Skip to content
Opens in a new window
Listen to this chapter • 5:11

[1] ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ^ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ^ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ^ຜູ້^ເປັນເຈົ້າ.

[2] ເຮົາ​ຂໍ​ເຕືອນ​ນາງ^ຢູໂອເດຍ ແລະ ນາງ^ຊີນຕີເຂ ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ຖືກຕ້ອງ​ປອງດອງ​ກັນ ເໝືອນ​ຢ່າງ​ເອື້ອຍ​ນ້ອງ​ໃນ​ອົງພຣະ^ຜູ້^ເປັນເຈົ້າ.

[3] ເຮົາ​ຂໍຮ້ອງ​ພວກເຈົ້າ ຜູ້​ເປັນ​ເພື່ອນ​ຮ່ວມງານ​ທີ່​ສັດຊື່​ຂອງເຮົາ​ແທ້ໆ ເຮົາ​ຢາກ​ໃຫ້​ເຈົ້າ​ຊ່ວຍເຫລືອ​ຍິງ​ທັງສອງ​ຄົນ​ນີ້ ເພາະ​ພວກເຂົາ​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ກັບ​ເຮົາ ໃນ​ວຽກງານ​ຂ່າວປະເສີດ​ຮ່ວມ​ກັບ​ກະເລເມ ແລະ​ເພື່ອນ​ຮ່ວມ​ງານ​ຄົນອື່ນໆ​ຂອງເຮົາ​ດ້ວຍ ຊຶ່ງ​ຊື່​ຂອງ^ເຂົາ​ທັງຫລາຍ​ມີ​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.

[4] ຈົ່ງ​ຊົມຊື່ນ^ຍິນດີ​ໃນ​ອົງພຣະ^ຜູ້^ເປັນເຈົ້າ​ທຸກ​ເວລາ ເຮົາ​ຂໍ​ຢໍ້າ​ອີກ​ວ່າ ຈົ່ງ​ຊົມຊື່ນ^ຍິນດີ​ເທີ້ນ

[5] ຈົ່ງ​ໃຫ້​ໃຈ​ອ່ອນສຸພາບ​ຂອງ^ເຈົ້າ^ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ ອົງພຣະ^ຜູ້^ເປັນເຈົ້າ​ຊົງ​ຢູ່​ໃກ້​ແລ້ວ.

[6] ຢ່າ​ທຸກຮ້ອນ​ໃຈ​ດ້ວຍ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ທູນ​ເລື່ອງ​ຄວາມ^ປາຖະໜາ​ທຸກຢ່າງ​ຂອງ^ພວກເຈົ້າ ຕໍ່​ພຣະເຈົ້າ​ດ້ວຍ​ການ​ພາວັນນາ^ອະທິຖານ ດ້ວຍ​ການ​ອ້ອນວອນ​ທູນ​ຂໍ ແລະ​ດ້ວຍ​ຈິດໃຈ​ໂມທະນາ​ຂອບພຣະຄຸນ.

[7] ແລ້ວ​ສັນຕິສຸກ​ອັນ​ມາ​ແຕ່​ພຣະເຈົ້າ ຊຶ່ງ​ເກີນ​ຄວາມ^ເຂົ້າໃຈ ຈະ​ເຝົ້າ​ຮັກສາ​ຈິດໃຈ ແລະ​ຄວາມ^ຄິດ​ຂອງ^ເຈົ້າ^ທັງຫລາຍ ໄວ້​ໃນ​ພຣະຄຣິດເຈົ້າ^ເຢຊູ.

[8] ພີ່ນ້ອງ​ທັງຫລາຍ^ເອີຍ ໃນ​ທີ່ສຸດ​ນີ້ ສິ່ງໃດ​ທີ່​ສັດຈິງ ສິ່ງໃດ​ທີ່​ໜ້າ​ນັບຖື ສິ່ງໃດ​ທີ່​ຍຸດຕິທຳ ສິ່ງໃດ​ທີ່​ບໍຣິສຸດ ສິ່ງໃດ​ທີ່​ໜ້າຮັກ ສິ່ງໃດ​ທີ່​ໜ້າຍິນດີ ສິ່ງໃດ​ທີ່​ລໍ້າເລີດ ແລະ​ຖ້າ​ມີ​ສິ່ງໃດ​ຄວນ​ແກ່​ການ​ສັນລະເສີນ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.

[9] ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ໄດ້​ຮັບ​ໄວ້ ໄດ້ຍິນ​ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ^ທັງຫລາຍ.

[10] ໃນ​ອົງພຣະ^ຜູ້^ເປັນເຈົ້າ​ຂອງເຮົາ​ນັ້ນ ເຮົາ​ຊົມຊື່ນ^ຍິນດີ​ຫລາຍ ເພາະ​ໃນ​ທີ່ສຸດ ພວກເຈົ້າ​ກໍໄດ້​ລະນຶກເຖິງ​ເຮົາ​ອີກ ເຮົາ​ບໍ່ໄດ້​ໝາຍຄວາມວ່າ​ພວກເຈົ້າ​ເຊົາ​ເປັນ​ຫ່ວງ​ເຮົາ​ແລ້ວ ແຕ່​ພວກເຈົ້າ​ຍັງ​ບໍ່ໄດ້​ມີ​ໂອກາດ​ສະແດງ​ອອກ​ເທົ່ານັ້ນ.

