Skip to content
Opens in a new window
Listen to this chapter • 2:54

[1] ຈາກ ຜູ້ປົກຄອງ ເຖິງ ທ່ານ​ສຸພາບ​ສະຕຼີ​ທີ່​ຊົງ​ເລືອກ​ໄວ້ ແລະ ພວກ​ລູກ​ຂອງ^ນາງ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ ບໍ່ແມ່ນ​ເຮົາ​ພຽງ​ຄົນ​ດຽວ ແຕ່​ທຸກຄົນ​ທີ່​ຮູ້​ຄວາມຈິງ​ກໍ​ຮັກ​ເໝືອນກັນ,

[2] ເພາະ​ຄວາມຈິງ​ດຳລົງ​ຢູ່​ໃນ​ພວກເຮົາ ແລະ​ມີ​ຢູ່​ກັບ​ພວກເຮົາ​ຊົ່ວ^ນິຣັນດອນ.

[3] ພຣະຄຸນ ພຣະ​ເມດຕາ ແລະ​ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຈາກ​ພຣະເຢຊູ^ຄຣິດເຈົ້າ ພຣະບຸດ​ຂອງ^ພຣະບິດາ​ນັ້ນ ຈະ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ ໃນ​ຄວາມຈິງ​ແລະ​ໃນ​ຄວາມຮັກ.

[4] ເຮົາ​ດີໃຈ​ຫລາຍ​ທີ່​ຮູ້​ວ່າ ພວກ​ລູກ​ຂອງ^ເຈົ້າ​ບາງຄົນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມຈິງ ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ​ນັ້ນ.

[5] ດັ່ງນັ້ນແຫລະ ທ່ານ​ສຸພາບ​ສະຕີຼ​ທີ່ຮັກ^ເອີຍ, ເຮົາ​ຂໍຮ້ອງ​ເຈົ້າ​ທັງຫຼາຍ ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ນີ້​ບໍ່ແມ່ນ​ກົດບັນຍັດ​ຂໍ້​ໃໝ່​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ, ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ເຄີຍ​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ.

[6] ແລະ​ຄວາມຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ ຄື​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ^ພຣະເຈົ້າ ເປັນ​ກົດບັນຍັດ​ທີ່​ພວກເຈົ້າ​ເຄີຍ​ໄດ້​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ​ນັ້ນ ເພື່ອ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ປະຕິບັດ​ຕາມ.

[7] ຜູ້​ຫລອກລວງ​ຫລາຍ​ຄົນ​ໄດ້​ອອກ​ໄປ​ທົ່ວ​ໂລກ​ແລ້ວ ເປັນ​ພວກ​ທີ່​ບໍ່​ຍອມ​ຮັບ​ວ່າ ພຣະເຢຊູ^ຄຣິດເຈົ້າ​ໄດ້​ສະເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະນຸດ. ຄົນ​ຢ່າງ​ນັ້ນ​ແຫລະ ເປັນ​ຜູ້​ຫລອກລວງ ແລະ​ເປັນ​ສັດຕູ​ຂອງ^ພຣະຄຣິດ.

[8] ເຫດສະນັ້ນ ພວກເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເສຍ​ປະໂຫຍດ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ ແຕ່​ຈະ​ໄດ້​ຮັບ​ບຳເໜັດ​ເຕັມ​ສ່ວນ.

[9] ຜູ້ໃດ​ທີ່​ລ່ວງເກີນ ບໍ່​ດຳລົງ​ຢູ່​ໃນ​ຄຳສອນ​ຂອງ^ພຣະຄຣິດ ຜູ້​ນັ້ນ​ກໍ​ບໍ່ມີ​ພຣະເຈົ້າ ຜູ້ໃດ​ທີ່​ດຳລົງ​ຢູ່​ໃນ​ຄຳສັ່ງສອນ​ນີ້ ກໍ​ມີ​ທັງ​ພຣະບິດາເຈົ້າ​ແລະ​ພຣະບຸດ.

[10] ຖ້າ​ຜູ້ໃດ​ມາ​ຫາ​ເຈົ້າ ແລະ​ບໍ່​ເອົາ​ຄຳສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ຄົນ​ນັ້ນ​ເຂົ້າ​ໃນ​ເຮືອນ ແລະ​ທັງ​ຢ່າ​ສະແດງ​ຄວາມ^ຄຳນັບ​ຕໍ່​ຜູ້ນັ້ນ.

[11] ດ້ວຍວ່າ, ຜູ້ໃດ​ທີ່​ສະແດງ​ຄວາມ^ຄຳນັບ​ຕໍ່​ເຂົາ ຜູ້ນັ້ນ​ກໍ​ເຂົ້າ​ສ່ວນ​ໃນ​ການ​ກະທຳ​ຊົ່ວ​ຂອງ^ເຂົາ​ແລ້ວ.

[12] ເຮົາ​ຍັງ​ມີ​ຫລາຍ​ຢ່າງ ທີ່​ຈະ​ຂຽນ​ມາ​ເຖິງ​ເຈົ້າ​ທັງຫຼາຍ ແຕ່​ເຮົາ​ບໍ່​ຢາກ​ໃຊ້​ເຈ້ຍ​ແລະ​ນໍ້າມຶກ ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ ແລະ​ເວົ້າ​ກັນ​ປາກ​ຕໍ່​ປາກ ເພື່ອ​ຄວາມ^ຍິນດີ​ຈະ​ໄດ້​ມີ​ຢ່າງ​ເຕັມປ່ຽມ.

[13] ບັນດາ​ລູກ​ຂອງ^ນ້ອງສາວ​ຂອງ^ເຈົ້າ​ທີ່​ຊົງ​ເລືອກ​ໄວ້ນັ້ນ ກໍ​ຝາກ​ຄວາມ^ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -