[1] ຖ້າເຈົ້າ^ທັງຫລາຍຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະຄຣິດແລ້ວ ກໍຈົ່ງສະແຫວງຫາສິ່ງຊຶ່ງຢູ່ເບື້ອງເທິງ ຄືບ່ອນທີ່ພຣະຄຣິດຊົງສະຖິດຢູ່ ຊົງປະທັບເບື້ອງຂວາຂອງ^ພຣະເຈົ້າ.
[2] ຈົ່ງເອົາໃຈໃສ່ສິ່ງທີ່ຢູ່ເບື້ອງເທິງ ບໍ່ແມ່ນສິ່ງທີ່ຢູ່ແຜ່ນດິນ^ໂລກ^ນີ້.
[3] ດ້ວຍວ່າ, ພວກເຈົ້າໄດ້ຕາຍແລ້ວ ແລະຊີວິດຂອງ^ພວກເຈົ້າ ກໍຖືກເຊື່ອງຊ້ອນບັງໄວ້ດ້ວຍກັນກັບພຣະຄຣິດໃນພຣະເຈົ້າ.
[4] ຊີວິດທີ່ແທ້ຈິງຂອງ^ພວກເຈົ້າຄືພຣະຄຣິດ ແລະເມື່ອໃດພຣະອົງສະເດັດມາປາກົດ ເມື່ອນັ້ນແຫລະ ພວກເຈົ້າກໍຈະໄດ້ມາປາກົດກັບພຣະອົງ ແລະຮ່ວມໃນສະຫງ່າຣາສີຂອງ^ພຣະອົງ.
[5] ເຫດສະນັ້ນ ພວກເຈົ້າຕ້ອງປະຫານຕັນຫາຝ່າຍໂລກນີ້ ທີ່ດຳເນີນການຢູ່ໃນພວກເຈົ້າເຊັ່ນ: ການຜິດສິນທຳທາງເພດ, ການຊົ່ວຮ້າຍ, ຣາຄະ^ຕັນຫາ, ຄວາມ^ປາຖະໜາໃນທາງຊົ່ວຮ້າຍ ແລະຄວາມ^ໂລບ ຊຶ່ງເປັນການຂາບໄຫວ້ຮູບເຄົາຣົບ.
[6] ເພາະສິ່ງເຫລົ່ານີ້ ຄວາມ^ໂກດຮ້າຍຂອງ^ພຣະເຈົ້າຈະມາຖືກຄົນທັງຫລາຍທີ່ບໍ່ເຊື່ອຟັງພຣະອົງ.
[7] ແຕ່ກ່ອນພວກເຈົ້າເຄີຍດຳເນີນຊີວິດຕາມຕັນຫາຢ່າງນັ້ນ ເມື່ອຊີວິດຂອງ^ພວກເຈົ້າໄດ້ຖືກຄອບງຳໂດຍສິ່ງເຫລົ່ານີ້.
[8] ແຕ່ບັດນີ້ ຈົ່ງກຳຈັດສິ່ງເຫລົ່ານັ້ນທັງໝົດຖິ້ມເສຍ ເຊັ່ນວ່າ: ຄວາມ^ຄຽດຮ້າຍ, ຄວາມ^ຂັດເຄືອງ^ໃຈແລະການຄິດປອງຮ້າຍ, ຄຳສຽດສີແລະຄຳຊົ່ວຊ້າ^ລາມົກ ຢ່າໃຫ້ອອກຈາກປາກຂອງ^ພວກເຈົ້າຈັກເທື່ອ.
[9] ຢ່າເວົ້າຕົວະຕໍ່ກັນແລະກັນ ດ້ວຍວ່າ ພວກເຈົ້າໄດ້ຖອດຖິ້ມສະພາບມະນຸດເກົ່າກັບຄວາມ^ປະພຶດແບບເກົ່ານັ້ນແລ້ວ.
