[1] ຈາກ ເຮົາ ຜູ້ປົກຄອງ ເຖິງ ຄາໂຢ ຜູ້ທີ່ເຮົາຮັກຢ່າງແທ້ຈິງ.
[2] ເພື່ອນທີ່ຮັກຂອງເຮົາ^ເອີຍ, ເຮົາພາວັນນາ^ອະທິຖານຂໍໃຫ້ເຈົ້າຈະເລີນດີຂຶ້ນໃນທຸກສິ່ງ ແລະໃຫ້ມີສຸກຂະພາບເຂັ້ມແຂງ ເໝືອນດັ່ງຈິດວິນຍານຂອງ^ເຈົ້າຈະເລີນດີຢູ່ນັ້ນ.
[3] ເຮົາມີຄວາມ^ຍິນດີຫລາຍ ເມື່ອພີ່ນ້ອງຄຣິສຕຽນບາງຄົນໄດ້ມາຮອດ ແລະເປັນພະຍານເຖິງຄວາມ^ສັດຊື່ຂອງ^ເຈົ້າຕໍ່ຄວາມຈິງ ເໝືອນດັ່ງທີ່ເຈົ້າໄດ້ເຄີຍປະຕິບັດຢູ່ໃນຄວາມຈິງນັ້ນ.
[4] ບໍ່ມີອັນໃດ ທີ່ເຮັດໃຫ້ເຮົາດີໃຈຫລາຍໄປກວ່າທີ່ໄດ້ຍິນວ່າ, ບັນດາລູກຂອງເຮົາໄດ້ປະຕິບັດຢູ່ໃນຄວາມຈິງ.
[5] ເພື່ອນທີ່ຮັກຂອງເຮົາ^ເອີຍ, ເມື່ອເຈົ້າປະຕິບັດພາລະກິດຢ່າງສັດຊື່ສຳລັບພວກພີ່ນ້ອງຄຣິສຕຽນ ແລະຕໍ່ບັນດາແຂກທີ່ມາເຮືອນ ກໍສະແດງເຖິງຄວາມ^ຈົງຮັກ^ພັກດີຂອງ^ເຈົ້າ.
[6] ເຂົາເຫລົ່ານັ້ນໄດ້ເປັນພະຍານຕໍ່ຄຣິສຕະຈັກ ໃນເລື່ອງຄວາມຮັກຂອງ^ເຈົ້າ, ຖ້າເຈົ້າຈະຊ່ວຍສົ່ງເຂົາເຫລົ່ານັ້ນໃຫ້ສົມກັບການປະຕິບັດພຣະເຈົ້າ ເຈົ້າກໍເຮັດດີ.
[7] ເພາະເຂົາເຫລົ່ານັ້ນໄດ້ອອກໄປ ເພາະເຫັນແກ່ພຣະນາມຂອງ^ພຣະອົງ ແລະບໍ່ໄດ້ຮັບສິ່ງໃດຈາກຄົນນອກ.
[8] ສະນັ້ນ ຝ່າຍເຮົາທັງຫລາຍຈຳເປັນຕ້ອງສະໜັບ^ສະໜູນອູ້ມຊູຄົນຢ່າງນັ້ນ ເພື່ອພວກເຮົາຈະກາຍເປັນຜູ້ຮ່ວມງານກັນໃນຄວາມຈິງ.
[9] ເຮົາໄດ້ຂຽນບາງຢ່າງເຖິງຄຣິສຕະຈັກ ແຕ່ດີໂອເທເຟ ຜູ້ມັກຕັ້ງຕົວເປັນໃຫຍ່ເໜືອໝູ່ ກໍບໍ່ຍອມຮັບເຮົາ.
[10] ເຫດສະນັ້ນ ຖ້າເຮົາມາ ເຮົາຈະເປີດເຜີຍການທີ່ລາວເຮັດ ຄືລາວໄດ້ກ່າວໃສ່ຮ້າຍຕໍ່ເຮົາ ດ້ວຍຄວາມ^ບໍ່ມີແກ່ນສານ ແລະເທົ່ານັ້ນຍັງບໍ່ສົມໃຈ ຊໍ້າບໍ່ໜຳ ລາວຍັງປະຕິເສດ ບໍ່ຍອມຮັບຕ້ອນຄຣິສຕຽນເຫລົ່ານັ້ນ ແລ້ວຍັງກີດກັ້ນຄົນທັງຫລາຍທີ່ຢາກຮັບຕ້ອນພວກເຂົາ ກັບທັງຕັດພວກເຂົາອອກເສຍຈາກຄຣິສຕະຈັກ.
[11] ເພື່ອນທີ່ຮັກ^ເອີຍ, ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ ແຕ່ຈົ່ງເອົາການດີງາມ ຜູ້ທີ່ເຮັດການດີກໍເປັນຂອງ^ພຣະເຈົ້າ ຜູ້ທີ່ເຮັດການຊົ່ວກໍບໍ່ໄດ້ເຫັນພຣະເຈົ້າ.
[12] ສ່ວນເດເມທິໂອນັ້ນ ທຸກຄົນກໍເປັນພະຍານວ່າ ເພິ່ນເປັນຄົນດີ ແລະຄວາມຈິງເອງກໍເປັນພະຍານ ຝ່າຍເຮົາກໍເປັນພະຍານເໝືອນກັນ ແລະເຈົ້າຮູ້ແລ້ວວ່າ ຄຳພະຍານຂອງເຮົາກໍຈິງ.
[13] ເຮົາມີຂໍ້ຄວາມ^ຫລາຍຂໍ້ ທີ່ຈະຂຽນມາເຖິງເຈົ້າ ແຕ່ບໍ່ຢາກຂຽນດ້ວຍປາກກາແລະນໍ້າມຶກ.
[14] ເຮົາຫວັງວ່າ ຈະໄດ້ເຫັນເຈົ້າໃນໄວໆນີ້ ແລະຈະໄດ້ເວົ້າກັນປາກຕໍ່ປາກ.
[15] ຂໍສັນຕິສຸກຈົ່ງມີແກ່ເຈົ້າ ບັນດາສະຫາຍທາງນີ້ ກໍຝາກຄວາມ^ຄິດເຖິງມາຍັງເຈົ້າ ຂໍໃຫ້ເຈົ້າຝາກຄວາມ^ຄິດເຖິງນີ້ ແກ່ບັນດາສະຫາຍທາງພຸ້ນດ້ວຍອອກນາມຊື່ຂອງ^ທຸກຄົນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -