[1] ຈາກໂປໂລ ຜູ້ທີ່ເປັນອັກຄະສາວົກຂອງ^ພຣະຄຣິດເຈົ້າ^ເຢຊູ ຕາມນໍ້າພຣະໄທຂອງ^ພຣະເຈົ້າ ແລະຈາກຕີໂມທຽວນ້ອງຊາຍຂອງ^ພວກເຮົາ.
[2] ເຖິງໄພ່ພົນຂອງ^ພຣະເຈົ້າໃນເມືອງໂກໂລຊາຍ ຜູ້ເຫຼື້ອມໃສສັດທາໃນພຣະຄຣິດ. ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າຂອງ^ເຮົາ^ທັງຫລາຍ ຈົ່ງສະຖິດຢູ່ນຳເຈົ້າ^ທັງຫລາຍເທີ້ນ.
[3] ເມື່ອພວກເຮົາພາວັນນາ^ອະທິຖານເພື່ອພວກເຈົ້ານັ້ນ ພວກເຮົາກໍໂມທະນາຂອບພຣະຄຸນພຣະເຈົ້າ ພຣະບິດາເຈົ້າຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາຢູ່ສະເໝີ.
[4] ດ້ວຍວ່າ, ພວກເຮົາໄດ້ຍິນເຖິງຄວາມເຊື່ອຂອງ^ພວກເຈົ້າໃນພຣະຄຣິດເຈົ້າ^ເຢຊູ ແລະເຖິງເລື່ອງຄວາມຮັກຂອງ^ພວກເຈົ້າ ທີ່ມີຕໍ່ໄພ່ພົນຂອງ^ພຣະເຈົ້າທຸກຄົນ.
[5] ເມື່ອຖ້ອຍຄຳແຫ່ງຄວາມຈິງ ຄືຂ່າວປະເສີດມາເຖິງພວກເຈົ້າເປັນເທື່ອທຳອິດນັ້ນ ພວກເຈົ້າກໍໄດ້ຮັບຮູ້ເຖິງຄວາມຫວັງທີ່ມີໃນຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອກັບຄວາມຮັກຂອງ^ພວກເຈົ້າ ຈຶ່ງຝັງຮາກຢູ່ເທິງສິ່ງທີ່ພວກເຈົ້າຫວັງ ພຣະເຈົ້າໄດ້ຊົງຮັກສາໄວ້ສຳລັບພວກເຈົ້າໃນສະຫວັນ.
[6] ຂ່າວປະເສີດສືບຕໍ່ນຳພຣະພອນມາສູ່ມະນຸດທັງປວງ ແລະແຜ່ຂະຫຍາຍໄປທົ່ວໂລກ ດັ່ງທີ່ມີໃນທ່າມກາງພວກເຈົ້າ ຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນເທື່ອທຳອິດ ເຖິງພຣະຄຸນຂອງ^ພຣະເຈົ້າ ແລະຮຽນຮູ້ຮັບເອົາຕາມ^ຄວາມຈິງນັ້ນ.
[7] ດັ່ງທີ່ພວກເຈົ້າໄດ້ຮຽນຮູ້ຈາກເອປາຟາ ເພື່ອນຮັບໃຊ້ທີ່ຮັກຂອງ^ພວກເຮົາ ຜູ້ທີ່ເຮັດວຽກງານຂອງ^ພຣະຄຣິດແທນເຮົາຢ່າງສັດຊື່.
[8] ເພິ່ນໄດ້ເລົ່າໃຫ້ພວກເຮົາຟັງເຖິງຄວາມຮັກ ຊຶ່ງພຣະວິນຍານໄດ້ຊົງໂຜດປະທານແກ່ພວກເຈົ້າ.
[9] ເພາະເຫດນີ້ ຕັ້ງແຕ່ວັນທີ່ພວກເຮົາໄດ້ຍິນເຖິງເລື່ອງພວກເຈົ້າ ພວກເຮົາຈຶ່ງໄດ້ພາວັນນາ^ອະທິຖານເພື່ອພວກເຈົ້າສະເໝີ ພວກເຮົາທູນຂໍພຣະເຈົ້າໂຜດໃຫ້ພວກເຈົ້າມີຄວາມ^ຮອບຮູ້ເຖິງນໍ້າພຣະໄທຂອງ^ພຣະອົງ ໃນພຣະປັນຍາກັບຄວາມ^ເຂົ້າໃຈທຸກຢ່າງ ຊຶ່ງມາຈາກພຣະວິນຍານ.
[10] ເພື່ອພວກເຈົ້າຈະໄດ້ດຳເນີນຊີວິດຕາມທີ່ສົມຄວນໃນອົງພຣະ^ຜູ້^ເປັນເຈົ້າ ແລະເປັນທີ່ພໍພຣະໄທພຣະອົງຢ່າງແທ້ຈິງ ໃຫ້ພວກເຈົ້າເກີດຜົນໃນການດີທຸກຢ່າງ ແລະຈະເລີນຂຶ້ນໃນຄວາມ^ຮູ້ເຖິງພຣະເຈົ້າ.
