Skip to content
Opens in a new window
Listen to this chapter • 3:00

[1] ຈາກ ໂປໂລ, ຊີລາວານ ແລະ ຕີໂມທຽວ ເຖິງ ຄຣິສຕະຈັກ​ຊາວ​ເທສະໂລນິກ ທີ່​ເປັນ​ຂອງ^ພຣະເຈົ້າ ພຣະບິດາເຈົ້າ ແລະ​ຂອງ^ອົງ​ພຣະເຢຊູ^ຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ມີ​ຢູ່​ກັບ​ພີ່ນ້ອງ​ທັງຫລາຍ​ເທີ້ນ.

[2] ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພວກເຈົ້າ​ທຸກຄົນ ແລະ​ພວກເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ທຸກ​ເທື່ອ ເມື່ອ​ພວກເຮົາ​ພາວັນນາ^ອະທິຖານ.

[3] ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ^ເຈົ້າ^ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ^ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ^ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ^ຄຣິດເຈົ້າ​ຂອງ^ພວກເຮົາ.

[4] ພີ່ນ້ອງ​ທັງຫລາຍ^ເອີຍ ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ຮັກ​ພວກເຈົ້າ ແລະ​ໄດ້​ເລືອກ​ເອົາ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ^ພຣະອົງ.

[5] ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ^ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ^ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ^ທັງຫລາຍ.

[6] ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ^ພວກເຮົາ ພ້ອມ​ທັງ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ^ທົນ^ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ^ຊົມຊື່ນ^ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.

[7] ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ແບບຢ່າງ ໃຫ້​ແກ່​ຄົນ​ທີ່​ເຊື່ອ​ທັງໝົດ​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ.

[8] ເພາະວ່າ​ພຣະທຳ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ໄດ້​ອອກ​ຈາກ​ພວກເຈົ້າ​ຊ່າລື​ກ້ອງ​ໄປ ບໍ່ແມ່ນແຕ່​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ເທົ່ານັ້ນ ແຕ່​ຂ່າວ​ແຫ່ງ​ຄວາມເຊື່ອ​ພຣະເຈົ້າ​ຂອງ^ພວກເຈົ້າ​ນັ້ນ ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ຈົນ​ພວກເຮົາ​ບໍ່​ຈຳເປັນ​ຈະ​ຕ້ອງ​ເວົ້າ​ອັນ​ໃດ​ອີກ.

[9] ຄົນ​ທັງໝົດ​ເຫລົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,

[10] ແລະ​ຄອງຄອຍ​ຖ້າ​ພຣະບຸດ​ຂອງ^ພຣະອົງ ທີ່​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ພຣະເຢຊູເຈົ້າ ພຣະບຸດ​ຂອງ^ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ທີ່​ຊ່ວຍກູ້​ເອົາ​ພວກເຮົາ ໃຫ້​ພົ້ນ​ຈາກ​ຄວາມ^ໂກດຮ້າຍ​ຂອງ^ພຣະເຈົ້າ ທີ່​ກຳລັງ​ຈະ​ມາ​ເຖິງ.

1 ເທສະໂລນິກ — Chapters