[1] ບັນດາຜູ້^ປະກາດ^ພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງ^ພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມ^ຈິບຫາຍມາເຖິງຕົວພວກເຂົາໂດຍໄວ.
[2] ຈະມີຫລາຍຄົນຕິດຕາມການຊົ່ວ ອັນຕໍ່າຊ້າຂອງ^ພວກເຂົາ ເນື່ອງຈາກຄົນເຫລົ່ານັ້ນເປັນເຫດ ທາງຂອງ^ຄວາມຈິງຈະຖືກປະໝາດ.
[3] ແລະດ້ວຍໃຈໂລບ ພວກເຂົາຈະໄດ້ກຳໄລຈາກພວກເຈົ້າດ້ວຍກ່າວຄຳຕົວະ ການລົງໂທດຄົນເຫລົ່ານັ້ນ ທີ່ໄດ້ຖືກພິພາກສາດົນນານມາແລ້ວ ກໍບໍ່ເສີຍຊ້າຢູ່. ຄວາມ^ຈິບຫາຍທີ່ຈະເກີດຂຶ້ນກັບພວກເຂົາ ກໍບໍ່ໄດ້ລືມພວກເຂົາ.
[4] ເພາະວ່າ ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ, ແຕ່ໄດ້ຊົງຊຸກພວກເຂົາລົງໄປສູ່ພື້ນທໍລະນີເລິກ ຂັງພວກເຂົາໄວ້ໃນຂຸມມືດ ຄຸມໄວ້ຈົນເຖິງວັນພິພາກສາ.
[5] ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນມະນຸດສະໂລກຄາວບູຮານ ແຕ່ໄດ້ຮັກສາໂນອາຜູ້ປະກາດຄວາມ^ຊອບທຳ ກັບຄົນອື່ນອີກເຈັດຄົນ ເມື່ອພຣະອົງໄດ້ຊົງບັນດານໃຫ້ນໍ້າຖ້ວມໂລກ ຂອງຄົນບໍ່ນັບຖືພຣະເຈົ້າ.
[6] ພຣະເຈົ້າໄດ້ລົງໂທດເມືອງໂຊໂດມແລະເມືອງໂກໂມຣາໃຫ້ເປັນເຖົ່າ ໂດຍທຳລາຍໃຫ້ຈິບຫາຍດ້ວຍໄຟ ເພື່ອເປັນຕົວຢ່າງແກ່ຄົນບໍ່ນັບຖືພຣະເຈົ້າໃນຂັ້ນຕໍ່ໄປ.
[7] ແລະໄດ້ຊົງໂຜດເອົາໂລດຜູ້ຊອບທຳນັ້ນໃຫ້ພົ້ນ ຄືຜູ້ມີຄວາມ^ທຸກໃຈຫລາຍ ຍ້ອນກິຣິຍາທີ່ຂາດສິນທຳຂອງ^ຄົນຊົ່ວເຫລົ່ານັ້ນ.
[8] ເພາະເມື່ອຄົນຊອບທຳຜູ້ນີ້ ຢູ່ໃນໝູ່ຄົນຊົ່ວນັ້ນ ການອະທຳຂອງ^ພວກເຂົາ ທີ່ເພິ່ນໄດ້ເຫັນແລະໄດ້ຍິນ ກໍເຮັດໃຫ້ຈິດໃຈທີ່ຊອບທຳຂອງ^ເພິ່ນ ເປັນທຸກລຳບາກທຸກໆວັນ.
[9] ດັ່ງນັ້ນ ອົງພຣະ^ຜູ້^ເປັນເຈົ້າ ຈຶ່ງຮູ້ຈັກວິທີທີ່ຈະໂຜດເອົາຄົນທີ່ຊອບທຳ ເພື່ອໃຫ້ພົ້ນຈາກການທົດລອງ ແລະຮູ້ຈັກວິທີຮັກສາຄົນຊົ່ວໄວ້ ເພື່ອໃຫ້ຢູ່ໃຕ້ການລົງໂທດໃນວັນພິພາກສາ.
[10] ເປັນຕົ້ນຈະຊົງລົງໂທດແກ່ຄົນເຫລົ່ານັ້ນ ທີ່ປ່ອຍຕົວໄປຕາມກິເລດ^ຕັນຫາ ແລະໝິ່ນປະໝາດຕໍ່ອຳນາດທັງໝົດ. ຄູສອນປອມເຫລົ່ານີ້ມີໃຈກ້າກັ່ນ ແລະເຮັດຕາມລຳພັງ^ໃຈ ພວກເຂົາບໍ່ສະທ້ານຕົກໃຈ ເມື່ອກ່າວປະນາມຕໍ່ຜູ້ມີຍົດສັກ.
[11] ເຖິງແມ່ນວ່າ ພວກເທວະດາທີ່ມີຣິດກຳລັງຫລາຍກວ່າ ກໍຍັງບໍ່ນຳຄຳຮ້ອງຟ້ອງມາກ່າວປະນາມຄົນເຫລົ່ານັ້ນ ຕໍ່ພຣະພັກຂອງ^ອົງພຣະ^ຜູ້^ເປັນເຈົ້າ.
[12] ແຕ່ຄົນເຫລົ່ານັ້ນ ເປັນເໝືອນສັດເດຍລະສານ ທີ່ບໍ່ມີຄວາມ^ຄິດ ແລະເກີດມາຕາມທຳມະຊາດ ເພື່ອຖືກຈັບແລະຖືກຂ້າ. ພວກເຂົາກ່າວປະນາມສິ່ງທີ່ພວກເຂົາບໍ່ເຂົ້າໃຈ ພວກເຂົາຈະຕ້ອງຈິບຫາຍໄປຢ່າງດຽວກັນກັບສັດເຫລົ່ານັ້ນ.
