Skip to content
Opens in a new window
Listen to this chapter • 5:53

[1] ເຫດສະນັ້ນ ຖ້າ​ຊີວິດ​ໃນ​ພຣະຄຣິດ​ອຳນວຍ​ການ​ຊູ​ກຳລັງ​ໃຈ, ຖ້າ​ມີ​ຄວາມ^ເລົ້າໂລມ​ປະການ​ໃດ​ໃນ​ຄວາມຮັກ, ຖ້າ​ມີ​ສ່ວນ​ຮ່ວມໃຈ​ກັບ​ພຣະວິນຍານ​ປະການ​ໃດ, ຖ້າ​ມີ​ຄວາມ^ເມດຕາ​ເອັນດູ​ປະການ​ໃດ,

[2] ກໍ​ຂໍ​ໃຫ້​ເຈົ້າ^ທັງຫລາຍ​ເຮັດ​ໃຫ້​ຄວາມ^ຍິນດີ​ຂອງເຮົາ​ຄົບເຕັມ ດ້ວຍ​ການ​ທີ່​ມີ​ຄວາມ^ຄິດ​ຢ່າງ​ດຽວກັນ ມີ​ຄວາມຮັກ​ຢ່າງ​ດຽວກັນ ມີ​ໃຈ​ຮ່ວມ​ສາມັກຄີ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວກັນ.

[3] ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.

[4] ຢ່າ​ໃຫ້​ຜູ້ໃດ​ເຫັນແກ່​ຜົນປະໂຫຍດ​ຂອງຕົນ​ແຕ່​ຝ່າຍ​ດຽວ, ແຕ່​ຈົ່ງ​ຄິດເຖິງ​ຜົນປະໂຫຍດ​ຂອງ^ຄົນອື່ນ​ດ້ວຍ.

[5] ເຈົ້າ^ທັງຫລາຍ​ຈົ່ງ​ມີ​ນໍ້າໃຈ​ຕໍ່​ກັນ ເໝືອນ​ຢ່າງ​ທີ່​ມີ​ໃນ​ພຣະຄຣິດເຈົ້າ^ເຢຊູ,

[6] ພຣະອົງ​ຊົງ​ສະພາບ​ຂອງ^ພຣະເຈົ້າ ແຕ່​ບໍ່ໄດ້​ຊົງ​ຖື​ວ່າ​ການ​ເທົ່າທຽມ ກັບ​ພຣະເຈົ້າ​ນັ້ນ ເປັນ​ສິ່ງ​ທີ່​ຕ້ອງ​ຢຶດຫວງ​ໄວ້

[7] ແຕ່​ໄດ້​ກັບ​ຊົງ​ຍອມ​ສະຫລະ ແລະ ຊົງ​ຮັບ​ສະພາບ​ຂ້ອຍຂ້າ. ຊົງ​ຖື​ກຳເນີດ​ເປັນ​ມະນຸດ.

[8] ແລະ​ເມື່ອ​ຊົງ​ປາກົດ​ພຣະອົງ ໃນ​ສະພາບ​ມະນຸດ​ແລ້ວ ພຣະອົງ​ກໍ​ຊົງ​ຖ່ອມ​ພຣະອົງ​ລົງ. ຍອມ​ເຊື່ອຟັງ​ຈົນເຖິງ​ຄວາມ^ມໍຣະນາ ຄື​ເຖິງ​ຄວາມ^ມໍຣະນາ​ທີ່​ໄມ້ກາງແຂນ.

[9] ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຊົງ​ຍົກ​ພຣະອົງ​ ຂຶ້ນ​ເຖິງ​ທີ່​ສູງສຸດ ແລະ ໄດ້​ຊົງ​ປະທານ​ພຣະນາມ​ນັ້ນ ຊຶ່ງ​ຢູ່​ເໜືອ​ນາມ​ທັງປວງ​ໃຫ້​ແກ່​ພຣະອົງ.