[11] ຂໍໃຫ້ພວກເຈົ້າມີກຳລັງເຂັ້ມແຂງຂຶ້ນທຸກຢ່າງ ໂດຍຣິດອຳນາດອັນຮຸ່ງເຮືອງຂອງ^ພຣະອົງ ເພື່ອວ່າພວກເຈົ້າຈະສາມາດອົດທົນຕໍ່ທຸກສິ່ງໄດ້ ແລະມີຄວາມ^ໝັ່ນພຽນດ້ວຍຄວາມ^ຍິນດີ.
[12] ຈົ່ງໂມທະນາຂອບພຣະຄຸນພຣະບິດາເຈົ້າ ຜູ້ຊົງບັນດານໃຫ້ເຈົ້າ^ທັງຫລາຍສົມກັບທີ່ຈະເຂົ້າສ່ວນ ໄດ້ຮັບມໍຣະດົກດ້ວຍກັນກັບພວກໄພ່ພົນໃນຄວາມ^ສະຫວ່າງ.
[13] ພຣະອົງໄດ້ຊ່ວຍກູ້ເອົາພວກເຮົາອອກມາຈາກອຳນາດຂອງ^ຄວາມມືດ ແລະໄດ້ນຳພາພວກເຮົາເຂົ້າໄປຕັ້ງໄວ້ໃນອານາຈັກແຫ່ງພຣະບຸດທີ່ຮັກຂອງ^ພຣະອົງ,
[14] ໂດຍພຣະບຸດນັ້ນ ພວກເຮົາຈຶ່ງໄດ້ຮັບການໄຖ່ໃຫ້ພົ້ນ ແລະຊົງຍົກການບາບທັງຫລາຍຂອງ^ພວກເຮົາ.
[15] ພຣະອົງຊົງເປັນແບບລັກສະນະຂອງ^ພຣະເຈົ້າຜູ້ ຊຶ່ງຕາເຫັນບໍ່ໄດ້ ຊົງເປັນບຸດກົກເໜືອສາລະພັດທີ່ຊົງເນຣະມິດສ້າງຂຶ້ນນັ້ນ.
[16] ດ້ວຍວ່າ, ໂດຍພຣະອົງນັ້ນພຣະເຈົ້າໄດ້ຊົງສ້າງສັບພະທຸກສິ່ງ ທັງໃນທ້ອງຟ້າແລະເທິງແຜ່ນດິນ^ໂລກ ສິ່ງທີ່ຕາເຫັນໄດ້ແລະສິ່ງທີ່ຕາເຫັນບໍ່ໄດ້ ເປັນພຣະທີ່ນັ່ງ ຫຼືອານຸພາບ ຫຼືບັນດາຜູ້ຄອບຄອງ ແລະບັນດາຜູ້ມີສິດອຳນາດທັງຫລາຍ ພຣະເຈົ້າໄດ້ສ້າງສັບພະສິ່ງທັງໝົດນີ້ໂດຍທາງພຣະອົງ ແລະສຳລັບພຣະອົງ.
[17] ພຣະອົງຊົງເປັນຢູ່ກ່ອນສັບພະທຸກສິ່ງ ແລະສັບພະທຸກສິ່ງກໍດຳລົງເປັນລະບຽບຢູ່ໂດຍພຣະອົງ.
[18] ພຣະອົງຊົງເປັນຫົວຂອງ^ກາຍ ຄືຄຣິສຕະຈັກ ພຣະອົງຊົງເປັນປະຖົມ ເປັນຜູ້ທຳອິດທີ່ຖືກຊົງບັນດານໃຫ້ຄືນມາຈາກຕາຍ ເພື່ອພຣະອົງຈະຊົງເປັນເອກໃນສັບພະສິ່ງທັງປວງ.
[19] ເພາະວ່າພຣະເຈົ້າຊົງພໍພຣະໄທ ທີ່ຈະໃຫ້ສະພາບຂອງ^ພຣະເຈົ້າສະຖິດຢູ່ໃນພຣະບຸດຢ່າງເຕັມບໍລິບູນ.
[20] ແລະໂດຍພຣະອົງນັ້ນ ຈະໄດ້ຊົງໃຫ້ສິ່ງສາລະພັດກັບຄືນດີກັບພຣະເຈົ້າ ບໍ່ວ່າສິ່ງນັ້ນຈະຢູ່ໃນແຜ່ນດິນ^ໂລກ ຫລືໃນສະຫວັນ ພຣະອົງໄດ້ຊົງບັນດານໃຫ້ເກີດສັນຕິພາບດ້ວຍພຣະ^ໂລຫິດ ຊຶ່ງໄຫລທີ່ໄມ້ກາງແຂນຂອງ^ພຣະອົງ.
