Skip to content
Opens in a new window
Listen to this chapter • 4:40

[1] ພີ່ນ້ອງ​ທັງຫລາຍ^ເອີຍ ເຮົາ​ບໍ່​ຈຳເປັນ​ຂຽນ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ວັນ ແລະ​ເວລາ​ທີ່​ເຫດການ​ເຫລົ່ານີ້​ຈະ​ເກີດຂຶ້ນ.

[2] ເພາະ​ພວກເຈົ້າ​ເອງ​ກໍ​ຮູ້ຈັກ​ດີ​ແລ້ວ​ວ່າ ວັນ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ຈະ​ສະເດັດ​ມາ ເໝືອນ​ດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.

[3] ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫລະ ຄວາມ^ພິນາດ^ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ^ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.

[4] ແຕ່​ພີ່ນ້ອງ​ທັງຫລາຍ^ເອີຍ ພວກເຈົ້າ​ບໍ່ໄດ້​ຢູ່​ໃນ​ຄວາມມືດ​ແລ້ວ ແລະ​ວັນ​ນັ້ນ​ຄົງ​ຈະ​ບໍ່​ມາ​ຫລອນ​ໃສ່​ພວກເຈົ້າ​ດັ່ງ​ຂະໂມຍ​ມາ.

[5] ເພາະວ່າ​ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ^ຄວາມ^ສະຫວ່າງ ເປັນ​ລູກ​ຂອງ^ກາງເວັນ ພວກເຮົາ​ບໍ່​ເປັນ​ຝ່າຍ​ກາງຄືນ ຫລື​ຝ່າຍ​ຄວາມມືດ.

[6] ດ້ວຍເຫດນີ້ ຢ່າ​ໃຫ້​ພວກເຮົາ​ຫລັບ​ຢູ່​ເໝືອນ​ດັ່ງ​ຄົນອື່ນ, ແຕ່​ໃຫ້​ພວກເຮົາ​ເຝົ້າ​ລະວັງ​ຢູ່ ແລະ​ຢ່າ​ເມົາມົວ.

[7] ເພາະວ່າ​ຄົນ​ທີ່​ນອນ​ຫລັບ​ກໍ​ຫລັບ​ໃນ​ກາງຄືນ ແລະ​ຄົນ​ເມົາ​ເຫລົ້າ​ກໍ​ເມົາ​ໃນ​ກາງຄືນ.

[8] ແຕ່​ຝ່າຍ​ພວກເຮົາ​ແລ້ວ ເປັນ​ຝ່າຍ​ກາງເວັນ ແລະ​ຢ່າ​ໃຫ້​ພວກເຮົາ​ເມົາ​ມົວ ພວກເຮົາ​ຕ້ອງ​ສວມ​ຄວາມເຊື່ອ ກັບ​ຄວາມຮັກ​ເປັນ​ເຄື່ອງ​ປ້ອງກັນ​ໜ້າເອິກ ແລະ​ຢຶດ​ຄວາມຫວັງ ວ່າ​ໄດ້​ຮັບ​ຄວາມ^ພົ້ນ​ເປັນ​ໝວກ​ເຫລັກ​ປ້ອງກັນ​ຫົວ.

[9] ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເລືອກ​ພວກເຮົາ​ໄວ້​ສຳລັບ​ຄວາມ^ໂກດຮ້າຍ​ຂອງ^ພຣະອົງ ແຕ່​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ^ພົ້ນ​ໂດຍ​ທາງ​ອົງ​ພຣະເຢຊູ^ຄຣິດເຈົ້າ​ຂອງ^ພວກເຮົາ,

[10] ຜູ້​ທີ່​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ກັບ​ພຣະອົງ ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ ບໍ່​ວ່າ​ພວກເຮົາ​ຍັງ​ເປັນ​ຢູ່ ຫລື​ຕາຍໄປ​ແລ້ວ​ກໍຕາມ.

[11] ດັ່ງນັ້ນແຫລະ ຈົ່ງ​ຊູ​ກຳລັງ​ໃຈ​ຊຶ່ງກັນແລະກັນ ແລະ​ຈົ່ງ​ຊ່ວຍເຫລືອ​ກັນ​ໃຫ້​ຈະເລີນ​ຂຶ້ນ ຕາມ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ.

