[1] ທ້າຍສຸດນີ້ ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ຈົ່ງຊື່ນຊົມຍິນດີໃນອົງພຣະ^ຜູ້^ເປັນເຈົ້າເທີ້ນ. ການທີ່ເຮົາຂຽນຊໍ້າຂໍ້ຄວາມ ຊຶ່ງເຮົາໄດ້ຂຽນກ່ອນໜ້ານັ້ນ ບໍ່ເປັນສິ່ງທີ່ລຳບາກແກ່ເຮົາດອກ ແຕ່ເປັນສິ່ງທີ່ປອດໄພແກ່ພວກເຈົ້າຫລາຍຂຶ້ນ.
[2] ຈົ່ງລະວັງພວກໝາ, ຈົ່ງລະວັງພວກທີ່ເຮັດຊົ່ວຮ້າຍ, ຈົ່ງລະວັງພວກຖືການປາດເນື້ອ^ເຖືອໜັງ.
[3] ເພາະວ່າເຮົາທັງຫລາຍເປັນພວກທີ່ຖືພິທີຕັດແທ້ ເປັນຜູ້ນະມັດສະການພຣະເຈົ້າດ້ວຍຈິດວິນຍານ ແລະເອົາພຣະເຢຊູ^ຄຣິດເຈົ້າມາອວດ ແລະບໍ່ໄດ້ໄວ້ໃຈໃນຝ່າຍມະນຸດ.
[4] ເຖິງແມ່ນວ່າເຮົາມີເຫດທີ່ຈະໄວ້ໃຈໃນຝ່າຍມະນຸດກໍຕາມ ຖ້າຄົນອື່ນນຶກວ່າຕົນມີເຫດທີ່ຈະໄວ້ໃຈໃນຝ່າຍມະນຸດນັ້ນ ເຮົາກໍມີຫລາຍກວ່າເຂົາອີກ.
[5] ຄືເມື່ອເຮົາເກີດມາໄດ້ແປດວັນ ເຮົາກໍໄດ້ຮັບພິທີຕັດ ເຮົາເປັນຄົນອິດສະຣາເອນ ໃນຕະກຸນເບັນຢາມິນ, ເປັນຄົນເຮັບເຣີ ເກີດຈາກຊາວເຮັບເຣີ ໃນດ້ານກົດບັນຍັດ ເຮົາກໍຢູ່ໃນຄະນະຟາຣີຊາຍ.
[6] ໃນດ້ານໃຈຮ້ອນຮົນ, ເຮົາກໍໄດ້ຂົ່ມເຫັງຄຣິສຕະຈັກ ໃນດ້ານຄວາມ^ຊອບທຳ ຊຶ່ງມີຢູ່ໂດຍກົດບັນຍັດ ເຮົາກໍບໍ່ມີທີ່ຕິຕຽນໄດ້.
[7] ແຕ່ວ່າສິ່ງໃດທີ່ເປັນຄຸນປະໂຫຍດແກ່ເຮົາ ເຮົາຖືສິ່ງນັ້ນວ່າເປັນອັນໄຮ້ປະໂຫຍດແກ່ເຮົາແລ້ວ ເພາະເຫັນແກ່ພຣະຄຣິດ.
[8] ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງ^ໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າ^ເຢຊູ ອົງພຣະ^ຜູ້^ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫລົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ
[9] ແລະຈະໄດ້ປາກົດຢູ່ໃນພຣະອົງ ໂດຍບໍ່ມີຄວາມ^ຊອບທຳໃນເຮົາເອງ ຊຶ່ງໄດ້ມາໂດຍກົດບັນຍັດ ແຕ່ມີມາໂດຍຄວາມເຊື່ອໃນພຣະຄຣິດ ເປັນຄວາມ^ຊອບທຳທີ່ມາຈາກພຣະເຈົ້າ ຊຶ່ງອາໄສຄວາມເຊື່ອ.
[10] ເຮົາຕ້ອງການຈະໄດ້ຮູ້ຈັກພຣະອົງ ແລະຮູ້ຈັກຣິດອຳນາດອັນປາກົດ ໃນການທີ່ພຣະອົງຊົງຄືນພຣະຊົນ ແລະຮ່ວມທຸກກັບພຣະອົງ ຄືຍອມຮັບຄວາມ^ຕາຍເໝືອນຢ່າງພຣະອົງ,
[11] ເພື່ອຖ້າເປັນໄປໄດ້ ເຮົາກໍຈະໄດ້ເປັນຂຶ້ນມາຈາກຕາຍດ້ວຍ.
