Skip to content
Opens in a new window
Listen to this chapter • 4:43

[1] ພວກ​ທີ່ຮັກ^ເອີຍ, ນີ້​ແຫລະ ເປັນ​ຈົດໝາຍ​ສະບັບ​ທີ​ສອງ ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ^ທັງຫລາຍ, ໃນ​ຈົດໝາຍ​ທັງສອງ​ສະບັບ​ນີ້ ຂ້າພະເຈົ້າ​ໄດ້​ປຸກ​ເຕືອນ​ຈິດໃຈ​ອັນ​ສັດຊື່​ຂອງ^ພວກເຈົ້າ​ໃຫ້​ລະນຶກເຖິງ.

[2] ເພື່ອ​ໃຫ້​ພວກເຈົ້າ​ຈົດຈຳ​ຖ້ອຍຄຳ​ທັງຫຼາຍ ຊຶ່ງ​ພວກ​ຜູ້ທຳນວາຍ​ຜູ້​ບໍຣິສຸດ ໄດ້​ກ່າວ​ໄວ້​ເມື່ອ​ກ່ອນ​ນັ້ນ ທັງ​ຂໍ້ຄຳສັ່ງ​ຈາກ​ອົງພຣະ^ຜູ້^ເປັນເຈົ້າ ຄື​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ຊຶ່ງ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ​ແກ່​ພວກເຈົ້າ​ນັ້ນ.

[3] ກ່ອນ​ອື່ນ ຈົ່ງ​ຮູ້​ຂໍ້​ນີ້ ຄື​ຄາວ​ສຸດທ້າຍ​ຈະ​ມີ​ຄົນ​ເຢາະເຢີ້ຍ​ມາ​ເວົ້າ​ສຽດສີ​ຕາມ​ໃຈ​ປາຖະໜາ​ຂອງຕົນ.

[4] ພວກເຂົາ​ຈະ​ຖາມ​ວ່າ, “ຄຳ​ທີ່​ຊົງ​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ສະເດັດ​ມາ​ນັ້ນ​ຢູ່​ໃສ? ເພາະວ່າ​ຕັ້ງແຕ່​ບັນພະບຸລຸດ​ລ່ວງລັບ​ໄປ​ແລ້ວ ສິ່ງ​ທັງປວງ​ກໍ​ເປັນ​ຢູ່​ເໝືອນ​ເດີມ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ”

[5] ເພາະວ່າ​ພວກເຂົາ​ເຮັດ​ຄື​ລືມ​ຂໍ້​ນີ້​ເສຍ ດ້ວຍ​ພຣະທຳ​ຂອງ^ພຣະເຈົ້າ ຟ້າ​ສະຫວັນ​ຈຶ່ງ​ໄດ້​ມີ​ຢູ່​ຕັ້ງແຕ່​ບູຮານ ແລະ​ແຜ່ນດິນ^ໂລກ​ຈຶ່ງ​ໄດ້​ເກີດຂຶ້ນ​ຈາກ​ນໍ້າ​ແລະ​ດ້ວຍ​ທາງ​ນໍ້າ.

[6] ດ້ວຍ​ນໍ້າ​ນັ້ນ​ແຫລະ ມະນຸດສະໂລກ​ໃນ​ສະໄໝ​ບູຮານ ຈຶ່ງ​ຖືກ​ທຳລາຍ​ດ້ວຍ​ນໍ້າ​ຖ້ວມ.

[7] ໂດຍ​ພຣະທຳ​ອັນ​ດຽວກັນ​ນັ້ນ​ແຫລະ ຟ້າ​ແລະ​ດິນ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ຊົງ​ຮັກສາ​ໄວ້​ສຳລັບ​ໃຫ້​ໄຟ​ເຜົາຜານ​ເສຍ ຄື​ຊົງ​ຮັກສາ​ໄວ້​ຈົນກວ່າ​ຈະ​ເຖິງ​ວັນ​ທີ່​ບັນດາ​ມະນຸດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຈະ​ຊົງ​ຖືກ​ພິພາກສາ​ແລະ​ຈິບຫາຍ​ໄປ.

[8] ແຕ່​ພວກ​ທີ່ຮັກ^ເອີຍ ຢ່າ​ລືມ​ຂໍ້​ນີ້​ວ່າ ຕໍ່​ພຣະພັກ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ວັນ​ດຽວ​ກໍ​ເໝືອນ​ກັບ​ພັນ​ປີ ແລະ​ພັນ​ປີ​ກໍ​ເໝືອນ​ກັບ​ວັນ​ດຽວ.

[9] ອົງພຣະ^ຜູ້^ເປັນເຈົ້າ​ບໍ່ໄດ້​ຊົງ​ເສີຍຊ້າ ທີ່​ຈະ​ເຮັດ​ໃຫ້​ພຣະສັນຍາ​ຂອງ^ພຣະອົງ​ສຳເລັດ ເໝືອນ​ດັ່ງ​ທີ່​ບາງຄົນ​ນັ້ນ​ຄິດ​ວ່າ​ຊ້າ ແຕ່​ພຣະອົງ​ຊົງ​ອົດທົນ​ດົນນານ ເພາະ​ເຫັນແກ່​ເຈົ້າ​ທັງຫຼາຍ. ພຣະອົງ​ບໍ່​ປະສົງ​ໃຫ້​ຜູ້ໃດ^ຜູ້ໜຶ່ງ​ຕ້ອງ​ຈິບຫາຍ​ໄປ, ແຕ່​ຊົງ​ປາຖະໜາ​ທີ່​ຈະ​ໃຫ້​ຄົນ​ທັງປວງ ມາ​ເຖິງ​ການ​ຖິ້ມໃຈເກົ່າ^ເອົາໃຈໃໝ່.