[12] ພີ່ນ້ອງ​ທັງຫລາຍ^ເອີຍ ພວກເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ຮັບຮູ້ ຜູ້​ທີ່​ເຮັດ​ການ​ງານ​ຢ່າງ​ໜັກໜ່ວງ​ໃນ​ທ່າມກາງ​ພວກເຈົ້າ ຄື​ຜູ້​ທີ່​ເປັນ​ຜູ້ນຳ​ຂອງ^ພວກເຈົ້າ ແລະ​ເປັນ​ຜູ້​ສອນ​ພວກເຈົ້າ​ໃນ​ນາມ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ.

[13] ຈົ່ງ​ນັບຖື​ແລະ​ຮັກ​ພວກເຂົາ​ຢ່າງ​ຫລາຍ​ທີ່ສຸດ ເນື່ອງ​ຈາກ​ການງານ​ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ^ສະຫງົບສຸກ.

[14] ພີ່ນ້ອງ​ທັງຫລາຍ^ເອີຍ ພວກເຮົາ​ຮ້ອງຂໍ​ພວກເຈົ້າ​ຕື່ມ​ອີກ ຄື​ຈົ່ງ​ຕັກເຕືອນ​ຜູ້​ທີ່​ບໍ່​ຢູ່​ໃນ​ລະບຽບ ຈົ່ງ​ຊູໃຈ​ຜູ້​ທີ່​ນ້ອຍໃຈ, ຈົ່ງ​ຊ່ວຍ​ຊູ​ຜູ້​ທີ່​ອ່ອນແຮງ ແລະ​ຈົ່ງ​ອົດທົນ​ຕໍ່​ທຸກໆ​ຄົນ.

[15] ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ແຕ່​ໃຫ້​ສະແຫວງ​ຫາ​ທາງ​ເຮັດ​ຄວາມດີ​ຕໍ່​ກັນແລະກັນ​ສະເໝີ ແລະ​ແກ່​ທຸກຄົນ​ດ້ວຍ.

[16] ຈົ່ງ​ຊົມຊື່ນ^ຍິນດີ​ຢູ່​ສະເໝີ,

[17] ຈົ່ງ​ພາວັນນາ^ອະທິຖານ​ຢູ່​ທຸກ​ເວລາ,

[18] ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໃນ​ທຸກສິ່ງ ເພາະ​ນີ້​ແຫລະ ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ພໍພຣະໄທ ຊຶ່ງ​ປາກົດ​ໃນ​ພຣະເຢຊູ^ຄຣິດເຈົ້າ ສຳລັບ​ເຈົ້າ^ທັງຫຼາຍ.

[19] ຢ່າ​ຫັກຫ້າມ​ພຣະວິນຍານ,

[20] ຢ່າ​ປະໝາດ​ຄຳທຳນວາຍ.

[21] ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ

[22] ແລະ​ຈົ່ງ​ລະເວັ້ນ​ຈາກ​ຄວາມຊົ່ວ​ທຸກ​ຊະນິດ.

[23] ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ^ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ^ພຣະເຢຊູ^ຄຣິດເຈົ້າ​ຂອງ^ພວກເຮົາ​ສະເດັດ​ມາ​ປາກົດ.

[24] ພຣະອົງ​ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ^ທັງຫລາຍ​ນັ້ນ​ກໍ​ທ່ຽງທຳ ພຣະອົງ​ນັ້ນ​ແຫລະ ຈະ​ຊົງ​ດຳເນີນ​ງານ.

[25] ພີ່ນ້ອງ​ທັງຫລາຍ^ເອີຍ, ຈົ່ງ​ພາວັນນາ^ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ.

[26] ຂໍ​ຄຳນັບ​ພວກ​ພີ່ນ້ອງ​ທຸກຄົນ ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.

[27] ເຮົາ​ຮ້ອງຂໍ​ນຳ​ພວກເຈົ້າ​ຕື່ມ​ອີກ ໃນ​ນາມ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ວ່າ, ຈົ່ງ​ອ່ານ​ຈົດໝາຍ​ສະບັບ​ນີ້ ສູ່​ພີ່ນ້ອງ​ຄົນ​ທີ່​ເຊື່ອ​ທັງໝົດ​ຟັງ.

[28] ຂໍ​ໃຫ້​ພຣະຄຸນ​ຂອງ^ອົງ​ພຣະເຢຊູ^ຄຣິດເຈົ້າ​ຂອງ^ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -

1 ເທສະໂລນິກ — Chapters