[10] ເພື່ອ​ເພາະ​ພຣະນາມ​ນັ້ນ ທຸກ​ຫົວເຂົ່າ​ໃນ​ສະຫວັນ ເທິງ​ແຜ່ນດິນ^ໂລກ ແລະ​ໃຕ້​ພື້ນດິນ​ກໍດີ ຈະ​ຄຸເຂົ່າ​ລົງ ຂາບ​ພຣະເຢຊູເຈົ້າ.

[11] ເພື່ອ​ທຸກ​ລີ້ນ​ຈະ​ຍອມ​ຮັບ​ວ່າ ພຣະເຢຊູ^ຄຣິດເຈົ້າ​ຊົງ​ເປັນ ອົງພຣະ^ຜູ້^ເປັນເຈົ້າ ອັນ​ເປັນ​ການ​ຖວາຍ​ພຣະ​ກຽດ ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ.

[12] ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ^ເອີຍ, ເໝືອນ​ດັ່ງ​ເຈົ້າ^ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ^ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ^ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.

[13] ເພາະວ່າ​ແມ່ນ​ພຣະເຈົ້າ ເປັນ​ຜູ້​ຊົງ​ກະທຳ​ການ​ຢູ່​ພາຍໃນ​ເຈົ້າ^ທັງຫລາຍ​ໃຫ້​ມີ​ໃຈ​ປາຖະໜາ ແລະ​ໃຫ້​ເຮັດ​ໄປ​ເພື່ອ​ເປັນ​ທີ່​ພໍພຣະໄທ​ຂອງ^ພຣະອົງ.

[14] ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່ມີ​ການ​ຈົ່ມ​ແລະ​ການ​ຖົກຖຽງ​ກັນ,

[15] ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຖືກ​ຕິຕຽນ ແລະ​ບໍ່ມີ​ຄວາມຜິດ ເປັນ​ລູກ​ຂອງ^ພຣະເຈົ້າ​ຜູ້​ປາສະຈາກ​ຄວາມຜິດ ໃນ​ການ​ດຳເນີນ​ຊີວິດ​ຢູ່​ໃນ​ໂລກ ທີ່​ເຕັມ​ໄປ​ດ້ວຍ​ການ​ສໍ້ໂກງ​ແລະ​ຊົ່ວຊ້າ. ພວກເຈົ້າ​ຕ້ອງ​ສ່ອງແຈ້ງ​ຢູ່​ໃນ​ທ່າມກາງ​ພວກເຂົາ ດັ່ງ​ດວງດາວ​ທີ່​ສ່ອງແສງ​ຢູ່​ໃນ​ທ້ອງຟ້າ,

[16] ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ^ພຣະຄຣິດ​ວ່າ ຄວາມ^ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.

[17] ບາງທີ​ເຮົາ​ອາດ​ຈະ​ຖືກ​ປະຫານ​ຕ້ອງ​ຫລັ່ງ​ເລືອດ​ອອກ​ຖອກ​ລົງ​ໃຫ້​ຄົບ​ເຄື່ອງ​ບູຊາ​ຄື​ຄວາມ^ເຊື່ອ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ກໍ​ຈະ​ດີໃຈ ແລະ​ຊົມຊື່ນ^ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.

[18] ຊຶ່ງ​ເຈົ້າ^ທັງຫລາຍ​ກໍ​ຄວນ​ຈະ​ຍິນດີ​ດ້ວຍ​ກັນ​ກັບ​ເຮົາ ແລະ​ຊື່ນຊົມ​ດ້ວຍ​ຢ່າງ​ດຽວກັນ.

[19] ຖ້າ​ເປັນ​ນໍ້າພຣະໄທ​ຂອງ^ອົງ​ພຣະເຢຊູເຈົ້າ ເຮົາ​ຫວັງ​ວ່າ ຈະ​ໃຊ້​ຕີໂມທຽວ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ^ໜູນໃຈ ເມື່ອ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.

[20] ເຮົາ​ບໍ່ມີ​ຜູ້ໃດ​ທີ່​ມີ​ນໍ້າໃຈ​ເໝືອນ​ຕີໂມທຽວ ຜູ້​ເປັນ​ຄົນ​ເອົາໃຈໃສ່​ໃນ​ຄວາມ^ສຸກທຸກ​ຂອງ^ພວກເຈົ້າ​ໂດຍ​ແທ້.

