[1] ເຫດສະນັ້ນ ເມື່ອເຮົາອົດຢູ່ຕໍ່ໄປອີກບໍ່ໄດ້ ຈຶ່ງເຫັນດີໃຫ້ເຂົາປະເຮົາຜູ້ດຽວ ຢູ່ນະຄອນອາແຖນ
[2] ແລະໄດ້ໃຊ້ຕີໂມທຽວ ພີ່ນ້ອງຂອງເຮົາ ທີ່ເປັນຜູ້ຮັບໃຊ້ຂອງ^ພຣະເຈົ້າຝ່າຍຂ່າວປະເສີດເລື່ອງພຣະຄຣິດ ໃຫ້ໄປຫາເຈົ້າ^ທັງຫລາຍ ເພື່ອຈະຕັ້ງພວກເຈົ້າໄວ້ໃຫ້ໝັ້ນຄົງ ທັງຈະຊູໃຈໃນເລື່ອງຄວາມເຊື່ອຂອງ^ພວກເຈົ້າ,
[3] ເພື່ອວ່າຈະບໍ່ມີຜູ້ໃດໃນພວກເຈົ້າຫັນໜີ ເພາະການຂົ່ມເຫັງເຫລົ່ານັ້ນ ພວກເຈົ້າເອງກໍຮູ້ວ່າການຂົ່ມເຫັງເຊັ່ນນີ້ ແມ່ນແຜນການສ່ວນໜຶ່ງຂອງ^ພຣະເຈົ້າສຳລັບພວກເຮົາ.
[4] ດ້ວຍວ່າ, ໃນລະຫວ່າງທີ່ພວກເຮົາຍັງຢູ່ກັບພວກເຈົ້ານັ້ນ ພວກເຮົາກໍໄດ້ບອກພວກເຈົ້າລ່ວງໜ້າໄວ້ແລ້ວວ່າ ພວກເຮົາຈະຖືກຂົ່ມເຫັງ ແລະກໍເປັນຢ່າງນັ້ນແທ້ ດັ່ງທີ່ພວກເຈົ້າຮູ້ແລ້ວ.
[5] ດ້ວຍເຫດນັ້ນ ເມື່ອເຮົາທົນຕໍ່ການຄອຍຖ້າບໍ່ໄດ້ອີກແລ້ວ ຈຶ່ງໃຊ້ຄົນໄປ ເພື່ອຈະໄດ້ຮູ້ເຖິງຄວາມເຊື່ອຂອງ^ພວກເຈົ້າ ເພາະເຮົາຢ້ານວ່າຜູ້ລໍ້ລວງຈະທົດລອງພວກເຈົ້າແລ້ວ ດ້ວຍປະການໃດປະການໜຶ່ງ ແລະພາລະກິດທັງສິ້ນທີ່ພວກເຮົາໄດ້ກະທຳໄປນັ້ນ ກໍຈະເສຍປະໂຫຍດ.
[6] ບັດນີ້ ຕີໂມທຽວໄດ້ກັບມາແລ້ວ ແລະເພິ່ນໄດ້ນຳຂ່າວດີ ກ່ຽວກັບຄວາມເຊື່ອແລະຄວາມຮັກຂອງ^ພວກເຈົ້າມາຍັງພວກເຮົາ. ເພິ່ນໄດ້ບອກພວກເຮົາວ່າ ພວກເຈົ້າໄດ້ຄິດເຖິງພວກເຮົາຢ່າງດີຢູ່ສະເໝີ ແລະທັງບອກວ່າ ພວກເຈົ້າກໍຢາກເຫັນໜ້າພວກເຮົາຫລາຍ ເໝືອນດັ່ງທີ່ພວກເຮົາຢາກເຫັນໜ້າພວກເຈົ້າ.
[7] ດັ່ງນັ້ນ ພີ່ນ້ອງທັງຫລາຍ^ເອີຍ ໃນທ່າມກາງຄວາມ^ຍາກລຳບາກແລະການຂົ່ມເຫັງທັງໝົດ ທີ່ພວກເຮົາປະເຊີນຢູ່ນັ້ນ ພວກເຮົາກໍໄດ້ຮັບຄວາມ^ຊູໃຈເພາະເລື່ອງຂອງ^ພວກເຈົ້າ ແມ່ນຄວາມເຊື່ອຂອງ^ພວກເຈົ້ານັ້ນແຫລະ ທີ່ເຊີດຊູໃຈພວກເຮົາ.
[8] ເພາະຖ້າພວກເຈົ້າຕັ້ງໝັ້ນຄົງຢູ່ໃນອົງພຣະ^ຜູ້^ເປັນເຈົ້າແລ້ວ ຊີວິດຂອງເຮົາກໍສົດຊື່ນຂຶ້ນ.
[9] ເຮົາຈະໂມທະນາຂອບພຣະຄຸນພຣະເຈົ້າ ເພາະເຈົ້າ^ທັງຫລາຍຢ່າງໃດອີກ ຈຶ່ງຈະເໝາະສົມກັບຄວາມ^ຊົມຊື່ນ^ຍິນດີທັງໝົດທີ່ເຮົາມີໃນພວກເຈົ້າ ຢູ່ຊ້ອງພຣະພັກພຣະເຈົ້າຂອງ^ເຮົາ^ທັງຫລາຍ.
[10] ພວກເຮົາພາວັນນາ^ອະທິຖານທັງເວັນແລະຄືນ ດ້ວຍຄວາມ^ປາຖະໜາອັນແຮງກ້າ ເພື່ອຈະໄດ້ເຫັນໜ້າພວກເຈົ້າອີກສ່ວນຕົວ ເພື່ອຈະເສີມສ້າງຄວາມເຊື່ອຂອງ^ພວກເຈົ້າທີ່ບົກຜ່ອງຢູ່ນັ້ນໃຫ້ຄົບເຕັມ.
[11] ຂໍພຣະເຈົ້າ ພຣະບິດາເຈົ້າ ແລະອົງພຣະເຢຊູເຈົ້າຂອງ^ເຮົາ^ທັງຫລາຍ ຊົງນຳພວກເຮົາໄປຫາພວກເຈົ້າດ້ວຍເທີ້ນ
[12] ຂໍອົງພຣະ^ຜູ້^ເປັນເຈົ້າ ຊົງໂຜດໃຫ້ພວກເຈົ້າຈະເລີນຂຶ້ນ ແລະລົ້ນເຫລືອໄປດ້ວຍຄວາມຮັກ ທີ່ມີຕໍ່ກັນແລະກັນ ແລະ ຕໍ່ຄົນທັງປວງ ເໝືອນດັ່ງທີ່ພວກເຮົາມີຄວາມຮັກຕໍ່ພວກເຈົ້ານັ້ນແລ້ວ
[13] ເພື່ອພຣະອົງຈະໄດ້ຊົງຊ່ວຍຊູຈິດໃຈຂອງ^ພວກເຈົ້າ ໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມ^ບໍຣິສຸດ ໂດຍບໍ່ມີຂໍ້ຕິຕຽນໄດ້ ເມື່ອຢູ່ຊ້ອງໜ້າພຣະເຈົ້າ ຄືພຣະບິດາເຈົ້າຂອງ^ເຮົາ^ທັງຫລາຍ ເມື່ອອົງພຣະເຢຊູເຈົ້າຂອງ^ພວກເຮົາສະເດັດມາປາກົດ ພ້ອມກັບຄົນທັງປວງທີ່ເປັນຂອງ^ພຣະອົງ.