[1] ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ເຮົາໄດ້ອົດສາສູ້ຫລາຍພຽງໃດ ເພື່ອພວກເຈົ້າ ເພື່ອຊາວເມືອງລາວດີເກອາ ແລະເພື່ອຄົນທັງປວງທີ່ຍັງບໍ່ໄດ້ເຫັນໜ້າເຮົາເທື່ອ.
[2] ເພື່ອເຂົາທັງຫລາຍຈະໄດ້ຮັບຄວາມ^ຊູໃຈ ແລະເຂົ້າຕິດສະໜິດກັນໃນຄວາມຮັກ ຈົນເຖິງຄວາມຮູ້ຄັກແນ່ອັນສົມບູນ ຊຶ່ງມາດ້ວຍຄວາມ^ເຂົ້າໃຈ ຈຶ່ງຈະສັງເກດຮູ້ໄດ້ຂໍ້ລັບເລິກຂອງ^ພຣະເຈົ້າ ຄືພຣະຄຣິດ
[3] ຊຶ່ງຊັບສົມບັດແຫ່ງສະຕິປັນຍາ ແລະຄວາມຮູ້ທັງໝົດຊົງບັງຊ້ອນໄວ້ໃນພຣະອົງ.
[4] ເຮົາກ່າວຢ່າງນີ້ ກໍເພື່ອບໍ່ໃຫ້ຜູ້ໃດຊັກຊວນເຈົ້າ^ທັງຫລາຍດ້ວຍຄຳລໍ້ລວງອັນໜ້າຟັງ.
[5] ເພາະເຖິງແມ່ນຕົວຂອງເຮົາບໍ່ຢູ່ນຳເຈົ້າ^ທັງຫລາຍ ແຕ່ຈິດໃຈຂອງ^ພວກເຮົາກໍຢູ່ນຳພວກເຈົ້າ ແລະມີຄວາມ^ຊົມຊື່ນ^ຍິນດີທີ່ໄດ້ເຫັນພວກເຈົ້າພາກັນຢູ່ຢ່າງຮຽບຮ້ອຍ ແລະເຫັນຄວາມເຊື່ອອັນໝັ້ນຄົງຂອງ^ເຈົ້າ^ທັງຫລາຍໃນພຣະຄຣິດ.
[6] ໃນເມື່ອພວກເຈົ້າຮັບເອົາພຣະຄຣິດເຈົ້າ^ເຢຊູ ເປັນອົງພຣະ^ຜູ້^ເປັນເຈົ້າໄວ້ແລ້ວ ຈົ່ງດຳເນີນຊີວິດຢູ່ໃນພຣະອົງດ້ວຍ.
[7] ຈົ່ງຢັ່ງຮາກແລະກໍ່ຮ່າງສ້າງຊີວິດຂອງ^ພວກເຈົ້າຂຶ້ນເທິງພຣະອົງ ແລະຈົ່ງຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ ຕາມທີ່ພວກເຈົ້າໄດ້ຮັບຄຳສັ່ງສອນມາແລ້ວນັ້ນ ຈົ່ງໃຫ້ຈິດໃຈເຕັມລົ້ນດ້ວຍການຂອບພຣະຄຸນ.
[8] ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດນຳພວກເຈົ້າຕົກໄປເປັນເຫຍື່ອຂອງ^ສະຕິປັນຍາ ອັນຫລອກລວງແລະໄຮ້ສາລະ ຊຶ່ງມາຈາກຄຳສັ່ງສອນຂອງ^ມະນຸດ ແລະມາຈາກສິ່ງສັກສິດແຫ່ງສາກົນຈັກກະວານ ແລະບໍ່ແມ່ນມາຈາກພຣະຄຣິດ.
[9] ດ້ວຍວ່າ ສະພາບຂອງ^ພຣະອົງ ກໍດຳລົງຢູ່ໃນພຣະກາຍຢ່າງເຕັມບໍລິບູນ.
[10] ແລະພວກເຈົ້າກໍໄດ້ມີຊີວິດຢ່າງເຕັມບໍຣິບູນຢູ່ໃນພຣະອົງ ຜູ້ຊົງເປັນໃຫຍ່ເໜືອການປົກຄອງແລະອຳນາດທຸກຢ່າງ.
[11] ໃນພຣະອົງນັ້ນ ພວກເຈົ້າໄດ້ຮັບພິທີຕັດແລ້ວ ບໍ່ແມ່ນພິທີຕັດທີ່ເຮັດໂດຍມືມະນຸດ ແຕ່ແມ່ນພິທີຕັດທີ່ກະທຳໂດຍພຣະຄຣິດ ຊຶ່ງເປັນການຊົງໂຜດໃຫ້ພົ້ນຈາກກິເລດ^ຕັນຫາຂອງ^ເນື້ອກາຍນີ້.
[12] ແລະ ໄດ້ຖືກຝັງໄວ້ກັບພຣະອົງໃນພິທີບັບຕິສະມາແລ້ວ ແລະໃນພິທີນັ້ນ ພວກເຈົ້າໄດ້ຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະອົງ ໂດຍຄວາມເຊື່ອໃນການອິດທິຣິດຂອງ^ພຣະເຈົ້າ ຜູ້ຊົງບັນດານໃຫ້ພຣະອົງຄືນພຣະຊົນ.
