບໍ່ມີ​ຄວາມຈິງ​ໃນ​ຈິດໃຈ.

[9] ຖ້າ​ເຮົາ​ທັງຫລາຍ​ສາລະພາບ​ຜິດບາບ​ທັງຫຼາຍ​ຂອງ^ພວກເຮົາ ພຣະອົງ​ຊົງ​ສັດຊື່​ແລະ​ທ່ຽງທຳ ຈະ​ຊົງ​ໂຜດ​ຍົກ^ບາບ​ຂອງ^ພວກເຮົາ ແລະ​ຈະ​ຊົງ​ໂຜດ​ຊຳລະລ້າງ​ເຮົາ​ທັງຫລາຍ​ຈາກ​ການ​ອະທຳ​ໝົດ​ສິ້ນ.

[10] ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ໄດ້​ເຮັດ​ບາບ​ກໍ​ເທົ່າ​ກັບ​ວ່າ ພວກເຮົາ​ເຮັດ​ໃຫ້​ພຣະເຈົ້າ​ເປັນ​ຜູ້​ຕົວະ ແລະ​ພຣະທຳ​ຂອງ^ພຣະອົງ​ກໍ​ບໍ່​ຢູ່​ໃນ​ພວກເຮົາ​ເລີຍ.

1 ໂຢຮັນ — Chapters