[21] ສ່ວນ​ຄົນອື່ນໆ ຕ່າງ​ກໍ​ຫ່ວງ​ນຳ​ແຕ່​ທຸລະ​ສ່ວນຕົວ​ຂອງຕົນ ບໍ່​ຫ່ວງ​ນຳ​ພາລະກິດ​ຂອງ^ພຣະເຢຊູ^ຄຣິດເຈົ້າ.

[22] ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ^ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.

[23] ສະນັ້ນ ເຮົາ​ຈຶ່ງ​ຫວັງ​ຈະ​ໃຊ້​ເພິ່ນ​ມາ​ຫາ​ພວກເຈົ້າ​ທັນທີ​ໂລດ ເມື່ອ​ເຮົາ​ຮູ້​ຢ່າງ​ຈະແຈ້ງ​ເຖິງ​ຊາຕາກຳ​ຂອງເຮົາ.

[24] ຝ່າຍ​ເຮົາ​ກໍ​ວາງ​ໃຈ​ໃນ​ອົງພຣະ^ຜູ້^ເປັນເຈົ້າ​ວ່າ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້​ເໝືອນກັນ.

[25] ເຮົາ​ຄິດ​ເຫັນ​ວ່າ ມີ​ຄວາມ^ຈຳເປັນ​ທີ່​ຈະ​ໃຊ້​ເອປາໂຟດີໂຕ ນ້ອງຊາຍ​ຂອງເຮົາ​ໄປ​ຫາ​ພວກເຈົ້າ ເພິ່ນ​ເປັນ​ຜູ້​ຮ່ວມ​ງານ ແລະ​ເປັນ​ຜູ້​ສູ້ຮົບ​ຄຽງບ່າ^ຄຽງໄຫລ່​ກັບ​ເຮົາ ເພິ່ນ​ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ຊ່ວຍເຫລືອ​ເກື້ອກຸນ​ເຮົາ​ໃນ​ຍາມ​ຂັດສົນ.

[26] ເພິ່ນ​ມີ​ໃຈ​ຮ້ອນຮົນ​ຢາກ​ເຫັນ​ພວກເຈົ້າ​ທຸກຄົນ ແລະ ເປັນທຸກໃຈ​ເນື່ອງ​ຈາກ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່​ສະບາຍ.

[27] ຕາມ​ທີ່​ຈິງ​ແລ້ວ​ເພິ່ນ​ປ່ວຍ​ເກືອບ​ຕາຍ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ເມດຕາ ພຣະອົງ​ບໍ່ໄດ້​ຊົງ​ໂຜດ​ເມດຕາ​ພຽງແຕ່​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ ແຕ່​ແກ່​ເຮົາ​ດ້ວຍ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ຄວາມ^ທຸກ^ຊ້ອນທຸກ.

[28] ສະນັ້ນ ເຮົາ​ຈຶ່ງ​ຟ້າວ​ໃຊ້​ເພິ່ນ​ກັບຄືນ​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ດີໃຈ​ຕື່ມ​ອີກ​ເມື່ອ​ເຫັນ​ເພິ່ນ ແລະ​ຄວາມ^ທຸກໃຈ​ຂອງເຮົາ​ກໍ​ຈະ​ເບົາບາງ​ລົງ.

[29] ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ^ຊົມຊື່ນ^ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ^ຜູ້^ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,

[30] ເພາະ​ເພິ່ນ​ໄດ້​ສ່ຽງ​ຊີວິດ​ເກືອບ​ຕາຍ ເພື່ອ​ພາລະກິດ​ຂອງ^ພຣະຄຣິດ ທັງ​ໄດ້​ສ່ຽງ​ຊີວິດ​ເຮັດ​ໜ້າທີ່​ບົວລະບັດ​ຮັບໃຊ້​ເຮົາ​ຕາງ​ພວກເຈົ້າ​ທີ່​ບໍ່​ອາດ​ເຮັດ​ໄດ້.

ຟີລິບປອຍ — Chapters