Skip to content
Opens in a new window
Listen to this chapter • 5:10

[1] ພີ່ນ້ອງ​ທັງຫລາຍ^ເອີຍ, ພວກເຈົ້າ​ເອງ​ກໍ​ຮູ້​ວ່າ ການ​ທີ່​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ນັ້ນ ບໍ່ໄດ້​ເສຍ​ປະໂຫຍດ.

[2] ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ^ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.

[3] ຄຳ​ເຕືອນ​ສະຕິ​ຂອງ^ພວກເຮົາ​ຕໍ່​ພວກເຈົ້າ​ນັ້ນ ບໍ່ໄດ້​ມາ​ຈາກ​ຄວາມ^ຫລົງ​ຜິດ ຫລື​ເຈດຕະນາ​ອັນ​ຊົ່ວ​ມົວໝອງ ແລະ​ທັງ​ບໍ່ແມ່ນ​ກົນອຸບາຍ​ຫລອກລວງ​ດ້ວຍ.

[4] ແຕ່​ຕາມ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ລອງເບິ່ງ​ໃຈ​ຂອງເຮົາ ຈຶ່ງ​ຊົງ​ເຫັນຊອບ​ທີ່​ຈະ​ມອບ​ຂ່າວປະເສີດ​ໄວ້​ກັບ​ເຮົາ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ຢູ່ ບໍ່ແມ່ນ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພໍພຣະໄທ​ພຣະເຈົ້າ ຜູ້​ຊົງ​ທົດສອບ​ເບິ່ງ​ໃຈ​ຂອງ^ເຮົາ^ທັງຫລາຍ.

[5] ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ແລ້ວ​ວ່າ ພວກເຮົາ​ບໍ່ໄດ້​ມາ​ຫາ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ປະຈົບ^ປະແຈງ ຫລື​ດ້ວຍ​ຂໍ້​ແກ້​ຕົວ ເພື່ອ​ອຳ​ຄວາມ^ໂລບ​ໄວ້ ພຣະເຈົ້າ​ຊົງ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້​ໃນ​ເລື່ອງ​ນີ້.

[6] ພວກເຮົາ​ບໍ່ໄດ້​ຊອກ​ຫາ​ຄຳ​ຊົມເຊີຍ​ຈາກ​ຜູ້ໃດ ທັງ​ຈາກ​ພວກເຈົ້າ ແລະ​ຈາກ​ຄົນອື່ນ​ດ້ວຍ.

[7] ເຖິງ​ແມ່ນ​ວ່າ ເຮົາ​ເປັນ​ອັກຄະສາວົກ​ຂອງ^ພຣະຄຣິດ ແລະ​ມີ​ສິດ​ຮຽກຮ້ອງ​ໄດ້ ແຕ່​ພວກເຮົາ​ໄດ້​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ດ້ວຍ​ໃຈ​ສຸພາບ​ອ່ອນໂຍນ ເໝືອນ​ດັ່ງ​ແມ່​ທີ່​ລ້ຽງ​ລູກ​ອ່ອນນ້ອຍ​ຂອງຕົນ.

[8] ຍ້ອນ​ຄວາມຮັກ​ທີ່​ພວກເຮົາ​ມີ​ສຳລັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ບໍ່ແມ່ນ​ພຽງແຕ່​ພ້ອມ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ສະຫລະ​ຊີວິດ​ຂອງ^ພວກເຮົາ​ໃຫ້​ແກ່​ພວກເຈົ້າ​ດ້ວຍ. ເພາະວ່າ​ພວກເຈົ້າ​ໄດ້​ກາຍເປັນ​ທີ່ຮັກ​ຂອງ^ພວກເຮົາ.

[9] ພີ່ນ້ອງ​ທັງຫລາຍ^ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.

[10] ພວກເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້ ແລະ​ພຣະເຈົ້າ​ກໍ​ເຊັ່ນດຽວ^ກັນ​ວ່າ, ຄວາມ^ປະພຶດ​ຂອງ^ພວກເຮົາ​ຕໍ່​ພວກເຈົ້າ​ຜູ້​ທີ່​ເຊື່ອ​ນັ້ນ ແມ່ນ​ບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະ​ປາສະຈາກ​ຄວາມຜິດ.

[11] ພວກເຈົ້າ​ຮູ້​ວ່າ, ພວກເຮົາ​ໄດ້​ປະພຶດ​ກັບ​ພວກເຈົ້າ​ແຕ່ລະຄົນ ເໝືອນ​ດັ່ງ​ພໍ່​ກັບ​ລູກໆ​ຂອງຕົນ.

[12] ຄື​ເຕືອນ​ສະຕິ​ໜູນໃຈ​ພວກເຈົ້າ ແລະ​ສັ່ງ​ເນັ້ນ​ພວກເຈົ້າ ເພື່ອ​ໃຫ້​ດຳເນີນ​ຊີວິດ​ຕາມ​ຢ່າງ​ສົມຄວນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ^ທັງຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາຊອານາຈັກ ແລະ​ໃນ​ສະຫງ່າຣາສີ​ຂອງ^ພຣະອົງ.

