[1] ພວກພີ່ນ້ອງ^ເອີຍ, ເລື່ອງການສະເດັດມາປາກົດຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ແລະການທີ່ພຣະອົງຈະເຕົ້າໂຮມພວກເຮົາໄປເປັນຂອງ^ພຣະອົງນັ້ນ ເຮົາຂໍຮ້ອງພວກເຈົ້າວ່າ,
[2] ຢ່າໃຫ້ໃຈຂອງ^ພວກເຈົ້າ^ທັງຫລາຍປັ່ນປ່ວນໂດຍງ່າຍ ຫລືສະທ້ານຕົກໃຈ ບໍ່ວ່າຈະມາດ້ວຍທາງວິນຍານ ຫລືມາທາງຄຳເວົ້າ ຫລືທາງຈົດໝາຍທີ່ອ້າງວ່າມາຈາກເຮົາ ໂດຍອ້າງວ່າວັນຂອງ^ອົງພຣະ^ຜູ້^ເປັນເຈົ້າມາເຖິງແລ້ວ.
[3] ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າໃນທາງໃດ^ທາງໜຶ່ງເລີຍ. ດ້ວຍວ່າ, ວັນນັ້ນຈະບໍ່ມາເຖິງ ຈົນກວ່າການທໍລະຍົດຄັ້ງສຸດທ້າຍຈະເກີດຂຶ້ນກ່ອນ ແລະຜູ້ຊົ່ວຮ້າຍຈະປາກົດຕົວຂຶ້ນ ຄືຜູ້ທີ່ຖືກໝາຍໄວ້ສຳລັບນະຣົກ.
[4] ມັນຈະຂັດຂວາງທຸກສິ່ງທີ່ມະນຸດຂາບໄຫວ້ ແລະທຸກສິ່ງທີ່ມະນຸດຖືເປັນພຣະເຈົ້າ ແລະຈະຍົກຕົວຂຶ້ນເໜືອສິ່ງເຫລົ່ານັ້ນທັງໝົດ. ມັນຈະເຂົ້າໄປນັ່ງຢູ່ໃນພຣະວິຫານຂອງ^ພຣະເຈົ້າ ແລະອ້າງຕົນເອງວ່າເປັນພຣະເຈົ້າ.
[5] ພວກເຈົ້າຈື່ໄດ້ບໍ? ເມື່ອເຮົາຍັງຢູ່ກັບພວກເຈົ້ານັ້ນ ເຮົາກໍເຄີຍບອກສິ່ງເຫລົ່ານີ້ທັງໝົດແກ່ພວກເຈົ້າແລ້ວ.
[6] ແຕ່ໃນເວລານີ້ ຍັງມີສິ່ງທີ່ກີດກັ້ນມັນໄວ້ບໍ່ໃຫ້ປາກົດຕົວ ແລະພວກເຈົ້າກໍຮູ້ວ່າສິ່ງນັ້ນແມ່ນຫຍັງ ເມື່ອເຖິງເວລາກຳນົດແລ້ວ ມັນກໍຈະປາກົດຕົວ.
[7] ອຳນາດອັນເລິກລັບແຫ່ງຄວາມ^ຊົ່ວຮ້າຍກໍດຳເນີນການຢູ່ແລ້ວ ແຕ່ສິ່ງທີ່ຕ້ອງເກີດຂຶ້ນນັ້ນຈະເກີດຂຶ້ນໄດ້ ກໍຕໍ່ເມື່ອຜູ້ທີ່ກີດກັ້ນມັນໄວ້ນັ້ນຖືກຍົກໄປເສຍ.
[8] ຂະນະນັ້ນແຫລະ ຜູ້ຊົ່ວຮ້າຍຈຶ່ງຈະປາກົດຕົວ ແລະອົງພຣະເຢຊູເຈົ້າກໍຈະປະຫານມັນເສຍດ້ວຍລົມຈາກປາກຂອງ^ພຣະອົງ ແລະຈະລ້າງຜານໃຫ້ມັນດັບສູນໄປດ້ວຍແສງອັນຮຸ່ງເຮືອງ ໃນເວລາທີ່ພຣະອົງສະເດັດມານັ້ນ.