[10] ແລະສວມສະພາບມະນຸດຄົນໃໝ່ແລ້ວ ໄດ້ຖືກຊົງສ້າງຂຶ້ນໃຫ້ເປັນຄົນໃໝ່ຢູ່ສະເໝີ ໄດ້ເຮັດໃຫ້ພວກເຈົ້າເປັນເໝືອນພຣະອົງຫລາຍຂຶ້ນ ເພື່ອໃຫ້ຮູ້ຈັກພຣະອົງຢ່າງຄົບຖ້ວນບໍລິບູນ.
[11] ດັ່ງນັ້ນ ຈຶ່ງບໍ່ມີຄວາມ^ແຕກຕ່າງກັນອີກຕໍ່ໄປ ລະຫວ່າງຄົນຕ່າງຊາດກັບຄົນຢິວ, ຄົນຮັບພິທີຕັດກັບຄົນບໍ່ຮັບພິທີຕັດ, ຄົນສີວິໄລ, ຄົນປ່າເຖື່ອນ, ເປັນທາດຮັບໃຊ້ ຫລືເປັນອິດສະຫລະ ແຕ່ພຣະຄຣິດເປັນເຈົ້າຂອງ^ສັບພະທຸກສິ່ງ ແລະຊົງສະຖິດຢູ່ໃນພວກເຈົ້າທຸກຄົນ.
[12] ເຫດສະນັ້ນ ໃນຖານະທີ່ເປັນພວກ ຊຶ່ງພຣະເຈົ້າຊົງຮັກແລະຊົງເລືອກໄວ້ ໃຫ້ເປັນໄພ່ພົນຂອງ^ພຣະອົງ ຈົ່ງສວມໃຈເມດຕາ, ໃຈປານີ, ໃຈຖ່ອມລົງ, ໃຈອ່ອນສຸພາບ, ໃຈອົດທົນດົນນານ.
[13] ຈົ່ງຜ່ອນໜັກ^ຜ່ອນເບົາຊຶ່ງກັນແລະກັນ ແລະຖ້າແມ່ນຜູ້ໃດມີເລື່ອງຕໍ່ກັນ ກໍຈົ່ງຍົກໂທດໃຫ້ກັນແລະກັນ ອົງພຣະ^ຜູ້^ເປັນເຈົ້າໄດ້ຊົງໂຜດຍົກໂທດໃຫ້ເຈົ້າ^ທັງຫລາຍຢ່າງໃດ ພວກເຈົ້າກໍຈົ່ງຍົກໂທດໃຫ້ກັນແລະກັນຢ່າງນັ້ນດ້ວຍ.
[14] ແລ້ວນອກຈາກສິ່ງທັງປວງນີ້ ຈົ່ງເອົາຄວາມຮັກເປັນສາຍຜູກມັດທຸກສິ່ງໄວ້ ໃຫ້ເຖິງຄວາມ^ຄົບຖ້ວນ.
[15] ແລະຈົ່ງໃຫ້ສັນຕິສຸກທີ່ມາຈາກພຣະຄຣິດຄຸ້ມຄອງຈິດໃຈຂອງ^ເຈົ້າ^ທັງຫລາຍ ພຣະເຈົ້າໄດ້ຊົງເອີ້ນເຈົ້າ^ທັງຫລາຍໄວ້ໃຫ້ເປັນກາຍອັນດຽວ ກໍເພື່ອສັນຕິສຸກນັ້ນ ແລະພວກເຈົ້າຈົ່ງມີໃຈກະຕັນຍູ.
[16] ຈົ່ງໃຫ້ພຣະທຳຂອງ^ພຣະຄຣິດສະຖິດຢູ່ໃນໃຈຂອງ^ພວກເຈົ້າຢ່າງບໍຣິບູນ ຈົ່ງສັ່ງສອນແລະເຕືອນສະຕິກັນແລະກັນ ດ້ວຍປັນຍາທຸກຢ່າງ ຈົ່ງຮ້ອງເພງດ້ວຍເພງຍ້ອງຍໍ^ສັນລະເສີນ, ເພງນະມັດສະການ ແລະເພງຍ້ອງຍໍ^ສັນລະເສີນຝ່າຍພຣະວິນຍານ ຄືຈົ່ງຮ້ອງເພງຖວາຍແດ່ພຣະເຈົ້າດ້ວຍໃຈໂມທະນາຂອບພຣະຄຸນ.
