[1] ເຫດສະນັ້ນ ລູກຂອງ^ເຮົາ^ເອີຍ ຈົ່ງເຂັ້ມແຂງຂຶ້ນໂດຍພຣະຄຸນ ທີ່ພວກເຮົາມີໃນພຣະຄຣິດເຈົ້າ^ເຢຊູ.
[2] ຈົ່ງມອບຄຳສອນທີ່ເຈົ້າໄດ້ຍິນຈາກເຮົາ ຕໍ່ໜ້າພະຍານຫລາຍຄົນ ໄວ້ກັບຄົນສັດຊື່ທີ່ສາມາດສອນຄົນອື່ນໄດ້ດ້ວຍ.
[3] ຈົ່ງຮ່ວມໃນຄວາມ^ທົນທຸກ ເໝືອນດັ່ງເປັນທະຫານທີ່ດີຂອງ^ພຣະຄຣິດເຈົ້າ^ເຢຊູ.
[4] ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວ ຈະຫຍຸ້ງກ່ຽວກັບການງານຝ່າຍພົນລະເຮືອນ. ດ້ວຍວ່າ, ເຂົາຕ້ອງເຮັດໃຫ້ຜູ້ທີ່ເກນຕົນໄດ້ຮັບຄວາມ^ພໍໃຈ.
[5] ນັກ^ກິລາທີ່ແລ່ນຊິງໄຊ ຈະຍາດເອົາລາງວັນບໍ່ໄດ້ ຖ້າບໍ່ປະຕິບັດຕາມກົດລະບຽບ.
[6] ຊາວກະສິກອນທີ່ເຮັດວຽກໜັກ ກໍຄວນເປັນຜູ້ທຳອິດທີ່ໄດ້ຮັບຜົນເກັບກ່ຽວ.
[7] ຈົ່ງຄິດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນໃຫ້ຖີ່ຖ້ວນ ເພາະອົງພຣະ^ຜູ້^ເປັນເຈົ້າຈະຊົງປະທານໃຫ້ເຈົ້າເຂົ້າໃຈໃນທຸກສິ່ງ.
[8] ຈົ່ງລະນຶກເຖິງພຣະເຢຊູ^ຄຣິດເຈົ້າ ຜູ້ທີ່ໄດ້ຖືກບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ເປັນເຊື້ອສາຍຂອງ^ດາວິດ ຕາມຄຳສັ່ງສອນໃນຂ່າວປະເສີດທີ່ເຮົາປະກາດນັ້ນ.
[9] ເພາະຍ້ອນຂ່າວປະເສີດນີ້ແຫລະ ເຮົາຈຶ່ງທົນທຸກ ແລະຖືກຜູກມັດດັ່ງຜູ້ຮ້າຍ ແຕ່ພຣະທຳຂອງ^ພຣະເຈົ້ານັ້ນ ບໍ່ມີຜູ້ໃດຜູກມັດໄວ້ໄດ້.
[10] ດັ່ງນັ້ນແຫລະ, ເຮົາຈຶ່ງສູ້ທົນທຸກສິ່ງ ເພາະເຫັນແກ່ໄພ່ພົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ ເພື່ອພວກເຂົາຈະໄດ້ຮັບຄວາມ^ພົ້ນ ຊຶ່ງມາໂດຍທາງພຣະຄຣິດເຈົ້າ^ເຢຊູ ແລະຈະຖືກນຳໄປສູ່ສະຫງ່າຣາສີນິຣັນດອນ.
[11] ຄຳນີ້ເປັນຄວາມຈິງ ຄື: “ຖ້າພວກເຮົາໄດ້ຕາຍດ້ວຍກັນກັບພຣະອົງ ພວກເຮົາກໍຈະມີຊີວິດກັບພຣະອົງເໝືອນກັນ.
[12] ຖ້າພວກເຮົາອົດທົນເອົາ ພວກເຮົາກໍຈະປົກຄອງຮ່ວມກັບພຣະອົງ. ຖ້າພວກເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດພວກເຮົາເໝືອນກັນ.
[13] ຖ້າພວກເຮົາບໍ່ສັດຊື່ ພຣະອົງກໍຍັງສັດຊື່ໝັ້ນຄົງຢູ່ ເພາະວ່າພຣະອົງຊົງເປັນຄວາມຈິງ ທີ່ບໍ່ສາມາດຈະປະຕິເສດພຣະອົງເອງໄດ້.”
[14] ຈົ່ງບອກຄົນຂອງ^ເຈົ້າ ໃຫ້ຈົດຈຳໃນເລື່ອງນີ້ ແລະຕັກເຕືອນເຂົາຢ່າງໜັກແໜ້ນຢູ່ຊ້ອງພຣະພັກພຣະເຈົ້າ ບໍ່ໃຫ້ຜິດຖຽງກັນເຖິງຖ້ອຍຄຳຕ່າງໆ ການກະທຳເຊັ່ນນີ້ ບໍ່ເປັນສິ່ງທີ່ດີ ມີແຕ່ເຮັດໃຫ້ຜູ້ຟັງຈິບຫາຍໄປ.
[15] ຈົ່ງອົດສາພະຍາຍາມສະແດງຕົນ ເໝືອນເປັນຄົນທີ່ພິສູດແລ້ວຕໍ່ພຣະພັກພຣະເຈົ້າ ເປັນຄົນງານທີ່ບໍ່ຕ້ອງອາຍ ແລະໃຊ້ພຣະທຳແຫ່ງຄວາມຈິງຢ່າງຖືກຕ້ອງ.