[12] ບໍ່^ແມ່ນ^ວ່າເຮົາໄດ້ຮັບແລ້ວ ຫລືວ່າເຖິງທີ່ສຳເລັດແລ້ວ, ແຕ່ເຮົາກຳລັງບາກບັ່ນມຸ່ງໜ້າໄປ ເພື່ອຈະໄດ້ຮັບເອົາເປັນຂອງຕົນ ເໝືອນດັ່ງພຣະຄຣິດເຈົ້າ^ເຢຊູໄດ້ຊົງຮັບເຮົາໄວ້ເປັນຂອງ^ພຣະອົງແລ້ວ.
[13] ພີ່ນ້ອງທັງຫລາຍ^ເອີຍ ເຮົາບໍ່ຖືວ່າເຮົາໄດ້ຮັບແລ້ວ ແຕ່ເຮົາເຮັດຢ່າງໜຶ່ງ ຄືລືມສິ່ງເຫລົ່ານັ້ນທີ່ຜ່ານພົ້ນໄປແລ້ວເສຍ ແລະໂນ້ມຕົວອອກໄປຫາສິ່ງທັງຫລາຍທີ່ຢູ່ເບື້ອງໜ້າ.
[14] ເຮົາກຳລັງບາກບັ່ນມຸ່ງໜ້າໄປສູ່ຫລັກໄຊ ເພື່ອຈະໄດ້ຮັບລາງວັນຄືຊີວິດ ຊຶ່ງພຣະເຈົ້າໄດ້ຊົງເອີ້ນເອົາໃນພຣະຄຣິດເຈົ້າ^ເຢຊູ ໃຫ້ໄປຮັບຢູ່ເບື້ອງເທິງ.
[15] ເຮົາທຸກຄົນທີ່ເປັນຜູ້ໃຫຍ່ແລ້ວຝ່າຍຄວາມເຊື່ອ ຄວນຄິດຢ່າງດຽວກັນນີ້ ແຕ່ຖ້າບາງຄົນໃນພວກເຈົ້າຄິດຢ່າງອື່ນ ພຣະເຈົ້າກໍຈະໃຫ້ພວກເຈົ້າເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງ.
[16] ຖ້າພວກເຮົາເຖິງຂັ້ນໃດແລ້ວ ກໍໃຫ້ພວກເຮົາດຳເນີນຊື່ໄປຕາມນັ້ນ.
[17] ພີ່ນ້ອງທັງຫລາຍ^ເອີຍ ຈົ່ງປະຕິບັດຕາມແບບຢ່າງຂອງເຮົາ ແລະເບິ່ງຄົນເຫລົ່ານັ້ນທີ່ເຮັດຕາມແບບຢ່າງດຽວກັນ ເຫມືອນດັ່ງທີ່ພວກເຈົ້າເອົາໃຈໃສ່ເຮັດຕາມແບບຢ່າງເຮົາແລ້ວນັ້ນ.
[18] ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າຫລາຍເທື່ອແລ້ວ ແລະບັດນີ້ ເຮົາກໍຂໍບອກຊໍ້າອີກດ້ວຍນໍ້າຕາໄຫລວ່າ ມີຫລາຍຄົນທີ່ດຳເນີນຊີວິດເປັນສັດຕູຕໍ່ໄມ້ກາງແຂນຂອງ^ພຣະຄຣິດ.
[19] ປາຍທາງຂອງ^ຄົນເຫລົ່ານັ້ນຄືຄວາມ^ຈິບຫາຍ ເພາະພຣະຂອງ^ພວກເຂົາແມ່ນທ້ອງຂອງ^ພວກເຂົາເອງ ພວກເຂົາອວດອ້າງໃນສິ່ງທີ່ໜ້າອັບອາຍ ແລະພວກເຂົາສົນໃຈນຳແຕ່ສິ່ງຂອງ^ຝ່າຍໂລກນີ້.
[20] ແຕ່ບ້ານເມືອງຂອງ^ເຮົາ^ທັງຫລາຍນັ້ນຢູ່ໃນສະຫວັນ ແລະຄອງຄອຍພຣະ^ຜູ້ໂຜດຊ່ວຍໃຫ້ພົ້ນ ຊຶ່ງຈະສະເດັດມາຈາກສະຫວັນ ຄືອົງ^ພຣະເຢຊູ^ຄຣິດເຈົ້າ.
[21] ພຣະອົງຈະປ່ຽນແປງຮ່າງກາຍອັນຕໍ່າຕ້ອຍ ແລະຕາຍເປັນຂອງ^ພວກເຮົາ ໃຫ້ເປັນເໝືອນພຣະກາຍອັນຊົງສະຫງ່າຣາສີຂອງ^ພຣະອົງ ດ້ວຍຣິດທານຸພາບທີ່ສາມາດປາບສັບພະທຸກສິ່ງທັງປວງ ໃຫ້ລົງຢູ່ໃຕ້ການບັງຄັບຂອງ^ພຣະອົງ.