[1] ຊີໂມນເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກຂອງ^ພຣະເຢຊູ^ຄຣິດເຈົ້າ. ຮຽນ ທ່ານທັງຫລາຍ ທີ່ໄດ້ຮັບຄວາມເຊື່ອອັນປະເສີດ ເທົ່າທຽມກັນກັບເຮົາ ດ້ວຍຄວາມ^ຊອບທຳແຫ່ງພຣະເຈົ້າຂອງ^ພວກເຮົາ ຄືພຣະເຢຊູ^ຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງ^ເຮົາ^ທັງຫລາຍ.
[2] ຂໍໃຫ້ພຣະຄຸນແລະສັນຕິສຸກ ຈົ່ງເພີ່ມທະວີຄູນແກ່ເຈົ້າ^ທັງຫລາຍ ໂດຍການຮູ້ຈັກໃນພຣະເຈົ້າ ແລະໃນພຣະເຢຊູເຈົ້າ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ.
[3] ດ້ວຍເຫັນແລ້ວວ່າ ຣິດເດດຂອງ^ພຣະເຈົ້າໄດ້ຊົງປະທານສິ່ງສາລະພັດແກ່ພວກເຮົາ ຊຶ່ງຈຳເປັນຕໍ່ຊີວິດ ແລະຕໍ່ການດຳເນີນຕາມທາງຂອງ^ພຣະເຈົ້າ ໂດຍການຮູ້ຈັກພຣະອົງ ຜູ້ທີ່ຊົງເອີ້ນພວກເຈົ້າດ້ວຍສະຫງ່າຣາສີ ແລະຄວາມ^ລໍ້າເລີດຂອງ^ພຣະອົງເອງ.
[4] ດ້ວຍສິ່ງເຫລົ່ານັ້ນ ພຣະອົງໄດ້ຊົງປະທານພຣະສັນຍາປະເສີດອັນໃຫຍ່ຫລວງແກ່ເຮົາທັງຫລາຍ ເພື່ອວ່າດ້ວຍສິ່ງເຫລົ່ານີ້ ພວກເຈົ້າຈຶ່ງໜີພົ້ນໄດ້ຈາກຄວາມ^ເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ ແລະຈະໄດ້ຮັບສ່ວນໃນສະພາບຂອງ^ພຣະອົງ.
[5] ເພາະເຫດນີ້ແຫລະ ເຈົ້າ^ທັງຫລາຍຈົ່ງອົດສາພະຍາຍາມຈົນສຸດກຳລັງ ເພື່ອຈະເອົາຄຸນຄວາມດີເພີ່ມຄວາມເຊື່ອ ແລະເອົາຄວາມຮູ້ເພີ່ມຄວາມດີ.
[6] ເອົາຄວາມ^ຮູ້ຈັກບັງຄັບຕົນເພີ່ມຄວາມຮູ້ ເອົາຄວາມ^ໝັ້ນໃຈເພີ່ມຄວາມ^ບັງຄັບ^ຕົນ ເອົາຄວາມ^ເຫຼື້ອມໃສໃນພຣະເຈົ້າເພີ່ມຄວາມ^ໝັ້ນໃຈ.
[7] ເອົາຄວາມຮັກພີ່ນ້ອງເພີ່ມຄວາມ^ເຫຼື້ອມໃສໃນພຣະເຈົ້າ ແລະເອົາຄວາມຮັກຄົນທົ່ວໄປເພີ່ມຄວາມຮັກພີ່ນ້ອງ.
[8] ດ້ວຍວ່າ, ຖ້າສິ່ງເຫລົ່ານີ້ ມີຢູ່ໃນພວກເຈົ້າຢ່າງບໍຣິບູນແລ້ວ ກໍຈະເຮັດໃຫ້ພວກເຈົ້າເປັນຄົນດຸໝັ່ນ ແລະເກີດຜົນໃນການຮູ້ຈັກອົງພຣະເຢຊູ^ຄຣິດເຈົ້າຂອງ^ເຮົາ^ທັງຫລາຍ.
[9] ເພາະວ່າ ຜູ້ໃດທີ່ຂາດສິ່ງເຫລົ່ານີ້ ກໍເປັນຄົນຕາບອດ, ຕາສັ້ນ ແລະລືມໄປວ່າຕົນໄດ້ຮັບການຊຳລະລ້າງ ຈາກຜິດບາບອັນເກົ່າກ່ອນຂອງຕົນເສຍແລ້ວ.
[10] ເພາະສະນັ້ນ ພີ່ນ້ອງທັງຫລາຍ^ເອີຍ, ຈົ່ງອົດສາພະຍາຍາມຫລາຍກວ່າເກົ່າ ເຮັດໃຫ້ຕົນເອງເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງເລືອກໄວ້ນັ້ນ. ເພາະວ່າ ຖ້າເຮັດຢ່າງນັ້ນແລ້ວ ພວກເຈົ້າກໍຈະບໍ່ສະດຸດລົ້ມລົງຈັກເທື່ອ.
