Skip to content
Opens in a new window
Listen to this chapter • 5:02

[1] ເບິ່ງແມ! ພຣະບິດາເຈົ້າ​ຊົງ​ໂຜດ​ປະທານ​ຄວາມຮັກ​ແກ່​ເຮົາ​ທັງຫລາຍ ເປັນ​ຢ່າງ​ໃດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ພວກເຮົາ​ວ່າ ບຸດ​ຂອງ^ພຣະອົງ ແລະ​ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດ​ທີ່​ໂລກ​ບໍ່​ຮູ້ຈັກ​ເຮົາ​ທັງຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້ຈັກ​ພຣະອົງ​ນັ້ນ​ແຫລະ.

[2] ພວກ​ທີ່ຮັກ^ເອີຍ, ບັດນີ້​ເຮົາ​ທັງຫລາຍ​ເປັນ​ບຸດ​ຂອງ^ພຣະເຈົ້າ​ແລ້ວ ແລະ​ຍັງ​ບໍ່ໄດ້​ຊົງ​ສຳແດງ​ໃຫ້​ຮູ້​ຄັກ​ວ່າ ຕໍ່ໄປ​ພວກເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະອົງ​ຈະ​ສະເດັດ​ມາ​ປາກົດ​ນັ້ນ ເຮົາ​ທັງຫລາຍ​ຈະ​ເປັນ​ເໝືອນ​ພຣະອົງ ເພາະວ່າ​ພວກເຮົາ​ຈະ​ເຫັນ​ພຣະອົງ ຢ່າງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່​ນັ້ນ.

[3] ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.

[4] ທຸກຄົນ​ທີ່​ເຮັດ​ບາບ ກໍ​ມີ​ຄວາມຜິດ​ໃນ​ຖານ​ທີ່​ຝ່າຝືນ​ກົດບັນຍັດ ເພາະ​ການບາບ​ແມ່ນ​ການ​ຝ່າຝືນ​ກົດບັນຍັດ.

[5] ພວກເຈົ້າ​ຮູ້​ວ່າ​ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຍົກ​ເອົາ​ບາບກຳ​ຂອງ^ມະນຸດ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ບາບ​ເລີຍ.

[6] ດັ່ງນັ້ນ ຜູ້ໃດ​ທີ່​ຕັ້ງໝັ້ນ​ຢູ່​ໃນ​ພຣະອົງ ຜູ້ນັ້ນ​ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່ໄປ ສ່ວນ​ຜູ້ໃດ​ທີ່​ຍັງ​ເຮັດ​ບາບ​ຕາມ​ເຄີຍ ຜູ້ນັ້ນ​ກໍ​ຍັງ​ບໍ່​ເຫັນ​ພຣະອົງ ແລະ​ຍັງ​ບໍ່​ຮູ້ຈັກ​ພຣະອົງ.

[7] ລູກ​ນ້ອຍ​ທັງຫລາຍ^ເອີຍ, ຢ່າ​ໃຫ້​ຜູ້ໃດ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງ ຜູ້​ທີ່​ເຮັດ​ຕາມ​ຄວາມ^ທ່ຽງທຳ ກໍ​ເປັນ​ຜູ້​ທ່ຽງທຳ ເໝືອນ​ພຣະອົງ​ຜູ້​ຊົງ​ທ່ຽງທຳ.

[8] ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ^ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ^ມານຮ້າຍ​ເສຍ.

[9] ຜູ້ໃດ​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ສະພາບ​ຂອງ^ພຣະອົງ​ຊົງ​ດຳລົງ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ບໍ່​ອາດ​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ຕົນ​ໄດ້​ບັງເກີດ​ຈາກ​ພຣະເຈົ້າ​ແລ້ວ.

[10] ດັ່ງນັ້ນແຫລະ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ^ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ^ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ^ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ^ພຣະເຈົ້າ.

[11] ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ​ແລະ​ໄດ້​ຟັງ​ມາ​ຕັ້ງແຕ່​ຕອນ​ຕົ້ນ​ນັ້ນ ຄື​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ.

[12] ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ^ນ້ອງ​ນັ້ນ​ຊອບທຳ.

[13] ພີ່ນ້ອງ​ທັງຫລາຍ^ເອີຍ, ຖ້າ​ໂລກນີ້​ກຽດຊັງ​ພວກເຈົ້າ​ຢ່າ​ປະຫລາດ^ໃຈ.

