[1] ຈາກ ໂປໂລ ຜູ້ຮັບໃຊ້ຂອງ^ພຣະເຈົ້າ ແລະ ອັກຄະສາວົກຂອງ^ພຣະເຢຊູ^ຄຣິດເຈົ້າ. ເພື່ອຊ່ວຍສົ່ງເສີມຄວາມເຊື່ອຂອງ^ໄພ່ພົນ ທີ່ພຣະເຈົ້າໄດ້ຊົງເລືອກໄວ້ ແລະນຳໄປສູ່ຄວາມຈິງຕາມການນັບຖືພຣະເຈົ້າຢ່າງຖືກຕ້ອງ.
[2] ດ້ວຍຫວັງວ່າຈະໄດ້ຊີວິດນິຣັນດອນ ຊຶ່ງພຣະເຈົ້າຜູ້ບໍ່ຊົງກ່າວຄຳຕົວະໄດ້ ໄດ້ຊົງສັນຍາໄວ້ຕັ້ງແຕ່ດຶກດຳບັນ
[3] ແລະເມື່ອເຖິງເວລາທີ່ກຳນົດໄວ້ ພຣະອົງກໍໄດ້ເປີດເຜີຍຖ້ອຍຄຳຂອງ^ພຣະອົງໂດຍການປະກາດ ຊຶ່ງໄດ້ຖືກມອບໝາຍໃຫ້ແກ່ເຮົາ ແລະເຮົາກໍປະກາດພຣະທຳຕາມຄຳສັ່ງຂອງ^ພຣະເຈົ້າ ພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງ^ພວກເຮົາ.
[4] ເຖິງ ຕີໂຕ ຜູ້ເປັນລູກແທ້ຂອງເຮົາໃນຄວາມເຊື່ອ. ຂໍພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະຄຣິດເຈົ້າ^ເຢຊູ ພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງ^ພວກເຮົາ ໂຜດປະທານພຣະຄຸນແລະສັນຕິສຸກແກ່ເຈົ້າເທີ້ນ.
[5] ເຮົາໄດ້ປະເຈົ້າໄວ້ໃນກະເຣເຕ ເພື່ອວ່າເຈົ້າຈະໄດ້ຈັດການກັບວຽກງານທີ່ຍັງຄ້າງຄາຢູ່ນັ້ນ ໃຫ້ຮຽບຮ້ອຍ ແລະແຕ່ງຕັ້ງພວກຜູ້ປົກຄອງປະຈຳຄຣິສຕະຈັກໄວ້ໃນທຸກໆເມືອງ ຕາມທີ່ເຮົາໄດ້ໃຫ້ແກ່ເຈົ້ານັ້ນ.
[6] ຄືພວກຜູ້ປົກຄອງນັ້ນ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕິຕຽນ ມີເມຍຄົນດຽວ ມີລູກທີ່ເຊື່ອໃນພຣະເຈົ້າ ແລະບໍ່ຖືກກ່າວຫາວ່າເປັນນັກເລງ ຫລືເປັນຄົນດື້ດ້ານ.
[7] ເພາະວ່າຜູ້ປົກຄອງດູແລນັ້ນ ໃນຖານະທີ່ເປັນຜູ້ຮັບມອບໝາຍຈາກພຣະເຈົ້າ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕຳໜິ, ບໍ່ເປັນຄົນຈອງຫອງ, ບໍ່ເປັນຄົນເລືອດຮ້ອນ, ບໍ່ເປັນຄົນເມົາເຫລົ້າ, ບໍ່ເປັນຄົນອັນທະພານ, ບໍ່ເປັນຄົນໂລບເອົາກຳໄລໃນທາງບໍ່ສັດຊື່,
[8] ແຕ່ໃຫ້ເປັນຄົນມີໃຈສັດທາເຫຼື້ອມໃສຕ້ອນຮັບແຂກ, ເປັນຜູ້ຮັກຄວາມດີ, ເປັນຄົນມີສະຕິອັນດີຮອບຄອບ, ເປັນຄົນຍຸດຕິທຳ, ເປັນຄົນບໍຣິສຸດ, ເປັນຄົນຮູ້ຈັກບັງຄັບຕົນ,
[9] ເປັນຄົນຢຶດໝັ້ນໃນຫລັກອັນທ່ຽງທຳທີ່ຖືກຕ້ອງ, ຕາມໂອວາດຄຳສອນ, ເພື່ອຈະສາມາດເຕືອນສະຕິດ້ວຍຄຳສອນອັນມີຫລັກ ແລະຊີ້ແຈງແກ່ຄົນທີ່ຄັດຄ້ານຄຳສອນນັ້ນ.