[9] ຜູ້ຊົ່ວຮ້າຍນັ້ນຈະມາດ້ວຍອຳນາດຂອງ^ມານຊາຕານ ແລະຈະເຮັດການອັດສະຈັນກັບການອິດທິຣິດ ແລະສິ່ງທີ່ໜ້າງຶດງໍ້ອັນຈອມປອມທຸກຊະນິດ
[10] ແລະໃຊ້ກົນອຸບາຍອັນຊົ່ວຊ້າທຸກຢ່າງຫລອກລວງຜູ້ທີ່ກຳລັງຈະຈິບຫາຍໄປ. ຄົນເຫລົ່ານີ້ຈະຈິບຫາຍໄປເພາະພວກເຂົາບໍ່ໄດ້ຍອມຮັບຄວາມຈິງ ຊຶ່ງຈະຊ່ວຍພວກເຂົາໃຫ້ພົ້ນ.
[11] ດ້ວຍເຫດນີ້ແຫລະ ພຣະເຈົ້າຈຶ່ງຊົງໃຫ້ອິດທິພົນອັນຫລອກລວງນັ້ນ ເຮັດການຢູ່ພາຍໃນ ເພື່ອໃຫ້ພວກເຂົາເຊື່ອຟັງຄວາມ^ບໍ່ຈິງ.
[12] ໃນທີ່ສຸດ ທຸກຄົນທີ່ບໍ່ໄດ້ເຊື່ອຄວາມຈິງ ຄືຜູ້ທີ່ເພີດເພີນຢູ່ໃນການຊົ່ວຮ້າຍ ກໍຈະຖືກພິພາກສາລົງໂທດ.
[13] ພວກພີ່ນ້ອງ ຜູ້ທີ່ເປັນທີ່ຮັກຂອງ^ອົງພຣະ^ຜູ້^ເປັນເຈົ້າ^ເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ທຸກເວລາ ເພາະວ່າພຣະເຈົ້າຊົງເລືອກພວກເຈົ້າໄວ້ຕັ້ງແຕ່ຕົ້ນເດີມ ເພື່ອໂຜດໃຫ້ພົ້ນໂດຍຣິດອຳນາດຂອງ^ພຣະວິນຍານ ອົງທີ່ເຮັດໃຫ້ພວກເຈົ້າເປັນໄພ່ພົນຜູ້ບໍຣິສຸດຂອງ^ພຣະອົງ ແລະໂດຍພວກເຈົ້າເຊື່ອໃນຄວາມຈິງ.
[14] ພຣະເຈົ້າຊົງເອີ້ນເອົາພວກເຈົ້າໃຫ້ມາເຖິງຊີວິດໃໝ່ນີ້ ກໍໂດຍຂ່າວປະເສີດທີ່ພວກເຮົາໄດ້ປະກາດແກ່ພວກເຈົ້າ ພຣະອົງໄດ້ຊົງເອີ້ນເອົາພວກເຈົ້າ ໃຫ້ມີສ່ວນໃນສະຫງ່າຣາສີຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ.
[15] ເຫດສະນັ້ນ^ແຫລະ ພີ່ນ້ອງທັງຫລາຍ^ເອີຍ, ຈົ່ງຕັ້ງໝັ້ນຄົງຢູ່ ແລະຢຶດຖືເອົາຄຳສອນທີ່ສືບມາ ຊຶ່ງພວກເຮົາໄດ້ສອນພວກເຈົ້ານັ້ນ ບໍ່ວ່າຈະເປັນທາງວາຈາ ຫລືທາງຈົດໝາຍຂອງ^ພວກເຮົາກໍດີ.
[16] ຂໍໃຫ້ອົງພຣະເຢຊູ^ຄຣິດເຈົ້າຂອງ^ເຮົາ^ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າຂອງ^ພວກເຮົາ ຜູ້ຊົງຮັກເຮົາທັງຫລາຍ ແລະຊົງໂຜດປະທານໃຫ້ພວກເຮົາ ມີຄວາມ^ຊູໃຈເປັນນິດແລະຄວາມຫວັງໃຈອັນດີ ໂດຍພຣະຄຸນນັ້ນ,
[17] ຊົງຊູໃຈແລະຕັ້ງເຈົ້າໄວ້ໃຫ້ໝັ້ນຄົງ ໃນການງານແລະໃນວາຈາອັນດີທຸກຢ່າງ.