[10] ແຕ່​ວັນ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ທ້ອງຟ້າ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ^ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.

[11] ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ໄປ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ? ໃນ​ການ​ດຳເນີນ​ຊີວິດ​ອັນ​ບໍຣິສຸດ​ແລະ​ການ​ນັບຖື​ພຣະເຈົ້າ.

[12] ຈົ່ງ​ຄອຍ​ຖ້າ​ແລະ​ເຮັ່ງຮີບ​ໃຫ້​ວັນ​ຂອງ^ພຣະເຈົ້າ​ມາ​ເຖິງ ຊຶ່ງ​ໃນ​ວັນ​ນັ້ນ ທ້ອງຟ້າ​ຈະ​ຖືກ​ໄຟ​ເຜົາ​ສະຫລາຍ​ໄປ ແລະ​ໂລກ​ທາດ​ຈະ​ຖືກ​ໄຟ​ຜານ​ສະຫລາຍ​ໄປ.

[13] ແຕ່​ວ່າ ຕາມ​ພຣະສັນຍາ​ຂອງ^ພຣະອົງ ເຮົາ​ທັງຫລາຍ​ຄອຍ​ຖ້າ​ຟ້າ​ອາກາດ​ໃໝ່​ແລະ​ແຜ່ນດິນ^ໂລກ​ໃໝ່ ຊຶ່ງ​ຄວາມ^ຊອບທຳ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ.

[14] ດ້ວຍເຫດນັ້ນ ພວກ​ທີ່ຮັກ^ເອີຍ, ເມື່ອ​ເຈົ້າ^ທັງຫລາຍ​ກຳລັງ​ຄອຍຖ້າ​ສິ່ງ​ເຫລົ່ານີ້​ຢູ່ ຈົ່ງ​ອົດສາ​ພະຍາຍາມ​ໃຫ້​ພຣະອົງ​ຊົງ​ພົບ​ພວກເຈົ້າ​ຢູ່​ໃນ​ຄວາມ^ສະຫງົບ ໂດຍ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລະ​ຂໍ້​ຕຳໜິ.

[15] ຈົ່ງ​ຖື​ວ່າ​ການ​ທີ່​ອົງພຣະ^ຜູ້^ເປັນເຈົ້າ​ຂອງ^ພວກເຮົາ​ທັງຫລາຍ ຊົງ​ອົດກັ້ນ​ພຣະໄທ​ໄວ້​ດົນນານ​ນັ້ນ ກໍ​ເພື່ອ​ໂຜດ​ພວກເຮົາ​ໃຫ້​ລອດພົ້ນ ເໝືອນ​ດັ່ງ​ໂປໂລ​ນ້ອງ​ທີ່ຮັກ​ຂອງເຮົາ ໄດ້​ຂຽນ​ຈົດໝາຍ​ເຖິງ​ເຈົ້າ^ທັງຫລາຍ ຕາມ​ສະຕິປັນຍາ​ທີ່​ໄດ້​ຊົງ​ປະທານ​ແກ່​ເພິ່ນ​ນັ້ນ.

[16] ໃນ​ຈົດໝາຍ​ທຸກ​ສະບັບ​ຂອງ^ເພິ່ນ ກໍ​ກ່າວ​ເຖິງ​ເຫດການ​ເຫລົ່ານັ້ນ​ໄວ້​ແລ້ວ, ໃນ​ຈົດໝາຍ​ເຫລົ່ານັ້ນ ມີ​ບາງ​ຂໍ້​ທີ່​ເຂົ້າໃຈ​ຍາກ ຊຶ່ງ​ຄົນ​ທັງຫລາຍ​ທີ່​ຮູ້ເທົ່າ^ບໍ່^ເຖິງການ ແລະ​ທີ່​ມີ​ໃຈ​ບໍ່​ໝັ້ນຄົງ​ແນ່ນອນ ໄດ້​ບິດເບືອນ​ຂໍ້ຄວາມ^ເຫລົ່ານັ້ນ​ເສຍ ເໝືອນ​ຢ່າງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ຂໍ້​ອື່ນໆ​ໃນ​ພຣະຄຳພີ ອັນ​ເປັນ​ເຫດ​ໃຫ້​ຕົນເອງ​ຈິບຫາຍ​ໄປ.

[17] ເພາະເຫດນັ້ນ ພວກ​ທີ່ຮັກ^ເອີຍ, ເມື່ອ​ພວກເຈົ້າ​ຮູ້​ເລື່ອງ​ນີ້​ກ່ອນ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ພວກເຈົ້າ​ຈະ​ຫລົງ​ໄປ​ເຮັດ​ຜິດ ຕາມ​ຄວາມຜິດ​ຂອງ^ຄົນ​ທີ່​ຂາດ​ສິນທຳ​ເຫລົ່ານັ້ນ ແລະ​ເຈົ້າ^ທັງຫລາຍ​ຈະ​ຕົກ​ເສຍ​ຈາກ​ຄວາມ^ໜັກແໜ້ນ​ໝັ້ນຄົງ​ຂອງ^ພວກ​ຕົນ.

[18] ແຕ່​ຂໍ​ໃຫ້​ເຈົ້າ^ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ^ຜູ້^ເປັນເຈົ້າ​ຂອງ^ພວກເຮົາ ແລະ​ພຣະເຢຊູ^ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ^ນິຣັນດອນ ອາແມນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -

2 ເປໂຕ — Chapters