[1] ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ ເຖິງ ພີ່ນ້ອງທີ່ເຊື່ອໃນຄຣິສຕະຈັກ ທີ່ເມືອງເທສະໂລນິກ ທີ່ເປັນຂອງ^ພຣະເຈົ້າ ພຣະບິດາເຈົ້າຂອງ^ເຮົາ^ທັງຫລາຍ ແລະ ອົງພຣະເຢຊູ^ຄຣິດເຈົ້າ.
[2] ຂໍພຣະບິດາເຈົ້າ ແລະ ອົງພຣະເຢຊູ^ຄຣິດເຈົ້າ ຊົງໂຜດໃຫ້ພຣະຄຸນແລະສັນຕິສຸກແກ່ພວກເຈົ້າເທີ້ນ.
[3] ພີ່ນ້ອງທັງຫລາຍ^ເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ຕະຫລອດເວລາ ກ່ຽວກັບເລື່ອງພວກເຈົ້າ ຊຶ່ງເປັນສິ່ງທີ່ສົມຄວນສຳລັບພວກເຮົາ ເພາະຄວາມເຊື່ອຂອງ^ພວກເຈົ້າຈະເລີນຫລາຍຂຶ້ນ ແລະຄວາມຮັກຂອງ^ພວກເຈົ້າທຸກຄົນທີ່ມີແກ່ກັນແລະກັນ ກໍທະວີຂຶ້ນຫລາຍກວ່າເກົ່າ.
[4] ດ້ວຍເຫດນັ້ນ ພວກເຮົາຈຶ່ງເວົ້າອວດເຖິງພວກເຈົ້າໃນຄຣິສຕະຈັກທັງຫລາຍຂອງ^ພຣະເຈົ້າ ພວກເຮົາອວດເຖິງວິທີທີ່ພວກເຈົ້າສືບຕໍ່ອົດທົນ ແລະເຊື່ອໝັ້ນເມື່ອຖືກການຂົ່ມເຫັງ ແລະທົນຄວາມ^ທຸກໃນທຸກຮູບແບບ ທີ່ພວກເຈົ້າກຳລັງພົບຢູ່ນັ້ນ.
[5] ສິ່ງທັງໝົດເຫລົ່ານີ້ ພິສູດໃຫ້ເຫັນຢ່າງຈະແຈ້ງວ່າການ^ພິພາກສາຂອງ^ພຣະເຈົ້າຊົງຍຸດຕິທຳ ແລະຜົນທີ່ໄດ້ຮັບນັ້ນ ຄືພວກເຈົ້າຈະເປັນຜູ້ສົມຄວນກັບຣາຊອານາຈັກຂອງ^ພຣະອົງ ຊຶ່ງພວກເຈົ້າກຳລັງຖືກທົນທຸກຢູ່ ກໍເພື່ອເຫັນແກ່ອານາຈັກນັ້ນ.
[6] ພຣະເຈົ້າຈະເຮັດສິ່ງທີ່ຍຸດຕິທຳ ຄືພຣະອົງຈະນຳເອົາຄວາມ^ທົນທຸກໄປຍັງຜູ້ທີ່ເຮັດໃຫ້ພວກເຈົ້າຖືກທົນທຸກ,
[7] ແລະພຣະອົງຈະໃຫ້ພວກເຈົ້າ ຜູ້ທີ່ຖືກຄວາມ^ຍາກລຳບາກ ໄດ້ຮັບຄວາມ^ບັນເທົາທຸກຮ່ວມກັບພວກເຮົາດ້ວຍ. ເມື່ອອົງພຣະເຢຊູເຈົ້າຈະຊົງສະເດັດມາປາກົດຈາກຟ້າສະຫວັນ ໃນແປວໄຟອັນຮ້ອນກ້າພ້ອມດ້ວຍຝູງເທວະດາຕົນມີຣິດຂອງ^ພຣະອົງ,
[8] ເພື່ອລົງໂທດຜູ້ທີ່ປະຕິເສດພຣະເຈົ້າ ແລະຜູ້ທີ່ບໍ່ຍອມເຊື່ອຟັງຂ່າວປະເສີດເລື່ອງອົງພຣະເຢຊູເຈົ້າຂອງ^ພວກເຮົາ.
[9] ພຣະເຈົ້າຈະເຮັດໃຫ້ພວກເຂົາຖືກທົນທຸກແລະໄດ້ຮັບໂທດ ແລະຖືກທຳລາຍຕະຫລອດໄປ ຄືຖືກແຍກຈາກອົງພຣະ^ຜູ້^ເປັນເຈົ້າ ແລະຈາກຣິດທານຸພາບ ສະຫງ່າຣາສີອັນຮຸ່ງເຮືອງຂອງ^ພຣະອົງ
[10] ເມື່ອພຣະອົງສະເດັດມາປາກົດໃນວັນນັ້ນ ເພື່ອຮັບກຽດຕິຍົດພ້ອມທັງໄພ່ພົນບໍຣິສຸດທັງໝົດຂອງ^ພຣະອົງ ແລະເປັນການອັດສະຈັນໃຈໃນທ່າມກາງຜູ້ທີ່ເຊື່ອທຸກຄົນ ລວມທັງພວກເຈົ້າເພາະໄດ້ເຊື່ອຖ້ອຍຄຳ ຊຶ່ງພວກເຮົາໄດ້ປະກາດແກ່ພວກເຈົ້ານັ້ນ.
[11] ເພາະສະນັ້ນແຫລະ ພວກເຮົາຈຶ່ງພາວັນນາ^ອະທິຖານ ສຳລັບພວກເຈົ້າຢູ່ສະເໝີ ພວກເຮົາຂໍພຣະເຈົ້າຂອງ^ພວກເຮົາ ໂຜດເຮັດໃຫ້ຊີວິດຂອງ^ພວກເຈົ້າມີຄຸນຄ່າ ສົມກັບທີ່ພຣະອົງຊົງເອີ້ນເອົາພວກເຈົ້າໃຫ້ດຳເນີນຊີວິດນັ້ນ ໂດຍຣິດອຳນາດຂອງ^ພຣະອົງ ຂໍພຣະອົງໂຜດໃຫ້ຄວາມ^ປາຖະໜາໃນການເຮັດດີທຸກຢ່າງ ແລະໃນການດຳເນີນພາລະກິດດ້ວຍຄວາມເຊື່ອຂອງ^ພວກເຈົ້າ ຈົ່ງບັນລຸຜົນສຳເລັດເທີ້ນ.
[12] ເພື່ອວ່າພຣະນາມຂອງ^ອົງພຣະເຢຊູເຈົ້າຂອງ^ພວກເຮົາຈະໄດ້ຮັບກຽດຕິຍົດຈາກພວກເຈົ້າ ແລະເພື່ອພວກເຈົ້າກໍຈະໄດ້ຮັບກຽດຕິຍົດເພາະພຣະອົງ ໂດຍພຣະຄຸນພຣະເຈົ້າຂອງ^ພວກເຮົາ ແລະຂອງ^ອົງພຣະເຢຊູ^ຄຣິດເຈົ້າ.