[11] ດ້ວຍທາງນີ້ແຫລະ ພຣະເຈົ້າຈະຊົງປະທານສິດສົມບູນແກ່ເຈົ້າ^ທັງຫລາຍ ໃຫ້ເຂົ້າໄປໃນຣາຊແຜ່ນດິນອັນນິຣັນດອນ ຂອງພຣະເຢຊູ^ຄຣິດເຈົ້າ ພຣະຜູ້ຊົງໂຜດໃຫ້ພົ້ນຂອງ^ພວກເຮົາ.
[12] ເຫດສະນັ້ນ ເຖິງແມ່ນວ່າເຈົ້າ^ທັງຫລາຍຮູ້ຈັກ ແລະຕັ້ງໝັ້ນຄົງຢູ່ໃນຄວາມຈິງທີ່ມີຢູ່ແລ້ວກໍດີ. ຂ້າພະເຈົ້າກໍພ້ອມຢູ່ສະເໝີ ທີ່ຈະເຕືອນສະຕິພວກເຈົ້າ ໃຫ້ລະນຶກເຖິງສິ່ງເຫລົ່ານີ້.
[13] ຕາບໃດທີ່ຂ້າພະເຈົ້າຍັງອາໄສຢູ່ໃນຮ່າງກາຍນີ້ ຂ້າພະເຈົ້າເຫັນສົມຄວນທີ່ຈະປຸກເຕືອນພວກເຈົ້າ ໃຫ້ລະນຶກເຖິງຂໍ້ຄວາມ^ເຫລົ່ານີ້.
[14] ເພາະຂ້າພະເຈົ້າຮູ້ຢູ່ວ່າ ອີກບໍ່ດົນ ຂ້າພະເຈົ້າກໍຈະປະຖິ້ມຮ່າງກາຍນີ້ເສຍ ເໝືອນດັ່ງທີ່ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ໄດ້ຊົງສຳແດງແກ່ຂ້າພະເຈົ້າແລ້ວ.
[15] ແລະຂ້າພະເຈົ້າຈະພະຍາຍາມຫາທາງໃຫ້ເຈົ້າ^ທັງຫລາຍ ລະນຶກເຖິງສິ່ງເຫລົ່ານີ້ໄດ້ທຸກເວລາ ເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ.
[16] ເພາະເມື່ອເຮົາໄດ້ປະກາດໃຫ້ເຈົ້າ^ທັງຫລາຍຮູ້ເຖິງຣິດເດດ ແລະການສະເດັດມາຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ພວກເຮົາບໍ່ໄດ້ກ່າວຕາມນິຍາຍທີ່ເຂົາແຕ່ງຂຶ້ນດ້ວຍຄວາມ^ສະຫລາດ ແຕ່ພວກເຮົາເປັນພະຍານຜູ້ຮູ້ເຫັນເດຊານຸພາບຂອງ^ພຣະອົງ.
[17] ເພາະວ່າ ພຣະອົງໄດ້ຊົງຮັບກຽດແລະສະຫງ່າຣາສີ ຈາກພຣະເຈົ້າ ພຣະບິດາເຈົ້າ ເມື່ອພຣະ^ສຸຣະສຽງຈາກຣັດສະໝີອັນຮຸ່ງເຮືອງ ຊົງກ່າວແກ່ພຣະອົງວ່າ, “ທ່ານຜູ້ນີ້ແຫລະ ເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈຫລາຍໃນທ່ານ.”
[18] ຝ່າຍພວກເຮົາກໍໄດ້^ຍິນພຣະ^ສຸຣະສຽງນີ້ຈາກສະຫວັນ ເມື່ອພວກເຮົາໄດ້ຢູ່ກັບພຣະອົງ ທີ່ພູອັນສັກສິດນັ້ນ.
[19] ສະນັ້ນ ພວກເຮົາຢຶດຖືຄຳທຳນວາຍຢ່າງແນ່ນອນກວ່າເກົ່າ ຈະເປັນການດີ ຖ້າເຈົ້າ^ທັງຫລາຍຈະຖືຕາມຄຳທຳນວາຍນັ້ນ ເພາະຄຳນັ້ນເປັນເໝືອນແສງໂຄມ ທີ່ສ່ອງສະຫວ່າງໃນບ່ອນມືດ ຈົນເຖິງວັນຮຸ່ງເຊົ້າ ແລະດາວເພັກຈະສ່ອງຂຶ້ນໃນໃຈຂອງ^ພວກເຈົ້າ.
[20] ກ່ອນອື່ນເຈົ້າ^ທັງຫລາຍຕ້ອງເຂົ້າໃຈຂໍ້ນີ້ ຄືຜູ້ໃດ^ຜູ້ໜຶ່ງຈະຕີຄວາມໝາຍຂອງ^ຄຳທຳນວາຍ ໃນພຣະຄຳພີເອົາເອງບໍ່ໄດ້.
[21] ເພາະວ່າ ຄຳທຳນວາຍນັ້ນບໍ່ໄດ້ມາຈາກນໍ້າໃຈຂອງ^ມະນຸດຈັກເທື່ອ, ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າ ຕາມທີ່ພຣະວິນຍານບໍຣິສຸດເຈົ້າຊົງດົນໃຈ.