[13] ພວກເຂົາຈະໄດ້ຮັບໂທດກຳເປັນລາງວັນແຫ່ງການອະທຳຂອງຕົນ. ພວກເຂົາຖືເອົາການຫລິ້ນມ່ວນຊື່ນເຮຮາໃນເວລາກາງເວັນເປັນຂອງ^ສະໜຸກ. ພວກເຂົາດ່າງພອຍແລະເປິເປື້ອນ ແລະໃຊ້ການຫລິ້ນເຮຮາຫລອກລວງເມື່ອກຳລັງກິນລ້ຽງຮ່ວມກັບເຈົ້າ^ທັງຫລາຍ.
[14] ຕາຂອງ^ພວກເຂົາກໍມັກເບິ່ງແຕ່ຍິງທີ່ລ່ວງປະເວນີ ບໍ່ຢຸດບໍ່ຢັ້ງໃນການເຮັດບາບ, ພວກເຂົາກ້ຽວກ່ອມຄົນທີ່ມີໃຈບໍ່ທ່ຽງໝັ້ນ ພວກເຂົາມີໃຈເກັ່ງໃນການໂລບ, ເປັນຄົນທີ່ຖືກຊົງປ້ອຍດ່າແລ້ວ.
[15] ພວກເຂົາໄດ້ປະຖິ້ມທາງຊື່ ຈຶ່ງຫລົງທາງໄປ, ພວກເຂົາຕິດຕາມທາງຂອງ^ບາລາອາມ ລູກເບອໍ ຜູ້ຊຶ່ງມັກລາງວັນທີ່ມາຈາກການອະທຳ.
[16] ແຕ່ບາລາອາມນັ້ນໄດ້ຖືກຕີ ເພາະການລະເມີດຂອງຕົນ ລໍໂຕປາກບໍ່ເປັນກໍຍັງໄດ້ປາກພາສາມະນຸດ ແລະໄດ້ຫ້າມຄວາມ^ບ້າຂອງ^ບາລາອາມ ຜູ້ທຳນວາຍນັ້ນໃຫ້ເຊົາ.
[17] ພວກຄູສອນປອມເຫລົ່ານີ້ ເປັນເໝືອນບໍ່ທີ່ຂາດນໍ້າ ເປັນດັ່ງໝອກທີ່ຖືກລົມພະຍຸພັດໄປ ພຣະເຈົ້າໄດ້ຈັດຂຸມມືດອັນເລິກໄວ້ສຳລັບພວກເຂົາ.
[18] ເພາະວ່າ ພວກເຂົາມັກກ່າວຄຳອວດອ້າງອັນເປົ່າໆ ແລະໃຊ້ຄວາມ^ປາຖະໜາຊົ່ວທາງກາຍ ຫລອກລວງຄົນທັງຫລາຍ ທີ່ກຳລັງໜີພົ້ນຈາກ ຜູ້ທີ່ດຳເນີນຊີວິດໃນການຫລົງຜິດ.
[19] ພວກເຂົາສັນຍາວ່າ ຈະໃຫ້ຄົນເຫລົ່ານັ້ນມີອິດສະຫລະພາບ ແຕ່ພວກເຂົາເອງຍັງເປັນທາດຂອງ^ຄວາມ^ເສື່ອມໂຊມຢູ່ ເພາະວ່າມະນຸດຖືກພ່າຍແພ້ແກ່ສິ່ງໃດແລ້ວ, ພວກເຂົາກໍຕົກເປັນທາດຂອງ^ສິ່ງນັ້ນ.
[20] ເພາະວ່າ ຖ້າຫລັງຈາກທີ່ພວກເຂົາພົ້ນແລ້ວ ຈາກກິເລດ^ຕັນຫາຂອງ^ໂລກນີ້. ດ້ວຍການທີ່ພວກເຂົາຮູ້ຈັກອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ ແລະພຣະເຢຊູ^ຄຣິດເຈົ້າ ພຣະຜູ້ໂຜດຊ່ວຍໃຫ້ພົ້ນ, ພວກເຂົາກັບໄປພົວພັນ ແລະຖືກພ່າຍແພ້ແກ່ຄົນຊົ່ວຮ້າຍນັ້ນອີກ. ສະພາບບັ້ນປາຍຂອງ^ພວກເຂົາ ກໍກັບຊົ່ວຮ້າຍກວ່າບັ້ນຕົ້ນ.
[21] ເພາະຖ້າພວກເຂົາບໍ່ໄດ້ຮູ້ຈັກທາງຊອບທຳນັ້ນ ກໍຍັງຈະດີກວ່າທີ່ໄດ້ຮູ້ແລ້ວ ແຕ່ຍັງກັບຫັນຫລັງໃສ່ກົດບັນຍັດອັນສັກສິດ ທີ່ຊົງໂຜດມອບໃຫ້ແກ່ພວກເຂົານັ້ນ.
[22] ຊຶ່ງເກີດແກ່ພວກເຂົານັ້ນ ກໍເໝືອນດັ່ງສຸພາສິດອັນຖືກຕ້ອງທີ່ວ່າ, “ໝາໄດ້ຫລົບໄປກິນ ສິ່ງທີ່ມັນຮາກອອກມາ” ແລະ “ໝູທີ່ລ້າງແລ້ວ ກໍກັບລົງ ໄປນອນລຸຍໃນບວກອີກ.”