[13] ເມື່ອກ່ອນນັ້ນ ພວກເຈົ້າໄດ້ຕາຍແລ້ວຝ່າຍຈິດວິນຍານຍ້ອນບາບກຳຂອງ^ພວກເຈົ້າ ແລະຍ້ອນເປັນຄົນບໍ່ຮັບພິທີຕັດຝ່າຍເນື້ອກາຍ ພຣະອົງໄດ້ຊົງບັນດານໃຫ້ພວກເຈົ້າເປັນຄືນມາສູ່ຊີວິດຮ່ວມກັບພຣະອົງ ແລະພຣະອົງໄດ້ອະໄພບາບກຳທຸກຢ່າງຂອງ^ພວກເຮົາແລ້ວ,
[14] ພຣະອົງໄດ້ລຶບລ້າງກົດບັນຍັດພ້ອມກັບກົດລະບຽບຕ່າງໆ ທີ່ຜູກມັດຂັດຂວາງພວກເຮົາ ແລະໄດ້ຍົກເລີກສິ່ງນັ້ນເສຍ ໂດຍຕອກຕິດໄວ້ທີ່ໄມ້ກາງແຂນ.
[15] ໂດຍໄມ້ກາງແຂນນັ້ນ ພຣະອົງໄດ້ຊົງປົດວິນຍານຄອບຄອງ ແລະອຳນາດວິນຍານ^ຊົ່ວທັງຫລາຍເສຍ ແລະໄດ້ຊົງປະຈານພວກເຂົາຢ່າງເປີດເຜີຍ ໂດຍນຳພວກເຂົາເປັນຊະເລີຍໃນຂະບວນແຫ່ງໄຊຊະນະຂອງ^ພຣະອົງ.
[16] ເຫດສະນັ້ນ ຢ່າໃຫ້ຜູ້ໃດກ່າວໂທດພວກເຈົ້າໃນເລື່ອງການກິນການດື່ມ ຫລືໃນເລື່ອງວັນສຳຄັນທາງສາສະໜາ ຫລືໃນເລື່ອງງານສະຫລອງວັນເດືອນອອກໃໝ່ ຫລືໃນເລື່ອງວັນ^ຊະບາໂຕ.
[17] ສິ່ງເຫລົ່ານັ້ນ ເປັນພຽງແຕ່ເງົາຂອງ^ເຫດການໃນອະນາຄົດ ແຕ່ຕົວຈິງນັ້ນແມ່ນອົງພຣະຄຣິດ.
[18] ຢ່າໃຫ້ຜູ້ໃດໄດ້ສໍ້ໂກງເອົາລາງວັນຂອງ^ເຈົ້າ^ທັງຫລາຍ ດ້ວຍໃຊ້ກິຣິຍາທຳທ່າເປັນຜູ້ຖ່ອມຕົວລົງ ໄຫວ້ເທວະດາ ແລະ ໄຝ່ຝັນຢູ່ໃນນິມິດທີ່ເຂົາເຫັນ ແລະອວດອ້າງຕົວຂຶ້ນເປົ່າໆດ້ວຍຄວາມ^ຄິດຢ່າງທຳມະດາມະນຸດ
[19] ແລະບໍ່ໄດ້ຢຶດໝັ້ນໃນພຣະອົງ ຜູ້ທີ່ເປັນຫົວຂອງ^ຮ່າງກາຍ, ໂດຍການຄວບຄຸມຂອງ^ພຣະອົງນັ້ນ ທົ່ວທັງຮ່າງກາຍກໍໄດ້ຮັບການບຳລຸງລ້ຽງ ແລະຕໍ່ເຂົ້າກັນ ດ້ວຍຂໍ້ແລະເອັນຕ່າງໆ ຈຶ່ງຈະເລີນຂຶ້ນ ຕາມທີ່ພຣະເຈົ້າຕ້ອງການໃຫ້ຈະເລີນຂຶ້ນນັ້ນ.
[20] ຖ້າພວກເຈົ້າໄດ້ຕາຍກັບພຣະຄຣິດ ແລະໄດ້ພົ້ນຈາກສິ່ງສັກສິດແຫ່ງສາກົນຈັກກະວານແລ້ວ, ເຫດສະນັ້ນ ເປັນຫຍັງພວກເຈົ້າຈຶ່ງດຳເນີນຊີວິດເໝືອນດັ່ງຄົນຍັງຢູ່ຝ່າຍໂລກ ເປັນຫຍັງພວກເຈົ້າຈຶ່ງຍັງປະຕິບັດຕາມກົດບັນຍັດທີ່ວ່າ,
[21] “ຢ່າຈັບ” “ຢ່າຊີມ” “ຢ່າແຕະຕ້ອງ”
[22] ສິ່ງທີ່ກ່າວມານັ້ນຕ້ອງເກີດວິບັດເມື່ອໃຊ້ມັນ ຊຶ່ງເປັນຫລັກທຳແລະຄຳສອນຂອງ^ມະນຸດ.
[23] ຈິງຢູ່ ສິ່ງເຫລົ່ານີ້ເບິ່ງທ່າທີເໝືອນມີປັນຍາ ຄືການເຕັມໃຈນະມັດສະການ, ການຖ່ອມຕົວລົງ, ການທໍລະມານຮ່າງກາຍ ຊຶ່ງບໍ່ມີປະໂຫຍດອັນໃດ ໃນການຕໍ່ສູ້ກັບຄວາມ^ປາຖະໜາຝ່າຍເນື້ອກາຍ.