[11] ເຮົາ​ບໍ່ໄດ້​ຈົ່ມ​ເຖິງ​ເລື່ອງ​ການ​ຂັດ​ສົນ ເພາະ​ເຮົາ​ຈະ​ມີ​ຖານະ​ຢ່າງ​ໃດ​ກໍຕາມ ເຮົາ​ກໍ​ຮຽນຮູ້​ແລ້ວ​ທີ່​ຈະ​ພໍໃຈ​ຢູ່​ຢ່າງ​ນັ້ນ.

[12] ເຮົາ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ການ​ຕົກຕໍ່າ ແລະ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ຄວາມ^ອຸດົມສົມບູນ ບໍ່​ວ່າ​ໃນ​ກໍລະນີ​ໃດໆ ເຮົາ​ໄດ້​ຮຽນຮູ້​ເຖິງ​ແງ່​ຄວາມ^ລັບ ທີ່​ຈະ​ປະສົບ​ກັບ​ຄວາມ^ອີ່ມທ້ອງ​ແລະ​ຄວາມ^ອຶດຢາກ ຄວາມ^ສົມບູນ​ພູນ​ສຸກ​ແລະ​ຄວາມ^ຂັດສົນ.

[13] ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.

[14] ເຖິງ​ປານນັ້ນ ກໍ​ເປັນ​ຄວາມ^ກະຣຸນາ​ຂອງ^ເຈົ້າ^ທັງຫລາຍ ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.

[15] ພວກເຈົ້າ​ຊາວ​ຟີລິບປອຍ^ເອີຍ, ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ວ່າ ການ​ປະກາດ​ຂ່າວປະເສີດ​ໃນ​ຄັ້ງ​ທຳອິດ​ນັ້ນ ຄື​ເມື່ອ​ເຮົາ​ໄດ້​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ ແມ່ນ​ພວກເຈົ້າ​ຄຣິສຕະຈັກ​ດຽວ​ເທົ່ານັ້ນ ທີ່​ຊ່ວຍເຫລືອ​ເຮົາ ມີ​ແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ມີ​ສ່ວນ​ຮ່ວມ​ໃນ​ລາຍໄດ້​ລາຍຈ່າຍ​ກັບ​ເຮົາ.

[16] ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທສະໂລນິກ ຂະນະທີ່​ເຮົາ​ມີ​ຄວາມ^ຂັດສົນ ພວກເຈົ້າ​ກໍໄດ້​ສົ່ງ​ຂອງ^ໄປ​ຊ່ວຍ​ເຮົາ​ຫລາຍກວ່າ​ໜຶ່ງ​ຄັ້ງ.

[17] ບໍ່ແມ່ນ​ວ່າ​ເຮົາ​ປາຖະໜາ​ຈະ​ໄດ້​ຮັບ​ຂອງ^ຖວາຍ​ຈາກ​ເຈົ້າ^ທັງຫລາຍ ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ^ພວກເຈົ້າ.

[18] ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ^ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ^ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ^ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.

[19] ແລະ​ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໂຜດ​ປະທານ​ສາລະພັດ ທີ່​ພວກເຈົ້າ​ຂາດ​ຢູ່​ນັ້ນ ຈາກ​ຊັບ​ອັນ​ຮຸ່ງເຮືອງ​ຂອງ^ພຣະອົງ​ໃນ​ພຣະຄຣິດເຈົ້າ^ເຢຊູ.

[20] ຂໍ​ໃຫ້​ພຣະ​ກຽດຕິຍົດ ຈົ່ງ​ມີ​ແກ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ^ເຮົາ^ທັງຫລາຍ​ສືບໆໄປ​ເປັນນິດ ອາແມນ.

[21] ເຮົາ​ຂໍ​ຝາກ​ຄວາມ^ຄິດເຖິງ ມາ​ຍັງ​ໄພ່ພົນ​ຂອງ^ພຣະເຈົ້າ​ທຸກຄົນ ໃນ​ພຣະຄຣິດເຈົ້າ^ເຢຊູ ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ສົ່ງ​ຄວາມ^ຄິດເຖິງ​ມາ​ດ້ວຍ.

[22] ໄພ່ພົນ​ທັງປວງ​ຂອງ^ພຣະເຈົ້າ ກໍ​ຝາກ​ຄວາມ^ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ^ສະເພາະ​ແລ້ວ​ແມ່ນ​ພວກ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ^ຈັກກະພັດ.

[23] ຂໍ​ໃຫ້​ພຣະຄຸນ​ຂອງ^ອົງ​ພຣະເຢຊູ^ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ^ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -

ຟີລິບປອຍ — Chapters