[17] ແລະເມື່ອເຈົ້າ^ທັງຫລາຍຈະເຮັດສິ່ງໃດດ້ວຍວາຈາ ຫລືດ້ວຍການກະທຳກໍຕາມ, ຈົ່ງເຮັດທຸກສິ່ງໃນພຣະນາມຂອງ^ອົງພຣະເຢຊູເຈົ້າ ແລະຂອບພຣະຄຸນພຣະບິດາເຈົ້າໂດຍພຣະອົງນັ້ນ.
[18] ຝ່າຍເມຍທັງຫລາຍ ຈົ່ງຍອມອ່ອນນ້ອມເຊື່ອຟັງຕໍ່ຜົວຂອງຕົນ ເພາະເປັນສິ່ງສົມຄວນປະພຶດໃນອົງພຣະ^ຜູ້^ເປັນເຈົ້າ.
[19] ຝ່າຍຜົວທັງຫລາຍ ຈົ່ງຮັກເມຍຂອງຕົນ ແລະຢ່າເຮັດຮຸນແຮງຕໍ່ນາງ.
[20] ຝ່າຍລູກທັງຫລາຍ ແມ່ນໜ້າທີ່ຂອງ^ພວກເຈົ້າ ໃນຖານະທີ່ເປັນຄຣິສຕຽນ ຕ້ອງນົບນ້ອມເຊື່ອຟັງພໍ່ແມ່ຂອງຕົນຢູ່ສະເໝີ ເພາະການປະພຶດຢ່າງນັ້ນ ເປັນທີ່ພໍພຣະໄທຂອງ^ອົງພຣະ^ຜູ້^ເປັນເຈົ້າ.
[21] ຝ່າຍພໍ່ແມ່ທັງຫລາຍ ຢ່າກຸກກວນລູກຂອງຕົນໃຫ້ຂັດເຄືອງ^ໃຈ ເພື່ອວ່າພວກເຂົາຈະບໍ່ທໍ້ຖອຍໃຈ.
[22] ຝ່າຍບັນດາຜູ້ຮັບໃຊ້ ຈົ່ງຍອມຟັງນາຍຝ່າຍໂລກໃນທຸກສິ່ງ ບໍ່ແມ່ນເມື່ອຢູ່ຕໍ່ໜ້ານາຍເທົ່ານັ້ນ ເພາະຢາກໃຫ້ຖືກໃຈເພິ່ນ, ແຕ່ຈົ່ງເຮັດສິ່ງນັ້ນດ້ວຍນໍ້າໃສ^ໃຈຈິງ ເພາະຄວາມ^ຢຳເກງທີ່ພວກເຈົ້າມີຕໍ່ອົງພຣະ^ຜູ້^ເປັນເຈົ້າ.
[23] ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນດ້ວຍຄວາມ^ເຕັມໃຈ ເໝືອນເຮັດຖວາຍກຽດແກ່ອົງພຣະ^ຜູ້^ເປັນເຈົ້າ ແລະບໍ່ແມ່ນເຮັດສຳລັບມະນຸດເທົ່ານັ້ນ.
[24] ດ້ວຍຮູ້ແລ້ວວ່າ ອົງພຣະ^ຜູ້^ເປັນເຈົ້າຈະຊົງໃຫ້ເຈົ້າ^ທັງຫລາຍ ໄດ້ຮັບມໍຣະດົກເປັນຄ່າບຳເໜັດ ເພາະວ່າຜູ້ທີ່ເຈົ້າ^ທັງຫລາຍໄດ້ຮັບໃຊ້ນັ້ນ ກໍແມ່ນອົງພຣະຄຣິດ.
[25] ສ່ວນທຸກໆຄົນທີ່ເຮັດການຊົ່ວນັ້ນ ກໍຈະໄດ້ຮັບຜົນກຳ ຕາມກຳຊົ່ວຂອງຕົນ ເພາະພຣະເຈົ້າຕັດສິນທຸກຄົນ ໂດຍບໍ່ເຫັນແກ່ໜ້າຜູ້ໃດ.