[10] ເພາະວ່າມີຫລາຍຄົນທີ່ດື້ດ້ານ ກ່າວຄຳທີ່ບໍ່ມີແກ່ນສານ ແລະຫລອກລວງຄົນອື່ນໃຫ້ຫລົງ ເປັນຕົ້ນວ່າພວກຢູ່ຝ່າຍພິທີຕັດ.
[11] ຈຳເປັນຕ້ອງໃຫ້ພວກເຂົາງັບປາກເສຍ ເພາະພວກເຂົາໄດ້ເຮັດໃຫ້ບັນດາຄອບຄົວທັງໝົດປັ່ນປ່ວນວຸ້ນວາຍ^ໄປ ໂດຍສອນສິ່ງທີ່ບໍ່ຄວນສອນເພື່ອຫາລາຍໄດ້ໃນທາງບໍ່ສັດຊື່.
[12] ຜູ້ທຳນວາຍຄົນໜຶ່ງຈາກຊາວເກາະກະເຣເຕເອງໄດ້ກ່າວວ່າ, “ຊາວກະເຣເຕເປັນຄົນມັກເວົ້າຕົວະ, ເປັນຄົນໂຫດຮ້າຍຢ່າງສັດ, ເປັນຄົນຂີ້ຄ້ານ ມັກແຕ່ກິນ.”
[13] ຄຳທີ່ພວກເຂົາອ້າງນີ້ເປັນຄວາມຈິງ. ດ້ວຍເຫດນີ້ ເຈົ້າຈົ່ງຕໍ່ວ່າພວກເຂົາຢ່າງຮຸນແຮງ ເພື່ອພວກເຂົາຈະໄດ້ມີຄວາມເຊື່ອອັນມີຫລັກ
[14] ເພື່ອບໍ່ໃຫ້ພວກເຂົາເຊື່ອຟັງນິຍາຍຂອງ^ພວກຢິວ ແລະກົດບັນຍັດຂອງ^ມະນຸດທີ່ປະຕິເສດຄວາມຈິງ.
[15] ສຳລັບຄົນສະອາດນັ້ນ ທຸກສິ່ງກໍສະອາດເສາະໃສ ແຕ່ສຳລັບຄົນຊົ່ວຮ້າຍແລະຄົນທີ່ບໍ່ເຊື່ອນັ້ນ ບໍ່ມີສິ່ງໃດສະອາດຈັກຢ່າງ ແຕ່ຈິດໃຈ ແລະໃຈສຳນຶກຜິດແລະຊອບຂອງ^ພວກເຂົາ ກໍຖືກຊົ່ວຮ້າຍໄປແລ້ວ.
[16] ພວກເຂົາອ້າງວ່າພວກເຂົາຮູ້ຈັກພຣະເຈົ້າ, ແຕ່ການກະທຳຂອງ^ພວກເຂົາກັບປະຕິເສດພຣະອົງ ພວກເຂົາເປັນຄົນໜ້າກຽດ^ໜ້າຊັງ, ບໍ່ເຊື່ອຟັງ ແລະ ເຮັດຄວາມດີອັນໃດບໍ່ໄດ້ຈັກປະການ.