[21] ແລະເຈົ້າ^ທັງຫລາຍ ຊຶ່ງເມື່ອກ່ອນນັ້ນບໍ່ແມ່ນພົນລະເມືອງຂອງ^ພຣະເຈົ້າ ແຕ່ເປັນສັດຕູທາງດ້ານຈິດໃຈດ້ວຍການຊົ່ວຮ້າຍຕ່າງໆ,
[22] ແຕ່ບັດນີ້ ໂດຍຄວາມ^ຕາຍທາງດ້ານຮ່າງກາຍ ຄືເນື້ອໜັງຂອງ^ພຣະອົງ ພຣະເຈົ້າໄດ້ຊົງເຮັດໃຫ້ພວກເຈົ້າເປັນມິດກັບພຣະອົງ ເພື່ອໃຫ້ເປັນຜູ້ບໍຣິສຸດ ແລະບໍ່ມີທີ່ຕິຕຽນຢູ່ຊ້ອງໜ້າພຣະອົງ.
[23] ແຕ່ພວກເຈົ້າຕ້ອງຕັ້ງໝັ້ນຢູ່ໃນຄວາມເຊື່ອ ເທິງຮາກຖານອັນໝັ້ນຄົງແລະຖາວອນ ຢ່າໄດ້ໜີຈາກຄວາມຫວັງທີ່ພວກເຈົ້າມີ ເມື່ອໄດ້ຍິນຂ່າວປະເສີດແລ້ວນັ້ນ ແມ່ນຂ່າວປະເສີດນັ້ນແຫລະ ທີ່ໄດ້ແຜ່ຂະຫຍາຍໄປສູ່ມວນ^ມະນຸດທົ່ວໃຕ້ຟ້າ ຊຶ່ງເຮົາຄືໂປໂລ ໄດ້ກາຍເປັນຜູ້ຮັບໃຊ້ໃນການປະກາດຂ່າວປະເສີດນັ້ນ.
[24] ບັດນີ້ ເຮົາມີຄວາມ^ຍິນດີທີ່ໄດ້ທົນທຸກເພື່ອພວກເຈົ້າ ສ່ວນການທົນທຸກຂອງ^ພຣະຄຣິດທີ່ຍັງຂາດຢູ່ນັ້ນ ເຮົາກໍຮັບທົນທຸກຈົນສຳເລັດໃນຮ່າງກາຍຂອງເຮົາ ເພື່ອເຫັນແກ່ພຣະກາຍຂອງ^ພຣະອົງ ຄືຄຣິສຕະຈັກ.
[25] ເຮົາໄດ້ມາເປັນຜູ້ຮັບໃຊ້ຄຣິສຕະຈັກນັ້ນ ຕາມທີ່ພຣະເຈົ້າໄດ້ຊົງມອບໝາຍໃຫ້ເຮົາ ເພື່ອເປັນຜົນດີແກ່ພວກເຈົ້າ ໃນການປະກາດເລື່ອງພຣະເຈົ້າຢ່າງຄົບຖ້ວນ,
[26] ຊຶ່ງເປັນຂໍ້ຄວາມ^ອັນເລິກລັບ ທີ່ພຣະອົງໄດ້ເຊື່ອງຊ້ອນໄວ້ຈາກມວນ^ມະນຸດແຕ່ໃດໆມາ, ແຕ່ບັດນີ້ ໄດ້ເປີດເຜີຍໃຫ້ໄພ່ພົນຂອງ^ພຣະອົງຮູ້ແລ້ວ.
[27] ພຣະເຈົ້າຊົງມີພຣະປະສົງທີ່ຈະສຳແດງໃຫ້ໄພ່ພົນເຫລົ່ານັ້ນຮູ້ວ່າ ໃນທ່າມກາງຄົນຕ່າງຊາດ ອັນໃດເປັນຄວາມ^ສົມບູນອັນປະກອບດ້ວຍສະຫງ່າຣາສີແຫ່ງຂໍ້ເລິກລັບ ຄືທີ່ພຣະຄຣິດຊົງສະຖິດຢູ່ໃນເຈົ້າ^ທັງຫລາຍ ຊຶ່ງເປັນເຫດໃຫ້ຫວັງວ່າຈະໄດ້ເຖິງສະຫງ່າຣາສີນັ້ນ.
[28] ພຣະອົງນັ້ນແຫລະ ທີ່ພວກເຮົາປະກາດໃຫ້ແກ່ທຸກຄົນໂດຍເຕືອນສະຕິ ແລະສັ່ງສອນດ້ວຍປັນຍາທຸກຢ່າງ ເພື່ອຈະໄດ້ຖວາຍທຸກຄົນຊ້ອງໜ້າພຣະເຈົ້າ ເໝືອນເປັນຄົນໃຫຍ່ຄົບຖ້ວນແລ້ວໃນພຣະຄຣິດ.
[29] ເພື່ອການນີ້ແຫລະ, ເຮົາຈຶ່ງທົນການໜັກໜ່ວງດ້ວຍອົດສາສູ້ ຕາມພຣະກຳລັງຂອງ^ພຣະອົງ ຜູ້ຊົງໂຜດກະທຳດ້ວຍຣິດອຳນາດໃນຕົວເຮົາຢູ່.