[16] ຈົ່ງຫລີກເວັ້ນຈາກການ^ສົນທະນາອັນໂງ່ງ່າວ ແລະຂັດກັບຄວາມເຊື່ອ ຊຶ່ງເປັນການຊັກນຳຜູ້ຟັງໃຫ້ຫ່າງຈາກພຣະເຈົ້າຫລາຍຂຶ້ນເທົ່ານັ້ນ.
[17] ຄຳສັ່ງສອນເຊັ່ນນັ້ນ ເປັນດັ່ງບາດແຜເປື່ອຍເນົ່າປົວບໍ່ດີ ທີ່ລາມໄປຕາມເນື້ອໜັງ ໃນຈຳພວກນັ້ນມີ ຮີເມນາໂຢ ແລະ ຟີເລໂຕ.
[18] ຄົນທັງສອງນັ້ນໄດ້ຫລົງໄປຈາກຄວາມຈິງ ໂດຍກ່າວວ່າ ການຄືນຈາກຄວາມ^ຕາຍນັ້ນໄດ້ຜ່ານພົ້ນໄປແລ້ວ, ພວກເຂົາກຳລັງເຮັດໃຫ້ຄວາມເຊື່ອຂອງ^ບາງຄົນລົ້ມລະລາຍໄປ.
[19] ແຕ່ຮາກຖານອັນແຂງແກ່ນ ຊຶ່ງພຣະເຈົ້າໄດ້ວາງລົງແລ້ວນັ້ນຕັ້ງໝັ້ນຄົງຢູ່ ໂດຍມີຄຳຂຽນໄວ້ວ່າ, “ອົງພຣະ^ຜູ້^ເປັນເຈົ້າຊົງຮູ້ຈັກຄົນເຫລົ່ານັ້ນ ທີ່ເປັນຂອງ^ພຣະອົງ” ແລະ “ທຸກຄົນ ຊຶ່ງອອກຊື່ພຣະນາມຂອງ^ອົງພຣະ^ຜູ້^ເປັນເຈົ້າ ກໍຕ້ອງຫັນໜີຈາກຄວາມ^ຊົ່ວຊ້າ.”
[20] ໃນເຮືອນໃຫຍ່ຫລັງໃດ ບໍ່ແມ່ນມີແຕ່ພາຊະນະເງິນແລະຄຳເທົ່ານັ້ນ ແຕ່ມີພາຊະນະໄມ້ແລະດິນດ້ວຍ ບາງຢ່າງກໍໃຊ້ເພື່ອເປັນກຽດ ແລະບາງຢ່າງກໍໃຊ້ການທຳມະດາ.
[21] ເຫດສະນັ້ນ ຖ້າຜູ້ໃດຊຳລະຕົວໃຫ້ພົ້ນຈາກສິ່ງຊົ່ວເຫລົ່ານັ້ນ ກໍຈະເປັນເໝືອນພາຊະນະອັນມີກຽດ ທີ່ໄດ້ຕັ້ງໄວ້ຕ່າງຫາກ ຊຶ່ງເປັນປະໂຫຍດແກ່ເຈົ້າຂອງ^ເຮືອນ ທີ່ຈັດໄວ້ພ້ອມແລ້ວສຳລັບການດີທຸກຢ່າງ.
[22] ດັ່ງນັ້ນ ເຈົ້າຈົ່ງຫລີກໜີຈາກຣາຄະຕັນຫາຂອງ^ຄົນໜຸ່ມ. ຈົ່ງຕິດຕາມຄວາມ^ຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະສັນຕິສຸກ ຮ່ວມກັບຄົນທັງປວງທີ່ຮ້ອງອອກພຣະນາມຂອງ^ອົງພຣະ^ຜູ້^ເປັນເຈົ້າດ້ວຍໃຈບໍຣິສຸດ.
[23] ແຕ່ຈົ່ງຫລີກເວັ້ນຈາກການໂຕ້ຖຽງອັນໂງ່ງ່າວແລະອັບປັນຍາ ເຈົ້າກໍຮູ້ແລ້ວວ່າ ການກະທຳຢ່າງນັ້ນນຳໄປສູ່ການວິວາດ^ຜິດຖຽງກັນ.
[24] ຜູ້ຮັບໃຊ້ຂອງ^ອົງພຣະ^ຜູ້^ເປັນເຈົ້າ ຕ້ອງບໍ່ເປັນຄົນວິວາດ^ຜິດຖຽງກັນ, ແຕ່ຕ້ອງມີໃຈເມດຕາແກ່ທຸກຄົນ ເປັນຄູທີ່ເໝາະສົມ ແລະມີໃຈພຽນອົດທົນ
[25] ແກ້ໄຂຄວາມ^ຄິດເຫັນຝ່າຍກົງກັນຂ້າມ ດ້ວຍຄວາມ^ສຸພາບອ່ອນໂຍນ ເພາະພຣະເຈົ້າຈະຊົງໂຜດໃຫ້ພວກເຂົາກັບໃຈໃໝ່ ແລະພາໄປສູ່ການຮູ້ຈັກເຖິງຄວາມຈິງ.
[26] ແລະໃຫ້ພວກເຂົາຮູ້ສຶກຕື່ນຕົວ ຈຶ່ງຫລຸດພົ້ນຈາກບ່ວງແຮ້ວຂອງ^ມານຮ້າຍ ຜູ້ຊຶ່ງຈັບພວກເຂົາໄວ້ໃຫ້ເຮັດຕາມຄວາມປະສົງຂອງ^ມັນ.