[14] ຝ່າຍ​ເຮົາ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ^ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ ກໍ​ເພາະ​ພວກເຮົາ​ຮັກ​ພີ່ນ້ອງ. ຜູ້ໃດ​ທີ່​ບໍ່​ຮັກ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມ^ຕາຍ.

[15] ທຸກຄົນ​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ເປັນ​ຜູ້^ຂ້າຄົນ ພວກເຈົ້າ​ຮູ້​ແລ້ວ​ວ່າ ຜູ້^ຂ້າຄົນ​ບໍ່ມີ​ຊີວິດ​ນິຣັນດອນ​ຕັ້ງ​ຢູ່​ໃນ​ເຂົາ​ເລີຍ.

[16] ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ຮູ້ຈັກ​ຄວາມຮັກ​ໂດຍ​ທີ່​ພຣະຄຣິດ​ໄດ້​ສະຫລະ​ຊີວິດ​ຂອງ^ພຣະອົງ ເພື່ອ​ພວກເຮົາ ແລະ​ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງເຮົາ​ເພື່ອ​ພີ່ນ້ອງ​ເໝືອນກັນ.

[17] ແຕ່​ຖ້າ​ຜູ້ໃດ​ມີ​ຊັບສົມບັດ​ໃນ​ໂລກນີ້ ແລະ​ເຫັນ​ພີ່ນ້ອງ​ຂອງຕົນ​ຂັດສົນ ແລ້ວ​ຍັງ​ບໍ່​ຍອມ​ມີ​ໃຈ​ເມດຕາ​ຊ່ວຍເຫລືອ​ຜູ້ນັ້ນ ຄວາມຮັກ​ຕໍ່​ພຣະເຈົ້າ​ຈະ​ດຳລົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ​ໃດ.

[18] ລູກ​ນ້ອຍ​ທັງຫລາຍ^ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ດ້ວຍ​ຄວາມ^ເວົ້າ​ແລະ​ດ້ວຍ​ປາກ​ເທົ່ານັ້ນ, ແຕ່​ຈົ່ງ​ສະແດງ​ຄວາມຮັກ​ອັນ​ແທ້ຈິງ​ດ້ວຍ​ການ​ກະທຳ.

[19] ດ້ວຍເຫດນີ້​ແຫລະ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ຄື​ພວກເຮົາ​ມີ​ຄວາມ^ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ.

[20] ຖ້າ​ໃຈ​ຂອງ^ພວກເຮົາ​ກ່າວໂທດ​ໃສ່​ພວກເຮົາ​ເອງ ພວກເຮົາ​ກໍ​ຮູ້​ວ່າ​ພຣະເຈົ້າ​ໃຫຍ່​ກວ່າ​ໃຈ​ຂອງ^ພວກເຮົາ ແລະ​ພຣະອົງ​ກໍ​ຊົງ​ຮູ້​ທຸກໆ​ສິ່ງ.

[21] ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ຂອງເຮົາ^ເອີຍ, ຖ້າ​ໃຈ​ຂອງ^ພວກເຮົາ​ບໍ່​ກ່າວໂທດ​ໃສ່​ພວກເຮົາ​ແລ້ວ ພວກເຮົາ​ກໍ​ມີ​ໃຈ​ກ້າ​ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.

[22] ແລະ​ເມື່ອ​ພວກເຮົາ​ຂໍ​ສິ່ງໃດ​ຈາກ​ພຣະອົງ ພວກເຮົາ​ກໍໄດ້​ຮັບ​ສິ່ງ​ນັ້ນ ເພາະ​ພວກເຮົາ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ^ພຣະອົງ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ຊົງ​ພໍພຣະໄທ.

[23] ກົດບັນຍັດ​ຂອງ^ພຣະເຈົ້າ ຄື​ໃຫ້​ພວກເຮົາ​ເຊື່ອ​ໃນ​ພຣະນາມ​ພຣະເຢຊູ^ຄຣິດເຈົ້າ ພຣະບຸດ​ຂອງ^ພຣະເຈົ້າ ແລະ​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ສັ່ງ​ພວກເຮົາ.

[24] ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ^ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.

1 ໂຢຮັນ — Chapters