[1] ແຕ່ຈົ່ງຮູ້ຈັກຂໍ້ຄວາມ^ນີ້ວ່າ, ໃນຄາວທີ່ສຸດນັ້ນ ຈະເກີດຄວາມ^ລຳບາກຢ່າງຮ້າຍແຮງ.
[2] ເພາະວ່າຄົນທັງຫລາຍຈະເຫັນແກ່ຕົວ, ເຫັນແກ່ເງິນຄຳ, ອວດຕົວ, ຈອງຫອງ, ມັກດ່າວ່າ, ບໍ່ເຊື່ອຟັງຄວາມ^ພໍ່ແມ່, ເນຣະຄຸນ, ເປັນຄົນບໍ່ມີສິນທຳ;
[3] ເປັນຄົນຂາດມະນຸດ^ສະທຳ, ບໍ່ຍອມຜ່ອນຜັນຜູ້ໃດ, ໃສ່ຮ້າຍ^ປ້າຍສີ^ກັນ, ບໍ່ຮູ້ຈັກບັງຄັບຕົນ, ມີໃຈໂຫດຮ້າຍ, ເປັນຄົນບໍ່ຮັກການດີ,
[4] ເປັນຄົນທໍລະຍົດ, ດື້ດ້ານ, ອວດ^ສະຫາວ ແລະເປັນຄົນຮັກຄວາມ^ສະໜຸກ ຫລາຍກວ່າຮັກພຣະເຈົ້າ.
[5] ເຂົາກໍເຮັດເໝືອນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ, ແຕ່ວ່າຣິດອຳນາດຂອງ^ການນັບຖືນັ້ນ ເຂົາກໍປະຕິເສດເສຍ ເຈົ້າຈົ່ງຫລີກໜີເສຍຈາກຄົນຢ່າງນັ້ນ.
[6] ເພາະໃນບັນດາຄົນເຫລົ່ານັ້ນ ມີຄົນທີ່ມັກລ່ວງເຂົ້າໄປຕາມບ້ານເຮືອນ ກ້ຽວກ່ອມເອົາໃຈແມ່ຍິງທີ່ເບົາປັນຍາ ໜາດ້ວຍຄວາມ^ຜິດບາບ ແລະຫລົງໄຫລໄປດ້ວຍຕັນຫາຕ່າງໆ ເອົາໄປເປັນຊະເລີຍ,
[7] ຍິງພວກນີ້ ກໍຍອມຮໍ່າຮຽນຢູ່ສະເໝີ ແຕ່ບໍ່ອາດຈະເຖິງການສັງເກດຮູ້ຄວາມຈິງໄດ້ຈັກເທື່ອ.
[8] ຢາເນກັບຢຳເບ ຂັດຂວາງຕໍ່ສູ້ກັບໂມເຊສັນໃດ ຄົນເຫລົ່ານີ້ ກໍຂັດຂວາງຕໍ່ສູ້ກັບຄວາມຈິງສັນນັ້ນເໝືອນກັນ ເຂົາເປັນຄົນມີໃຈຊົ່ວຮ້າຍ ແລະໃນດ້ານຄວາມເຊື່ອນັ້ນ ເຂົາໃຊ້ບໍ່ໄດ້ເລີຍ,
[9] ແຕ່ເຂົາກ້າວໜ້າຕໍ່ໄປອີກບໍ່ໄດ້ ເພາະວ່າຄວາມ^ໂງ່ຂອງ^ເຂົານັ້ນ ຈະປາກົດແຈ້ງແກ່ຄົນທັງປວງ ເໝືອນດັ່ງຄວາມ^ໂງ່ຂອງ^ຊາຍສອງຄົນນັ້ນ.
[10] ບັດນີ້ ເຈົ້າກໍໄດ້ຕິດຕາມເຮົາ ໃນດ້ານຄຳສອນ, ຄືດຳເນີນຕາມຄວາມ^ປະພຶດ, ເປົ້າໝາຍຂອງ^ຊີວິດ, ຄວາມເຊື່ອ, ຄວາມ^ອົດທົນ, ຄວາມຮັກ, ຄວາມ^ໜັກແໜ້ນໝັ້ນຄົງ,
[11] ການຖືກຂົ່ມເຫັງ ແລະຄວາມ^ທົນທຸກລຳບາກຂອງເຮົາ ເຈົ້າກໍຮູ້ຈັກເຫດການທັງໝົດທີ່ໄດ້ເກີດຂຶ້ນກັບເຮົາໃນເມືອງອັນຕີໂອເຂຍ ໃນເມືອງອີໂກນີອົນ ແລະໃນເມືອງລີຊະທາ ຄືການຖືກຂົ່ມເຫັງອັນໜັກໜ່ວງທີ່ເຮົາໄດ້ທົນເອົານັ້ນ, ແຕ່ອົງພຣະ^ຜູ້^ເປັນເຈົ້າໄດ້ຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກສິ່ງເຫລົ່ານັ້ນທັງສິ້ນ.
[12] ແທ້ຈິງ ບັນດາຄົນທີ່ປາຖະໜາຈະດຳເນີນຊີວິດຄຣິສຕຽນ ເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ກໍຈະຖືກກົດຂີ່ຂົ່ມເຫັງ,
[13] ແຕ່ຄົນຊົ່ວຮ້າຍ ແລະຄົນປອມຕົວ ຈະເພີ່ມທະວີຫລາຍຂຶ້ນ ໄປລໍ້ລວງຄົນອື່ນໃຫ້ຫລົງ ແລະຕົວເຂົາເອງກໍຈະຖືກລໍ້ລວງເໝືອນກັນ.
[14] ແຕ່ສຳລັບເຈົ້າ ຈົ່ງສືບຕໍ່ດຳເນີນຕໍ່ໄປ ໃນສິ່ງທີ່ເຈົ້າໄດ້ຮຽນຮູ້ມາແລ້ວ ແລະໄດ້ເຊື່ອຢ່າງໝັ້ນຄົງ ເຈົ້າກໍຮູ້ແລ້ວວ່າເຈົ້າໄດ້ຮຽນຮູ້ມາຈາກຜູ້ໃດ.
[15] ທີ່ຈິງແລ້ວ ເຈົ້າໄດ້ຮູ້ພຣະຄຳພີອັນສັກສິດ ຕັ້ງແຕ່ຄາວເຈົ້າຍັງນ້ອຍພຸ້ນ ຊຶ່ງສາມາດສອນເຈົ້າໃຫ້ມີປັນຍາ ທີ່ນຳໄປເຖິງຄວາມ^ພົ້ນ ໂດຍທາງຄວາມເຊື່ອໃນພຣະຄຣິດເຈົ້າ^ເຢຊູ.
[16] ພຣະຄຳພີທຸກຕອນໄດ້ຮັບການຊົງບັນດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດ ໃນການສອນ, ການກ່າວຕັກເຕືອນວ່າກ່າວ, ການປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະການອົບຮົມໃນທາງຊອບທຳ,
[17] ເພື່ອຄົນຂອງ^ພຣະເຈົ້າຈະບັນລຸຜົນສຳເລັດ ແລະຈັດຕຽມໄວ້ພ້ອມສຳລັບການດີທຸກຢ່າງ.