[13] ດ້ວຍເຫດນີ້​ແຫລະ, ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະທຳ​ຂອງ^ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ^ຂອງ^ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະທຳ​ຂອງ^ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ^ທັງຫລາຍ​ທີ່​ເຊື່ອ.

[14] ພີ່ນ້ອງ​ທັງຫລາຍ^ເອີຍ, ເຈົ້າ^ທັງຫລາຍ​ໄດ້​ກາຍເປັນ​ຜູ້​ປະຕິບັດ​ຕາມ​ແບບຢ່າງ​ຄຣິສຕະຈັກ​ທັງຫລາຍ​ໃນ​ແຂວງ​ຢູດາຍ ຊຶ່ງ​ເປັນ​ຂອງ^ພຣະເຈົ້າ​ໃນ​ພຣະຄຣິດເຈົ້າ^ເຢຊູ ເພາະວ່າ​ເຈົ້າ^ທັງຫລາຍ​ໄດ້​ທົນ​ຮັບ​ເອົາ​ຄວາມ^ລຳບາກ ຈາກ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ ເໝືອນ​ຄຣິສຕະຈັກ​ນັ້ນ ໄດ້​ທົນ​ຮັບ​ເອົາ​ຄວາມ^ລຳບາກ ຈາກ​ພວກ​ຢູດາ​ດ້ວຍ.

[15] ແມ່ນ​ພວກ​ນີ້​ແຫລະ ທີ່​ໄດ້​ປະຫານ​ອົງ​ພຣະເຢຊູເຈົ້າ​ກັບ​ບັນດາ​ຜູ້^ປະກາດ^ພຣະທຳ ແລະ​ໄດ້​ຂົ່ມເຫັງ​ພວກເຮົາ​ດ້ວຍ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າ​ເສຍ​ພຣະໄທ​ຫລາຍ​ທີ່ສຸດ ແລະ​ພວກເຂົາ​ກໍ​ຕໍ່ສູ້​ກັບ​ທຸກໆ​ຄົນ​ຢ່າງ​ໂຫດຮ້າຍ

[16] ໂດຍ​ທີ່​ພວກເຂົາ​ໄດ້​ຫ້າມປາມ​ພວກເຮົາ ບໍ່​ໃຫ້​ກ່າວ​ແກ່​ຄົນຕ່າງຊາດ ເພື່ອ​ຄົນ​ເຫລົ່ານັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດບາບ​ທີ່​ພວກເຂົາ​ເຮັດ​ມາ​ນັ້ນ ຈະ​ຄົບຖ້ວນ ແຕ່​ໃນ​ສຸດທ້າຍ ຄວາມ^ໂກດຮ້າຍ​ຂອງ^ພຣະເຈົ້າ​ໄດ້​ຕົກ​ໃສ່​ພວກເຂົາ​ແລ້ວ.

[17] ພີ່ນ້ອງ​ທັງຫລາຍ^ເອີຍ, ຝ່າຍ​ພວກເຮົາ ເມື່ອ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວ​ໄລຍະ​ໜຶ່ງ ກໍ​ຈາກ​ໄປ​ພຽງ​ຮ່າງກາຍ​ເທົ່ານັ້ນ ແຕ່​ບໍ່ແມ່ນ​ຈິດໃຈ ພວກເຮົາ​ກໍ​ລະນຶກ​ຄິດເຖິງ​ພວກເຈົ້າ​ຫລາຍ​ທີ່ສຸດ ແລະ​ຍັງ​ພະຍາຍາມ​ຢ່າງ​ຍິ່ງ​ທີ່​ຈະ​ມາ​ຫາ​ພວກເຈົ້າ,

[18] ພວກເຮົາ​ຢາກ​ກັບ​ມາ​ຫາ​ພວກເຈົ້າ ເຮົາ​ເອງ​ຄື​ໂປໂລ ພະຍາຍາມ​ທີ່​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.

[19] ດ້ວຍວ່າ, ແມ່ນ​ສິ່ງໃດ​ຈະ​ເປັນ​ທີ່​ຫວັງໃຈ​ຂອງເຮົາ ຫລື​ທີ່​ຊົມຊື່ນ^ຍິນດີ ຫລື​ມົງກຸດ ອັນ​ໃຫ້​ມີ​ຄວາມ^ອວດອ້າງ ຊ້ອງ​ພຣະພັກ​ອົງ​ພຣະເຢຊູເຈົ້າ​ຂອງ^ເຮົາ^ທັງຫລາຍ ເມື່ອ​ພຣະອົງ​ຈະ​ສະເດັດ​ມາ​ປາກົດ ບໍ່ແມ່ນ​ພວກເຈົ້າ​ດອກ​ຫລື?

[20] ເພາະວ່າ​ເຈົ້າ^ທັງຫລາຍ​ນັ້ນ​ແຫລະ ເປັນ​ກຽດຕິຍົດ ແລະ​ຄວາມ^ຊົມຊື່ນ^ຍິນດີ​ຂອງ^ພວກເຮົາ​ໂດຍ​ແທ້ຈິງ.

1 ເທສະໂລນິກ — Chapters